ພະພົມ: Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
'''ພະພົມ''' ({{lang-sa|ब्रह्मा}} ''ພຣຫມ''; {{lang-en|Brahma}}) ເປັນເທບພະເຈົ້າສູງສຸດ ([[ຕີມູລະຕິ]]) ໃນຄະຕິ[[ສາສະໜາຮິນດູ|ຮິນດູ]]. ເປັນເທບພະເຈົ້າແຫ່ງການສ້າງແລະຄວາມເມດຕາ. ເປັນ[[ພະຜູ້ສ້າງ]]ໂລກແລະໃຫ້ກໍາເນີດສິ່ງຕ່າງໆ ໃນ[[ຈັກກະວານ]] ແລະໃຫ້ກໍາເນີດຄຳພີ[[ພະເວດ]]. ມີສີ່ພັກ ພະສໍສວມລູກປະຄໍາ ພະຫັດແຕ່ລະເບື້ອງຖືດອກບົວ, ຄຳພີ ແລະໝໍ້ນ້ຳ. ມີພາຫະນະເປັນ[[ຫົງ]]ຫຼື[[ຫ່ານ]]. ພະຊາຍາແມ່ນ[[ພະສຸລັດວະດີ]] ເທພີແຫ່ງສິລະປະວິທະຍາການແລະຄວາມຮອບຮູ້.
 
== ສາສະໜາພຸດ ==
ພະພົມເປັນເທວະດາຊັ້ນສູງກວ່າເທວະດາທົ່ວໄປໃນ[[ສະກາມາພະຈອນ]] ແຕ່ມີ[[ການວຽນຫວ້າຍຕາຍເກີດ]]ດ້ວຍອໍານາດກິເລດ (ໂລພະ ໂທສະ ໂມຫະ ແຕ່ໃນພົບຊາດກ່ອນຈຸຕິແລະປະຕິສົນທິເປັນພົມມີກຸສົນຫຼາຍ ມີຊານສະມາບັດເປັນອາລົມ ເມື່ອຕາຍຈຶ່ງເກີດຢູ່ສະຫວັນຊັ້ນນີ້). ຢູ່ໃນສະຫວັນທີ່ເອີ້ນວ່າຊັ້ນພົມ ([[ພົມມະພູມ]]). ແບ່ງອອກເປັນ 2 ປະເພດ ແມ່ນ ພົມທີ່ມີຮູບ ເອີ້ນວ່າ "ຮູບປະພົມ" ມີທັງໝົດ 16 ຊັ້ນ ແລະພົມທີ່ບໍ່ມີຮູບ ເອີ້ນວ່າ "ອະຮູບປະພົມ" ມີທັງໝົດ 4 ຊັ້ນ ໂດຍອະຮູບປະພົມຈະສູງກວ່າຮູບປະພົມ. ບໍ່ມີເພດ ບໍ່ຕ້ອງກິນອາຫານ ເໝືອນ[[ສັດຕະວະໂລກ]]ໃນພູມອື່ນ ຍ້ອນເບີກບານອິ່ມເອີບໂດຍມີຊານສະມາບັດເປັນອາຫານ ຈຶ່ງບໍ່ຕ້ອງຂັບຖ່າຍ.
 
 
== ອ້າງອີງ ==
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ພະພົມ"