ທອງລຸນ ສີສຸລິດ: Difference between revisions

Content deleted Content added
No edit summary
No edit summary
ແຖວ 20:
}}
ທອງລຸນ ສີສຸລິດ ເກີດວັນທີ່ 10 ພະຈິກ ຄ.ສ 1945 ຄືວ່າທີ່ນາຍົກລັດຖະມົນຕີຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
 
==ການສຶກສາ==
*1962 – 1969 - ອະນຸປະລິນຍາ, ວິທະຍາໄລສ້າງຄູ ແນວລາວຮັກຊາດ, ແຂວງຫົວພັນ.
*1973 – 1978 - ປະລິນຍາໂທ ວິຊາ ພາສາສາດ ແລະ ວັນນະຄະດີ, ສະຖາບັນສ້າງຄູ Gerzen, ເມືອງເຊັນປີເຕີສເບີກ, ອະດີດສະຫະພາບໂຊວຽດ.
*1981 – 1984 - ປະລິນຍາເອກ ວິຊາ ປະຫວັດສາດການພົວພັນສາກົນ, ສະຖາບັນວິທະຍາສາດສັງຄົມ, ມົດສ໌ກູ, ອະດີດສະຫະພາບໂຊວຽດ.
==ປະສົບການ==
*1967 -1969 - ພະນັກງານອາວຸໂສ, ກົມສາມັນສຶກສາ, ແນວລາວຮັກຊາດ, ແຂວງຫົວພັນ.
*1969 – 1973 - ພະນັກງານອາວຸໂສ, ຫ້ອງການຜູ້ຕາງໜ້າແນວລາວຮັກຊາດປະຈຳ ຮ່າໂນ້ຍ, ສສ. ຫວຽດນາມ.
*1978 – 1979 - ອາຈານສອນທີ່ມະຫາວິທະຍາໄລວຽງຈັນ.
*1979 – 1981 - ເລຂາລັດຖະມົນຕີວ່າການ ກະຊວງສຶກສາທິການ, ຫົວໜ້າພະແນກ ຮ່ວມມືສາກົນ, ກະຊວງສຶກສາທິການ.
*1985 – 1986 - ຫົວໜ້າກົມຄົ້ນຄວ້າ, ສຳນັກງານ ນາຍົກລັດຖະມົນຕີ.
*1987 – 1992 - ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ.
*1993 – 1996 - ລັດຖະມົນຕີວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
*1997 – 2001 - ສະມາຊິກຄະນະປະຈຳ ສະພາແຫ່ງຊາດ, ປະທານຄະນະ ກຳມາທິການຕ່າງປະເທດ ຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ.
*2001 – 2006 - ຮອງນາຍົກລັດຖະມົນຕີ ແລະ ປະທານຄະນະກຳມະການແຜນການ ແລະ ການລົງທຶນ.
*ປະທານຄະນະກຳມະການຄຸ້ມຄອງການລົງທຶນ.
*ປະທານຄະນະກຳມະການແຫ່ງຊາດດ້ານພະລັງງານ.
*ສະມາຊິກສະພາແຫ່ງຊາດ.
*2006 – 2016 - ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດ.
==ອົງການຈັດຕັ້ງທາງສັງຄົມ==
*1993 – 2001 - ປະທານກຳມະການແຫ່ງຊາດ ຂອງໂຄງການບ້ານຊ່ວຍເຫລືອເດັກ SOS ລາວ.
*1996 – 2001 - ສະມາຊິກສະພາສາກົນຂອງອົງການ SOS Kinderdorf International.
*2001 - ປະທານກິດຕິມະສັກຂອງໂຄງການບ້ານຊ່ວຍເຫລືອເດັກ SOS ລາວ.
==ພາສາຕ່າງປະເທດ==
*ພາສາລັດເຊຍ.
*ພາສາຫວຽດນາມ.
*ພາສາອັງກິດ.
==ແຫຼ່ງອ້າງອີງ==
1. https://www.facebook.com/362412390628712/posts/522544847948798/