ວັດທະນະທຳ: Difference between revisions

Content deleted Content added
ແຖວ 10:
ຄຳວ່າ ວັດທະນະທຳ ປະກອບດ້ວຍຄຳວ່າ ວັດທະນະ ແລະ ທຳ. ວັດທະນະ ມາຈາກ[[ພາສາປາລີ]]<ref>Pali Text Society, London. The Pali Text Society's Pali-English dictionary. Chipstead, 1921-1925.</ref> ແມ່ນ ວັທທະນະ (vaḍḍhana) ແປວ່າ ຄວາມຈະເລີນງອກງາມ ເຊິ່ງກົງຂ້າມກັບຄຳວ່າ ຫາຍະນະ (hāyana) ສ່ວນຄຳວ່າ ທຳ ກໍມາຈາກພາສາປາລີ ແມ່ນ ທັມມະ (dhamma) ແປວ່າ ຫຼັກເກນ ແຕ່ກໍມີຄວາມໝາຍອື່ນໆ ຕື່ມອີກນຳ. ສະນັ້ນ ຄຳວ່າ ວັດທະນະທຳ ຖ້າແປຕາມຕົວອັກສອນ ຈະແປວ່າ ຫຼັກເກນແຫ່ງຄວາມງອກງາມ ຫຼື ຫຼັກເກນທີ່ເຮັດໃຫ້ຈະເລີນ.
 
ວັດທະນະທຳໃນພາສາອື່ນອາດມີເຄົ້າສັບກ່ຽວກັບການເພາະປູກຫຼືປູກຝັງ ເຊັ່ນ ພາສາຕ່າງ ໆ ໃນ[[ທະວີບເອີລົບ|ເອີລົບ]] ໄດ້ແກ່ ຄຳວ່າ culture ໃນ[[ພາສາອັງກິດ]]ແລະ[[ພາສາຝະລັ່ງ|ຝະລັ່ງ]] ຫຼື ຄຳວ່າ Kultur ໃນ[[ພາສາເຢຍລະມັນ]] ເຊິ່ງທັງໝົດນີ້ມີເຄົ້າມາຈາກຄຳວ່າ colere ໃນ[[ພາສາລາແຕັງ]] ແປວ່າ ລ້ຽງດູ, ຫຼື ປູກຝັງ. ພາສາອື່ນທີ່ບໍ່ໄດ້ມາຈາກເອີລົບທີ່ມີເຄົ້າສັບກ່ຽວກັບການປູກຝັງ ໄດ້ແກ່ ພາສາຂະເໝນ ແມ່ນ វប្បធម៌ (ວັບປະທຳ) ອັນປະກອບດ້ວຍ ວັບປະ ແລະ ທຳ. ຄຳວ່າ ວັບປະ ມາຈາກພາສາປາລີ ແປວ່າ ການຫວ່ານພືດ (ວັປປະ, vappa) ສ່ວນ ທຳ ມີເຄົ້າເໝືອນຄຳວ່າ ທຳ ໃນພາສາລາວ ຄື ທັມມະ.
 
== ອ້າງອີງ ==
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ວັດທະນະທຳ"