ພະພົມ: Difference between revisions

Content deleted Content added
No edit summary
ແຖວ 4:
 
ມີຄວາມເຊື່ອອີກວ່າພະພົມເປັນຜູ້ສ້າງຄົນໃນ[[ວັນນະ]]ຕ່າງໆ ຈາກ[[ອະໄວຍະວະ]]ແຕ່ລະສ່ວນ ໄດ້ແກ່ [[ພາມ]]ເກີດຈາກພະໂອດ, [[ກະສັດ]]ເກີດຈາກເອິກ, [[ແພດ (ວັນນະ)|ແພດ]]ເກີດຈາກທ້ອງ ແລະ[[ສູດ (ວັນນະ)|ສູດ]]ເກີດຈາກຕີນ<ref>[http://www.montradevi.org/customize-%E0%B8%9B%E0%B8%A3%E0%B8%B0%E0%B8%A7%E0%B8%B1%E0%B8%95%E0%B8%B4%E0%B8%9E%E0%B8%A3%E0%B8%B0%E0%B8%9E%E0%B8%A3%E0%B8%AB%E0%B8%A1-66182-1.html ประวัติพระพรหม]</ref>.
 
ຕາມມະຕິຂອງພາມນາຈານແຕ່ບູຮານກ່າວເຖິງຕໍາລາ[[ພົມມະຊາດ]] ວ່າມາຈາກພົມ<ref>คัมภีร์ อสีติธาตุ คำอธิบายท้ายตำราภาคที่สี่ โหราศาสตร์ไทยมาตรฐานฉบับสมบูรณ์ ของ หลวงวิศาลดรุณกร (อ้น สาริกบุตร)</ref>. ຕໍາລາພຸດທະລັກສະນະທີ່[[ລຶສີ]]ແຕ່ງໄວ້ກໍມາຈາກພົມ. ເຫດທີ່ຮູ້ເຫັນເຖິງພຸດທະລັກສະນະໄດ້ ຍ້ອນພົມມີອາຍຸຍືນແລະຮູ້ເຫັນເລື່ອງຕ່າງໆ ຢູ່ຕະຫຼອດ. ເມື່ອພາມໜຸ່ມທ່ຽວຫາບ່ອນຮຽນແລະເຮັດຄວາມໂຄລົບໃນຜູ້ເຖົ້າຢູ່ ພະພົມເຫັນແກ່ຄວາມກູນາ. ພໍພະອົງຊາບເລື່ອງ ຈຶ່ງແປງເພດເປັນລຶສີແລ້ວບອກວິຊາ ທັງເລື່ອງມົນ ໄສຍະເວດ ຕໍາລາພະຍາກອນ ຕໍາລາເບິ່ງລັກສະນະຂອງໝໍດູຕ່າງໆ. ພາມຈຶ່ງຖືວ່າມາຈາກພົມ ແລະຖືກັນວ່າເປັນຂອງສັກສິດອັນຈົບງາມ. ແມ່ນວ່າຄຳພີປິງຄະດາບົດ ຕໍາລາໂຕລົກຈື[[ໂຫລາສາດ]]ຈີນ ເຖິງຕະຫຼອດຄຳພີໂຫລາສາດຮຸ່ນຫຼັງໆ ກໍກ່າວວ່າໄດ້ມາແຕ່ລຶສີແລະເທວະບັນດານ. ອາຈານທີ່ຮຽນຮູ້ໄວ້ຕ່າງກໍກ່າວເຖິງສິ່ງມົງຄຸນນີ້ໃນທໍານອງດຽວກັນ.
 
== ນິລຸດຕິສາດ ==
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ພະພົມ"