ວິກິພີເດຍ:ເລີ່ມຕົ້ນ: Difference between revisions

Content deleted Content added
No edit summary
ແຖວ 3:
ວິກິພີເດຍແມ່ນສາລານຸກົມເສລີ ເຊິ່ງ[[ວິກິພີເດຍ:ໃຜຂຽນວິກິພິເດຍ|ຜູ້ທີ່ໃຊ້ວິກິພີເດຍ]]ຮ່ວມກັນຂຽນ. ວິກິພີເດຍແມ່ນເວັບພິເສດທີ່ອອກແບບມາໃຫ້ການຮ່ວມມືເປັນໄປໂດຍງ່າຍ ເຊິ່ງເອີ້ນວ່າ ວິກິ. ຄົນຫຼາຍຫຼວງພັດທະນາວິກິພີເດຍສະໝ່ຳສະເໝິີ. ການປ່ຽນແປງທັງໝົດຖືກບັນທຶກໄວ້ໃນ[[help:ໜ້າປະວັດ|ປະວັດໜ້າ]]ແລະ[[ວິກິພີເດຍ:ປັບປຸງຫຼ້າສຸດ|ໜ້າປັບປຸງຫຼ້າສຸດ]]. ສຳລັບລາຍລະອຽດເພີ່ມຕື່ມກ່ຽວກັບໂຄງການ ເບິ່ງຢູ່ [[ວິກິພີເດຍ:ກ່ຽວກັບ|ກ່ຽວກັບວິກິພີເດຍ]].
 
'''<big>ປະຫວັດຫຍໍ້ຂອງ ວັດໃຫມ່ ສຸວັນນະພູມມາຣາມ</big>'''
== '''ຈະຊ່ອຍເຫຼືອໄດ້ແນວໃດ''' ==
'''ປະຫວັດຫຍໍ້ຂອງ ວັດໃຫມ່ ສຸວັນນະພູມມາຣາມ'''
 
ວັດໃຫມ່ ສຸວັນນະພູມມາຣາມ ສ້າງກວມເອົາພື້ນທີ່ວັດເກົ່າເດີມຊື່ວັດສີພູມ ຕໍ່ມາໄດ້ປ່ຽນມາເປັນວັດ ສີສຸວັນນະພູມມາຣາມ, ວັດໃຫມ່ນີ້ໄດ້ລິເລີ່ມກໍ່ສ້າງໂດຍພຣະເຈົ້າອະນຸຣຸທ ເຈົ້າຊີວິດແຫ່ງຣາຊອານາຈັກຫລວງພຣະບາງ ນຳພາສ້າງຂື້ນແຕ່ປີ ຄ.ສ 1788 - 1796, ເປັນທີ່ຮູ້ຈັກກັນວ່າ ວັດໃຫມ່ ອັນມີຄວາມຫມາຍວ່າ “ສະຖາປັດຕະຍະກໍາຮູບແບບອາຮາມຊົງໃຫມ່” ແລະສຸວັນນະພູມມາຣາມ ມີຄວາມຫມາຍວ່າ “ພື້ນແຜນດິນຄຳ”ສິມຮູບຊົງອັນສວຍງາມສະດຸດຕາທີ່ທ່ານເຫັນຢູ່ນີ້ ແມ່ນໄດ້ຮັບການປະຕິສັງຂອນຜ່ານມາແລ້ວຫລາຍຄັ້ງ ຈາກວັດສີພູມມາເປັນວັດ ສີ ສຸວັນນະພູມມາຣາມ ແລະມາເປັນວັດໃຫມ່ ສຸວັນນະພູມມາຣາມ ປະຈຸບັນນີ້. ເປັນເວລາຫລາຍທົດສະຕະວັດທີ່ຜ່ານມາອາຄານສິ່ງກໍ່ສ້າງ ກຸດຕິວິຫານ ທີ່ຢູ່ອາໄສຂອງພະສົງສາມະເນນໄດ້ຖືກສ້າງຂື້ນເພິ່ມເຕີມ.
*'''ຢ່າສູ່ຢ້ານທີ່ຈະດັດແກ້ເດີ''' — ທຸກຄົນສາມາດດັດແກ້ໄດ້ເກືອບທຸກໜ້າ ແລະເຮົາກໍສະໜັບສະໜູນໃຫ້ທ່ານມີ[[ວິກິພີເດຍ:ຂໍໃຫ້ກ້າ|ຄວາມກ້າ]]ເດີ! ຊອກຫາສິ່ງທີ່ສາມາດພັດທະນາແລະປັບປຸງໃຫ້ດີຂຶ້ນໄດ້ ເຊັ່ນ ການສະກົດ ໄວຍາກອນ ການຂຽນໃໝ່ໃຫ້ອ່ານເຂົ້າໃຈງ່າຍ ການເພີ່ມເນື້ອຫາ ຫຼືການນຳການດັດແກ້ທີ່ບໍ່ສ້າງສັນອອກ. ຄັນທ່ານຕ້ອງການເພີ່ມຂໍ້ເທັດຈິງໃໝ່ ກະລຸນາຫ້າງຫາ[[ວິກິພີເດຍ:ການອ້າງອີງແຫຼ່ງຂໍ້ມູນ|ແຫຼ່ງທີ່ມາຂອງຂໍ້ມູນ]]ເພື່ອໃຫ້ສາມາດ[[ວິກິພີເດຍ:ການພິສູດຢືນຢັນໄດ້|ພິສູດ]]ຢືນຢັນຂໍ້ເທັດຈິງນັ້ນໄດ້ ຫຼືສະເໜີຂໍ້ເທັດຈິງໃນໜ້າສົນທະນາຂອງບົດຄວາມ. ປົກກະຕິຄວນສົນທະນາກ່ອນການດັດແກ້ຫົວຂໍ້ເຊິ່ງເປັນທີ່ຖົກຖຽງກັນຢູ່ແລະໜ້າຫຼັກຂອງວິກິພີເດຍ.
ວັດໃຫມ່ ສຸວັນນະພູມມາຣາມ ຕັ້ງຢູ່ຕິດກັບພຣະຣາຊວັງຫລວງຫລື ພິພິທທະພັນແຫ່ງຊາດໃນປະຈຸບັນ ແລະເຄີຍເປັນວັດຫລວງໃນອະດີດຂອງພຣະຣາຊສຳນັກ, ທັງຍັງເຄີຍເປັນທີ່ປະທັບຂອງອົງພຣະບາງ ພຸທທະລາວັນ (ພຣະພຸທທະຮູບສັກສິດມິ່ງຂວັນເມືອງທີ່ເຄົາລົບຍິ່ງຂອງປະຊາຊົນລາວ) ເຄີຍປະທັບຢູ່ວັດແຫ່ງນີ້ຫລາຍສິບປີກ່ອນຈະອັນເຊີນຍ້າຍໄປປະທັບຢູ່ທີ່ຫໍພຣະບາງໃນພຣະຣາຊວັງຈົນເຖິງທຸກມື້ນີ້. ທຸກໆປີຮອດຍາມສະເຫລີມສະຫລອງກຸດສົງການປີໃຫມ່ລາວອົງພຣະບາງກໍ່ຈະຖືກອາຣາທນາຂະບວນແຫມາສູ່ທີ່ວັດໃຫມ່ ຈັດພິທີຫົດສົງພຣະບາງປະຈຳປີເປັນເວລາສາມມື້ສາມຄືນ ໃຫ້ພຸທທະບໍລິສັດຜູ້ມີສັທທາ ຈາກທຸກສາລະທິດໄດ້ຫົດສົງສັກກາລະບູຊາ ຈຶ່ງສົມມາຄະຣາວະແລະອາຣາທນາພຣະບາງຕັ້ງຂະບວນແຫກັບຄືນປະທັບຢູ່ຫໍພຣະບາງດັງເດີມ.
 
ວັດໃຫມ່ນີ້ ຍັງເຄີຍເປັນທີ່ປະທັບຂອງອົງສົມເດັດພຣະສັງຄະຣາຊລາວ (ພຣະປະມຸກສົງລາວສູງສຸດຜູ້ປົກຄອງສົງທົ່ວພຣະຣາຊສາສນາຈັກ)ເຖິງ4 ພຣະອົງດ້ວຍກັນ ແຕ່ປີ ຄ.ສ 1894 - ປີ ຄ.ສ 1984
*ພຶງລະລຶກວ່າ – ທ່ານເພວິກິພີເດຍບໍ່ໄດ້ດອກ! ທຸກການດັດແກ້ສາມາດຍ້ອນຄືນ ສ້ອມແປງຫຼືປັບປຸງພາຍຫຼັງໄດ້. ວິກິພີເດຍອະນຸຍາດໃຫ້ມີຂໍ້ບົກພ່ອງ. ດັ່ງນັ້ນ ເຊີນໂລດ. ດັດແກ້ບົດຄວາມແລະຊ່ວຢເຮັດໃຫ້ວິກິພີເດຍເປັນແຫຼ່ງສານສົນເທດທີ່ດີທີ່ສຸດເທິງອິນເທີເນັດກັນເທາະ!
* ພຣະເດຊພຣະຄຸນອົງທີ່ 1 ສົມເດັດພຣະສັງຄະຣາຊຕັນ ຕິສສະປັນຍາມະຫາເຖຣະ ດຳລົງແຫນ່ງແຕ່ປີ ຄ.ສ 1894 - 1911(ອານາຈັກລ້ານຊ້າງຫຼວງພະບາງ)
 
* ພຣະເດຊພຣະຄຸນອົງທີ່ 2 ສົມເດັດພຣະສັງຄະຣາຊປານ ປັນຍາວຸໂທ ດຳລົງຕຳແຫນ່ງແຕ່ປີ ຄ.ສ 1915– 1921 (ອານາຈັກລ້ານຊ້າງຫຼວງພະບາງ)
*ບໍລິຈາກ – ທ່ານສາມາດໃຊ້ວິກິພີເດຍໄດ້ໂດຍບໍ່ເສຍຄ່າບໍລິການ ແຕ່ວິກິພີເດຍພຶ່ງພາການບໍລິຈາກແລະເງິນອຸດໜຸນໃນການໃຫ້ບໍລິການ. ກະລຸນາພິຈາລະນາບໍລິຈາກກາຍລິງກ໌. '''ບໍລິຈາກ''' ທາງຊ້າຍມື ເພື່ອຊ່ອຍເຫຼືອຄ່າດຳເນີນການແລະຂະຫຍາຍໂຄງການແດ່ທ້ອນ.
* ພຣະເດຊພຣະຄຸນອົງທີ່ 3 ສົມເດັດພຣະສັງຄະຣາຊຄຸນ ຣັຕຕະນະ ດຳລົງຕຳແຫນ່ງແຕ່ປີ 1921 - 1931(ອານາຈັກລ້ານຊ້າງຫຼວງພະບາງ)
* ພຣະເດຊພຣະຄຸນອົງທີ່ 4 ສົມເດັດພຣະສັງຄະຣາຊ ບຸນທັນ ບຸບຜະຣັດ ທັມມະຍານະມະຫາເຖຣະ (ສົມເດັດພຣະຍອດແກ້ວ ພຸທທະຊິໂນຣົດ ສະກົລມະຫາສັງຄະປາໂມກ ທັມມະຍານະມະຫາເຖຣະ) ດຳລົງຕຳແຫນ່ງແຕ່ປີ ຄ.ສ1936 – 1984, ເພິ່ນເປັນສົມເດັດພຣະສັງຄະຣາຊ ແຫ່ງພຣະຣາຊອານາຈັກລາວລ້ານຊ້າງແລະເປັນພຣະສັງຄະຣາຊອົງສຸດທ້າຍແຫ່ງປະເທດລາວ.
ວັດໃຫມ່ ສຸວັນນະພູມມາຣາມໄດ້ຮັບການບູລະນະປະຕິສັງຂອນຜ່ານມາແລ້ວ 4 ຄັ້ງດ້ວຍກັນຕາມການເວລາດັ່ງນີ້;
* ການປະຕິສັງຂອນຄັ້ງທີ່ 1 ເລີ່ມແຕ່ປີ ຄ.ສ 1821 - 1822 ໂດຍພຣະເຈົ້າມັນທາຕຸຣາຊ ໂອຣົດພຣະເຈົ້າອະນຸຣຸທເປັນຄັ້ງທີ່ໃຊ້ຊື່ວ່າ ວັດໃຫມ່ຢ່າງເປັນທາງການ ເພິ່ນໄດ້ສ້າງເຊັຍຫໍຂວາງຫນ້າກອຍດ້ານຫນ້າແລະຫລັງ.
* ການປະຕິສັງຂອນຄັ້ງທີ່ 2 ເລີ່ມແຕ່ປີ ຄ.ສ 1891 ໂດຍພຣະເຈົ້າອຸ່ນຄຳ ໂອຣົດພຣະເຈົ້າສັກກະຣິນທຣ໌ໄດ້ຊົງສ້າງລະບຽງດ້ານທິດຕາເວັ້ນອອກ ແລະທິດຕາເວັ້ນຕົກຕື່ມໃສ່.
* ການປະຕິສັງຂອນຄັ້ງທີ່ 3 ແຕ່ປີຄ.ສ 1943 ຍົກໂຄງສ້າງຫລັງຄາເປັນຫລາຍຊັ້ນຊອນກັນ5ຊັ້ນ.
* ການປະຕິສັງຂອນຄັ້ງທີ່4 ແຕ່ປີ ຄ.ສ 1962 ໃນຣາຊການພຣະເຈົ້າສີສະຫວ່າງວົງ ໄດ້ເລີກດິນຂໍ້ບູຮານມຸງດິນຂໍ້ສະລາມິກເຂືອບແດງເຫລື້ອມ ແລະປະດັບປະດາຄວັດແຕ້ມພາບວິຈິຕຕະກຳຝາຜະນັງນູນຕ່ຳເລົ່າເລື່ອງລາວອະດີດຊາຕຂອງພຸທທະເຈົ້າ (ພະເຫວດສັນດອນຊາດົກ) ແລະຮາງລິນໃຫຍ່ຂ້າງເທິງແມ່ນຄວັດໄມ້ເລົ່າເລື່ອງ ລາມາຢານະ(ພະລັກພະລາມ) ດ້ານລຸ່ມແມ່ນເລື່ອງລາວວິຖີຊີວິດຂອງຊາວຫລວງພຣະບາງ ພອກຄຳລວດລາຍຕ່າງໆທາງດ້ານຫນ້າສິມ ໂດຍແມ່ນສີມືຊ່າງຣາຊສຳນັກ ເຜຍຕັນ ປະຈຳໃນຣາຊກາລພຣະເຈົ້າມະຫາຊີວິດ ສີສຫວ່າງວົງສ໌.
ທາງດ້ານໃນສິມວັດໃຫມ່ ມີພຣະພຸທທະຮູປປະທານອົງໃຫຍ່ສອງອົງປະດິດສະຖານສູນກາງ, ອົງໃຫຍ່ປາງສະມາທິຊົງເຄື່ອງດ້ານຫນ້າແມ່ນພຣະເຈົ້າອະນຸຣຸທຊົງສ້າງແຕ່ເດີມ ສ່ວນອີກອົງນ້ອຍດ້ານຫລັງແມ່ນຂອງພຣະໂອຣົດມັນທາຕຸຣາຊ(ລູກຊາຍ)ພຣະທາຕຸສອງອົງດ້ານຫລັງພຣະປະທານສອງອົງນີ້ສັນນິຖານວ່າແມ່ນບັນຈຸອັດຖິຂອງພຣະເຈົ້າອະນຸຣຸທ ແລະອີກອົງແມ່ນບັນຈຸອັດຖິລູກຊາຍກັບມະເຫສີ ສ່ວນພຣະພຸທທະຮູປອົງນ້ອຍເປັນແສນອົງຕິດຝາຜະນັງພາຍໃນສິມແມ່ນເປັນຂອງສັທທາຍາດໂຍມມາຕິດປະດັບເພື່ອມີສ່ວນຮ່ວມສ້າງວັດແລະເຮັດບຸນປະຈຳວັນເກີດຕາມສັດທາ,ວັດແຫ່ງນີ້ຍັງເຄີຍເປັນບ່ອນຖວາຍຄຳສັຕຕະຍາບັນ (ພິທີປະຕິຍານຕົນ)ຂອງບັນດາຜູ້ໄດ້ຮັບຫນ້າທີຕຳແຫນ່ງສຳຄັນ.
ອາຄານສິ່ງກໍ່ສ້າງພາຍໃນວັດໃຫມ່ ມີພຣະທາຕຸຊົງຫລ່ຽມດ້ານຫນ້າອາຮາມ,ອຸບມຸງໃຫຍ່ນ້ອຍສອງຫລັງ ມີຫໍໄຕຣ (ຫໍຄຳພີ) ຫໍກອງ ກຸດຕິວິຫານສຳຫລັບພະສົງສາມະເນນອາໄສຢູ່ ສາລາຫໍແຈກ ໂຮງມ້ຽນເຮືອຊ່ວງ ໆລໆ.
ພື້ນທີ່ວັດໃຫມ່ທັງຫມົດ 375,39 ຕາແມັດ, ອາຮາມກວ້າງ 12,9 ແມັດ, ຍາວ 29,10 ແມັດ ແລະ ສູງ 14,70 ແມັດ.<ref>ທີ່ມາ :
ວັດໃໝ່ ນະຄອນຫຼວງພຣະບາງ</ref>
 
== '''ເປັນຫຍັງທ່ານຄືບໍ່ຊ່ອຍເຮົາເນາະ''' ==