ອາລີຊະຕົດ: Difference between revisions

Content deleted Content added
No edit summary
ແຖວ 11:
 
ການສຶກສາແລະຄົ້ນຄວ້າຂອງອາລີຊະຕົດເຮັດໃຫ້ເພິ່ນເປັນຜູ້ຮອບຮູ້ສັບພະວິຊາ ແລະໄດ້ຂຽນປຶ້ມໄວ້ຫຼວງຫຼາຍປະມານ 400 - 1000 ຫົວ ເຊິ່ງຜົນງານຂຽນຕ່າງໆແມ່ນມີອິດທິພົນຕໍ່ຄວາມເຊື່ອໃນສາສະໜາຄິດຈົນເຖິງຍຸກກາງຫຼືຍຸກມືດເຊິ່ງມີເວລາປະມານ 1,500 ປີເປັນຢ່າງໜ້ອຍ.
 
== ຄໍາສອນ ==
ຄໍາສອນທີ່ໜ້າສົນໃຈຂອງອາລີຊະຕົດໄດ້ແກ່ ຄວາມເຊື່ອທີ່ວ່າໂລກເຮົານີ້ປະກອບດ້ວຍທາດຕ່າງໆ 4 ທາດ ຄື ດິນ ນ້ໍາ ລົມ ແລະໄຟ. ແມ່ນຄວາມເຊື່ອທີ່ໃຊ້ອະທິບາຍໂຄງສ້າງຂອງຈັກກະວານ ອາລີຊະຕົດເຊື່ອວ່າ [[ໂລກ]]ເປັນສູນກາງຂອງ[[ຈັກກະວານ]] ໂດຍມີດາວຕ່າງໆລວມທັງດວງອາທິດໂຄຈອນຮອບໆ. ເຊື່ອອີກວ່າ ສະຫວັນຢູ່ນອກອະວະກາດ, ໂລກຢູ່ທາງລຸ່ມລົງມາ, ນ້ໍາຢູ່ເທິງພື້ນໂລກ, ລົມຢູ່ເໜືອນ້ໍາ ແລະໄຟຢູ່ເໜືອລົມ. ແລະເຊື່ອອີກວ່າ ທາດຕ່າງໆຂອງໂລກຈະປ່ຽນແປງສະເໝີ ແຕ່ວ່າທາດທີ່ປະກອບເປັນສະຫວັນຈະບໍ່ປ່ຽນແປງ.
 
ຄໍາສອນແນວນີ້ ຕໍ່ມາໃນປີ ຄ.ສ. 1609 [[ໂຢຮັນເນດ ເຄປະເລີ]] (Johannes Kepler) ໄດ້ຕັ້ງ[[ກົດຂອງເຄປະເລີ]] ເຊິ່ງສະເໜີວ່າໂລກໂຄຈອນຮອບດວງອາທິດເປັນວົງຮີ. ແນວຄິດໃໝ່ນີ້ແມ່ນການລົບລ້າງຄວາມເຊື່ອກ່ຽວກັບ[[ຈັກກະວານຂອງອາລີຊະຕົດ]].
 
ໃນອີກເລື່ອງທີ່ໜ້າສົນໃຈແມ່ນ ກໍລະນີຂອງວັດຖຸສອງຢ່າງທີ່ມີນ້ໍາໜັກບໍ່ເທົ່າກັນ. ຕາມຫຼັກຂອງອາລີຊະຕົດ, ວັດຖຸທັງສອງຈະຕົກລົງເຖິງພື້ນບໍ່ພ້ອມກັນ. ແຕ່ໃນປີ ຄ.ສ. 1600 [[ກາລິເລໂອ ກາລິເລອິ|ກາລິເລໂອ]] ໄດ້ພິສູດຕໍ່ໜ້າສາທາລະນະຊົນຢູ່ຫໍເນີ້ງແຫ່ງປິຊາວ່າ ແມ່ນແນວຄິດນີ້ທີ່ບໍ່ຖືກຕ້ອງ.
 
ຢ່າງໃດກໍດີ ທິສະດີຂອງອາລີຊະຕົດທາງດ້ານ[[ຊີວະວິທະຍາ]] ໄດ້ຮັບການຍ້ອງຍໍຫຼາຍ ຍ້ອນເພິ່ນໄດ້ສຶກສາກ່ຽວກັບຊີວິດຂອງສັດຕ່າງ ໆ ເຊັ່ນ ປາ ແລະພວກ[[ສັດເລືອຄານ]] ແລະໄດ້ບັນທຶກໄວ້ຢ່າງລະອຽດຫຼາຍ. ໄດ້ແບ່ງສັດອອກເປັນ 2 ພວກໃຫຍ່ ແມ່ນ ພວກມີ[[ສັດມີກະດູກສັນຫຼັງ|ກະດູກສັນຫຼັງ]] (Vertebrates) ແລະພວກ[[ສັດບໍ່ມີກະດູກສັນຫຼັງ|ບໍ່ມີກະດູກສັນຫຼັງ]] (Invertebrates). ນັບວ່າອາລີຊະຕົດເປັນຜູ້ບຸກເບີກຄວາມຮູ້ທາງດ້ານນີ້ ຈົນໄດ້ຮັບການຍ້ອງຍໍວ່າເປັນນັກທຳມະຊາດວິທະຍາຄົນທໍາອິດຂອງໂລກ.
 
== ອ້າງອີງ ==
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ອາລີຊະຕົດ"