ພະພົມ: Difference between revisions

Content deleted Content added
ແຖວ 2:
 
== ສາສະໜາພຸດ ==
ພະພົມເປັນເທວະດາຊັ້ນສູງກວ່າເທວະດາທົ່ວໄປໃນ[[ສະກາມາພະຈອນ]] ແຕ່ມີ[[ການວຽນຫວ້າຍຕາຍເກີດ]]ດ້ວຍອໍານາດກິເລດ (ໂລພະ ໂທສະ ໂມຫະ ແຕ່ໃນພົບຊາດກ່ອນຈຸຕິແລະປະຕິສົນທິເປັນພົມມີກຸສົນຫຼາຍ ມີຊານສະມາບັດເປັນອາລົມ ເມື່ອຕາຍຈຶ່ງເກີດຢູ່ສະຫວັນຊັ້ນນີ້). ຢູ່ໃນສະຫວັນທີ່ເອີ້ນວ່າຊັ້ນພົມ ([[ພົມມະພູມ]]). ແບ່ງອອກເປັນ 2 ປະເພດ ແມ່ນ ພົມທີ່ມີຮູບ ເອີ້ນວ່າ "ຮູບປະພົມ" ມີທັງໝົດມີ 16 ຊັ້ນ ແລະພົມທີ່ບໍ່ມີຮູບ ເອີ້ນວ່າ "ອະຮູບປະພົມ" ມີທັງໝົດ 4 ຊັ້ນ ໂດຍອະຮູບປະພົມຈະສູງກວ່າຮູບປະພົມ. ພະອົງບໍ່ມີເພດ ບໍ່ຕ້ອງກິນອາຫານ ເໝືອນ[[ສັດຕະວະໂລກ]]ໃນພູມອື່ນ ບໍ່ຕ້ອງຂັບຖ່າຍຍ້ອນເບີກບານອິ່ມເອີບໂດຍມີຊານສະມາບັດເປັນອາຫານ.
 
== ອ້າງອີງ ==
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ພະພົມ"