ປະເທດອັງກິດ: Difference between revisions

Content deleted Content added
No edit summary
No edit summary
ແຖວ 68:
ພູມປະເທດສ່ວນຫຼາຍປະກອບດ້ວຍພູຕ່ຳໆ ແລະບ່ອນພຽງ ໂດຍສະເພາະແມ່ນທາງຕອນກາງແລະໃຕ້. ຢ່າງໃດກໍດີ ທາງເໜືອແລະຕາເວັນຕົກສຽງໃຕ້ແມ່ນບ່ອນສູງ. ມີ[[ວິນເຊສະເຕີ]]ເປັນນະຄອນຫຼວງເກົ່າຈົນເທົ້າປ່ຽນມາເປັນ[[ລອນດອນ]]ໃນ ຄ.ສ. 1066. ລອນດອນໃນປັດຈຸບັນແມ່ນເຂດມະຫານະຄອນໃຫຍ່ທີ່ສຸດໃນສະຫະລາຊະອານາຈັກ ແລະ ແມ່ນເມືອງທີ່ມີພື້ນທີ່ທີ່ໃຫຍ່ທີ່ສຸດໃນ[[ສະຫະພາບເອີລົບ]]ເມື່ອວັດແທກດ້ວຍເກນສ່ວນສາກົນ. ປະຊາກອນປະເທດມີຢູ່ປະມານ 51 ລ້ານຄົນ ເຊິ່ງຄິດເປັນ 84% ຂອງປະຊາກອນສະຫະລາຊະອານາຈັກ ໂດຍສ່ວນໃຫຍ່ອາໄສຢູ່ໃນລອນດອນ. [[ພາກຕາເວັນອອກສຽງໃຕ້ຂອງອັງກິດ|ພາກຕາເວັນອອກສຽງໃຕ້]]ແລະເຂດເມືອງໄດ້ຂະຫຍາຍໂຕໄປເຖິງພາກມິດແລນ, [[ພາກຕາເວັນຕົກສຽງເໜືອຂອງອັງກິດ|ພາກຕາເວັນຕົກສຽງເໜືອ]] ແລະ [[ຢອກເຊີ]] ເຊິ່ງໄດ້ຮັບການພັດທະນາເປັນພື້ນທີ່ອຸດສາຫະກຳສໍາຄັນລະຫວ່າງຄະລິດສັດຕະວັດທີ 19.
 
ຫຼັງຈາກ ຄ.ສ. 1284 [[ລາຊະອານາຈັກອັງກິດ]]ໄດ້ລວມກັບ[[ປະເທດການ]]ເປັນລັດອະທິປະໄຕຈົນເທົ້າວັນທີ 1 ພຶດສະພາ ຄ.ສ. 1707 ເມື່ອພະລາຊະບັນຍັດໃຫ້ລວມກັບ[[ລາຊະອານາຈັກເອກົດ]]ເປັນລັດໃໝ່ ແລະສະຖາປະນາລັດໃໝ່ນີ້ເປັນ[[ລາຊະອານາຈັກບະເລີຕາຍໃຫຍ່]]<ref>William E. Burns, ''A Brief History of Great Britain'', [http://books.google.co.uk/books?id=Fjf4YynnC90C&pg=PT21#v=onepage&q&f=false p. xxi]</ref><ref>[http://www.parliament.uk/about/living-heritage/evolutionofparliament/legislativescrutiny/ Acts of Union 1707] parliament.uk, accessed 27 January 2011</ref>. ບະເລີຕາຍໃຫຍ່ນີ້ລັດໃໝ່ນີ້ ໄດ້ລວມກັບ[[ລາຊະອານາຈັກອຽກລັງ]]ເປັນລັດໃໝ່ໃນປີ ຄ.ສ. 1801 ໂດຍຜ່ານພະລາຊະບັນຍັດສະຫະພາບອີກສະບັບໜຶ່ງ. ລັດໃໝ່ນີ້ມີຊື່ວ່າ [[ສະຫະລາຊະອານາຈັກບະເລີຕາຍໃຫຍ່ແລະອຽກລັງ]]. ພໍເຖິງປີ ຄ.ສ. 1922 [[ລັດອິດສະຫຼະອຽກລັງ]]ໄດ້ຮັບການສະຖາປະນາເປັນອານາຈັກແຍກ. ແຕ່ Royal and Parliamentary Titles Act 1927 ໄດ້ລວມອຽກລັງເໜືອເຂົ້າກັບສະຫະລາຊະອານາຈັກອີກເທື່ອ ເປັນ[[ສະຫະລາຊະອານາຈັກບະເລີຕາຍໃຫຍ່ແລະອຽກລັງເໜືອ]] ເຊິ່ງແມ່ນສະຫະລາຊະອານາຈັກໃນປັດຈຸບັນ.