ວັດທະນະທຳ: Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
'''ວັດທະນະທຳ''' ({{lang-then|วัฒนธรรมculture}}) ໂດຍທົ່ວໄປໝາຍເຖິງ ຮູບແບບຂອງກິດຈະກຳແລະໂຄງສ້າງແນວສັນຍະລັກທີ່ເຮັດໃຫ້ກິດຈະກຳນັ້ນເດັ່ນແລະມີຄວາມສຳຄັນ. ວິຖີການດຳເນີນຊີວິດ ເຊິ່ງເປັນພຶດຕິກຳແລະສິ່ງທີ່ຄົນໃນໝູ່ຜະລິດສ້າງຂຶ້ນ ດ້ວຍການຮຽນຮູ້ແຕ່ກັນແລະກັນ ແລະຮ່ວມໃຊ້ຢູ່ໃນໝູ່ພວກຂອງຕົນ.
ວັດທະນະທຳສ່ວນໜຶ່ງສາມາດສະແດງອອກຜ່ານ [[ດົນຕີ]] [[ວັນນະກຳ]] ຈິຕະກຳ[[ຈິດຕະກຳ]] [[ປະຕິມາກຳ]] ການລະຄອນແລະຮູບເງົາການ[[ລະຄອນ]]ແລະ[[ຮູບເງົາ]].
 
ແມ່ນບາງເທື່ອອາດມີຜູ້ກ່າວວ່າວັດທະນະທຳແມ່ນເລື່ອງທີ່ວ່າດ້ວຍການບໍລິໂພກແລະສິນຄ້າບໍລິໂພກ ຄື ວັດທະນະທຳລະດັບສູງ ວັດທະນະທຳລະດັບຕ່ຳ ວັດທະນະທຳພື້ນບ້ານ ເປັນຕົ້ນ ແຕ່ນັກມານຸດສາດໂດຍທົ່ວໄປພັດມັກກ່າວເຖິງວັດທະນະທຳວ່າ ແມ່ນບໍ່ໄດ້ເປັນພຽງສິນຄ້າບໍລິໂພກ ແຕ່ແມ່ນກະບວນການໃນການຜະລິດສິນຄ້າແລະການໃຫ້ຄວາມໝາຍແກ່ສິນຄ້ານັ້ນໆ ນຳ.
 
ທັງຍັງຮວມໄປເຖິງຄວາມສັມພັນທາງສັງຄົມແລະແນວການປະຕິບັດທີ່ເຮັດໃຫ້ວັຖຸແລະກະບວນການໃນຜະລິດຫຼອມຮວມຢູ່ນຳກັນ. ໃນສາຍຕາຂອງນັກມານຸດສະຍະວິທະຍາແມ່ນຮວມໄປເຖິງເທກໂນໂລຢີໃນສາຍຕາຂອງນັກມານຸດສະຍະວິທະຍາແມ່ນຮວມໄປເຖິງ[[ເຕັກໂນໂລຊີ]] [[ສິລະປະ]] ວິທະຍາສາດຮວມທັງລະບົບສີລະທຳ[[ວິທະຍາສາດ]]ຮວມທັງລະບົບ[[ສີລະທຳ]]
ວັດທະນະທຳໃນພູມພາກຕ່າງໆ. ອາດໄດ້ຮັບອິດທິພົນແຕ່ການຕິດຕໍ່ນຳພູມພາກອື່ນ ຄື ການເປັນອານານິຄົມ ການຄ້າຂາຍ ການຍ້າຍຖິ່ນຖານ ການສື່ສານມວນຊົນແລະສາສະໜາການສື່ສານມວນຊົນແລະ[[ສາສະໜາ]]. ຕື່ມທັງລະບົບຄວາມເຊື່ອ ບໍ່ວ່າຈະເປັນເລື່ອງສາສະໜາມີບົດບາດໃນວັດທະນະທຳໃນປະຫວັດສາດຂອງມະນຸດຊາດມາໂດຍຕະຫຼອດ.
 
== ເຄົ້າສັບ ==
ຄຳວ່າ ວັດທະນະທຳ ປະກອບດ້ວຍຄຳວ່າ ວັດທະນະ ແລະ ທຳ. ວັດທະນະ ມາຈາກ[[ພາສາປາລີ]]<ref>Pali Text Society, London. The Pali Text Society's Pali-English dictionary. Chipstead, 1921-1925.</ref> ແມ່ນ ວັທທະນະ (vaḍḍhana) ແປວ່າ ຄວາມຈະເລີນງອກງາມ ເຊິ່ງກົງຂ້າມກັບຄຳວ່າ ຫາຍະນະ (hāyana) ສ່ວນຄຳວ່າ ທຳ ກໍມາຈາກພາສາປາລີ ແມ່ນ ທັມມະ (dhamma) ແປວ່າ ຫຼັກເກນ ແຕ່ກໍມີຄວາມໝາຍອື່ນໆ ຕື່ມອີກນຳ. ສະນັ້ນ ຄຳວ່າ ວັດທະນະທຳ ຖ້າແປຕາມຕົວອັກສອນ ຈະແປວ່າ ຫຼັກເກນແຫ່ງຄວາມງອກງາມ ຫຼື ຫຼັກເກນທີ່ເຮັດໃຫ້ຈະເລີນ
ວັດທະນະທຳໃນພາສາອື່ນອາດມີເຄົ້າສັບກ່ຽວກັບການເພາະປູກຫຼືປູກຝັງ ເຊັ່ນ ພາສາຕ່າງ ໆ ໃນ[[ທະວີບເອີລົບ|ເອີລົບ]] ໄດ້ແກ່ ຄຳວ່າ culture ໃນ[[ພາສາອັງກິດ]]ແລະ[[ພາສາຝະລັ່ງ]] ຫຼື ຄຳວ່າ Kultur ໃນ[[ພາສາເຢຍລະມັນ]] ເຊິ່ງທັງໝົດນີ້ມີເຄົ້າມາຈາກຄຳວ່າ colere ໃນພາສາລະແຕັງ ແປວ່າ ລ້ຽງດູ, ປູກຝັງ. ພາສາອື່ນທີ່ບໍ່ໄດ້ມາຈາກເອີລົບທີ່ມີເຄົ້າສັບກ່ຽວກັບການປູກຝັງ ໄດ້ແກ່ ພາສາຂະເໝນ ແມ່ນ វប្បធម៌ (ວັບປະທຳ) ອັນປະກອບດ້ວຍ ວັບປະ ແລະ ທຳ. ຄຳວ່າ ວັບປະ ມາຈາກພາສາປາລີ ແປວ່າ ການຫວ່ານພືດ (ວັປປະ, vappa) ສ່ວນ ທຳ ມີເຄົ້າເໝືອນຄຳວ່າ ທຳ ໃນພາສາລາວ ຄື ທັມມະ.
 
== ອ້າງອີງ ==
<references/>
 
[[ໝວດ:ວັດທະນະທຳ| ]]
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ວັດທະນະທຳ"