ປະເທດລາວ: Difference between revisions

Content deleted Content added
ແຖວ 80:
ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫຼວງອາກາດ ມີລັກສະນະເຄິ່ງຮ້ອນເຄິ່ງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 15-30 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70 - 85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພຶດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫຼວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫຼວງນ້ຳທາ ແລະ ບໍ່ແກ້ວ.
==== ຊັບພະຍາກອນທຳມະຊາດ ແລະ ປ່າໄມ້ ====
ດ້ວຍພູມີປະເທດ ແລະ ພູມອາກາດທີ່ເປັນເຂດຮ້ອນຊຸ່ມ ມັນໄດ້ສ້າງເງື່ອນໄຂໃຫ້ ສປປ ລາວ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນາໆຊະນິດ, ໃນພື້ນດິນກໍ່ມີບໍ່ແຮ່ທາດຕ່າງໆໃນພື້ນດິນກໍ່ມີແຮ່ທາດຕ່າງໆ ເຊັ່ນ: [[ກົ່ວ]], [[ເຫຼັກ]], [[ຖ່ານຫີນ]], [[ຊືນ]], [[ທອງ]], [[ຄຳ]], [[ເງິນ]],[[ມາດ]], [[ອັງຕີມອນ]], [[ແກ້ວປະເສີດ]] ແລະ ອື່ນໆ, ຢູ່ເທິງໜ້າດິນກໍມີປ່າໄມ້ກວມເນື້ອທີ່ 47 % ຂອງເນື້ອທີ່ທັງໝົດ, ໃນນັ້ນມີທັງໄມ້ຄ່າສູງທາງດ້ານເສດຖະກິດ ເຊັ່ນ [[ໄມ້ຄະຍູງ]], [[ໄມ້ດູ່]], [[ໄມ້ເກດສະໜາ]], [[ໄມ້ໂລ່ງເລ່ງ]]
ຢູ່ໃນປ່າກໍມີເຄື່ອງປ່າຂອງດົງປະເພດຕ່າງໆ ທີ່ໂລກຕ້ອງການຫຼາຍເຊັ່ນ: [[ຄັ່ງ]], [[ຍານ]], [[ໝາກແໜ່ງ]], [[ຢາງແປກ]], [[ຫວາຍ]], ຕົ້ນໄມ້ເປັນຢາ ແລະ ອື່ນໆ ນອກນັ້ນ ຍັງມີສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນເຊັ່ນ: [[ຊ້າງ]], [[ເສືອ]], [[ໝີ]], [[ເມີຍ]], [[ກະທິງ]], [[ກວາງ]], [[ເຍືອງ]], [[ເສົາຫຼາ]] ໆລໆ.
===== ປະເພດປ່າ =====
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ປະເທດລາວ"