ອາລີຊະຕົດ: Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
'''ອາລີຊະຕົດ''' ({{lang-fr|Aristote}}) ຫຼື '''ອາລີຊະໂຕເຕແລດ''' ({{lang-el|Αριστοτέλης}}) (384 ປີກ່ອນຄິດຕະການ – 7 ມີນາ 322 ປີກ່ອນຄິດຕະການ) ເປັນ[[ນັກປັດຊະຍາ]][[ກະເລັກບູຮານ]] ເປັນລູກສິດຂອງ[[ປະລາຕົງ]] ແລະເປັນອາຈານຂອງ[[ອາເລັກຊັງດະເລີມະຫາລາດ]]. ເພິ່ນແລະປະລາຕົງໄດ້ຮັບຍົກຍ້ອງໃຫ້ເປັນໜຶ່ງໃນນັກປັດຊະຍາທີ່ມີອິດທິພົນສູງທີ່ສຸດຜູ້ໜຶ່ງ ໃນ[[ໂລກຕາເວັນຕົກ]] ດ້ວຍຜົນງານຂຽນກ່ຽວກັບ[[ຟີຊິກ]] [[ຕັກກະສາດ]] [[ກະວີນິພົນ]] [[ສັດວິທະຍາ]] [[ການເມືອງ]] [[ການປົກຄອງ]] [[ຈະລິຍະສາດ]] ແລະ[[ຊີວະສາດ]].
 
[[ນັກປັດຊະຍາກະເລັກບູຮານ]]ທີ່ຍິ່ງໃຫຍ່ທີ່ສຸດແມ່ນອາລີຊະຕົດ [[ປະລາຕົງ]] ແລະ[[ໂຊກະລັດ]] (ເຊິ່ງແນວຄິດຂອງເພິ່ນມີອິດທິພົນຢ່າງສູງກັບປະລາຕົງ). ເຂົາເຈົ້າໄດ້ປ່ຽນໂສມໜ້າຂອງ[[ປັດຊະຍາກະເລັກ]] [[ສະໄໝກ່ອນໂຊກະລັດ]] ຈົນກາຍເປັນຮາກຖານສຳຄັນຂອງ[[ປັດຊະຍາຕາເວັນຕົກ]]ໃນລັກສະນະປັດຈຸບັນ. ໂຊກະລັດບໍ່ໄດ້ຂຽນຫຍັງຖິ້ມໄວ້ ແຕ່ຜົນຂອງແນວຄິດຂອງເພິ່ນປະກົດໃນບົດສົນທະນາຂອງປະລາຕົງຊື່ ''[[ແຟດະເລີ (ປະລາຕົງ)|ແຟດະເລີ]]'' (Phèdre). ເຮົາຈຶ່ງໄດ້ສຶກສາແນວຄິດຂອງໂຊກະລັດຜ່ານທາງງານຂຽນຂອງປະລາຕົງແລະນັກຂຽນອື່ນໆ. ຜົນງານຂອງປະລາຕົງແລະອາລີຊະຕົດເປັນແກ່ນຂອງ[[ປັດຊະຍາບູຮານ]].
 
ອາລີຊະຕົດເປັນໜຶ່ງໃນບໍ່ຈັກຄົນໃນປະຫວັດສາດທີ່ໄດ້ສຶກສາແທບທຸກສາຂາວິຊາທີ່ມີໃນຊ່ວງເວລາຂອງເພິ່ນ. ໃນສາຂາວິທະຍາສາດ ເພິ່ນໄດ້ສຶກສາ [[ກາຍວິພາກສາດ]], [[ດາລາສາດ]], [[ວິທະຍາອຳບະລີຢົງ]], [[ພູມສາດ]], [[ທໍລະນີວິທະຍາ]], [[ອຸຕຸນິຍົມວິທະຍາ]], [[ຟີຊິກ]], ແລະ [[ສັດວິທະຍາ]]. ໃນດ້ານປັດຊະຍາ ໄດ້ຂຽນກ່ຽວກັບ [[ສຸນທະລີຍະສາດ]], [[ເສດຖະສາດ]], [[ຈະລິຍະສາດ]], [[ການປົກຄອງ]], [[ອະພິປັດຊະຍາ]], [[ການເມືອງ]], [[ຈິດວິທະຍາ]], [[ວາທະສິນ]] ແລະ [[ເທວະວິທະຍາ]]. ເພິ່ນຍັງສົນໃຈກ່ຽວກັບ [[ສຶກສາສາດ]], ປະເພນີຕ່າງຖິ່ນ, [[ວັນນະກຳ]] ແລະ [[ກະວີນິະພົນ]]. ຜົນງານຂອງເພິ່ນເມື່ອຮວບຮວມກັນແລ້ວ ຈັດໄດ້ວ່າເປັນ[[ສາລານຸກົມ]]ຂອງຄວາມຮູ້ສະໄໝກະເລັກ.
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ອາລີຊະຕົດ"