ເອນມີດ: Difference between revisions

Content deleted Content added
ໜ້າໃໝ່: '''ເອນມີດ''' (ກະເລັກ: Ἑρμῆς) ຫຼື '''ແຮກແມັດ''' ({{lang-fr|Hermès}}) ເປັນເທ...
 
No edit summary
ແຖວ 1:
'''ເອນມີດ''' ([[ພາສາກະເລັກ|ກະເລັກ]]: Ἑρμῆς) ຫຼື '''ແຮກແມັດ''' ({{lang-fr|Hermès}}) ເປັນ[[ເທບພະເຈົ້າ]]ອົງໜຶ່ງໃນ[[ປະກະລະນຳປະລຳປະລາ]][[ກະເລັກບູຮານ|ກະເລັກ]] ຫຼືໃນປະກະລະນຳປະລຳປະລາໂລມັງມີຊື່ວ່າ '''ເມນກູລີອຸດ''' ([[ພາສາລາແຕັງ|ລາແຕັງ]]: Mercurius) ຫຼື '''ແມກກູນ''' ({{lang-fr|Mercure}}). ພໍ່ແມ່ນ[[ຊູດ]] (ເຊບ Ζεύς), ແມ່ແມ່ນ[[ມາຢາ]] (Μαῖα) ເຊິ່ງເປັນລູກຂອງ[[ອັດລັດ]]. ຮູບລັກຂອງພະອົງເປັນທີ່ຄຸ້ນເຄີຍຫຼາຍກວ່າຮູບລັກຂອງເທບພະເຈົ້າອົງອື່ນໆ ຍ້ອນພະອົງມີຮູບປັ້ນທີ່ເຫັນບ່ອຍຫຼາຍ. ພະອົງສະຫງ່າງາມແລະຄ່ອງແຄ່ວ ຕີນໃສ່ເກີບມີປີກ ໝວກແບນ ໆ ກໍຕິດປີກຄືກັນ ຄະທາກາຍະສິດຂອງພະອົງມີຊື່ວ່າ ເກລູເກອົນ (κηρύκειον) ຫຼື ກາດູຍເຊ ({{lang-fr|caducée}}). ພະອົງເປັນຜູ້ສົ່ງສານຂອງ[[ຊູດ]] ບິນໄວຄືຄວາມຄຶດເພື່ອເຮັດຕາມຄຳສັ່ງພໍ່.
 
ໃນບັນດາເທພະເຈົ້າ ເອນມີດສະຫຼາດແລະເຈົ້າເລ້ທີ່ສຸດ. ແທ້ຈິງແລ້ວພະອົງເປັນຈອມໂຈນທີ່ເລີ່ມລັກຂອງຕັ້ງແຕ່ເກີດມາຍັງບໍ່ທັນເຖິງໜຶ່ງມື້. ມີເລື່ອງເລົ່າວ່າ ພະອົງເກີດຍາມຮຸ່ງເຊົ້າ ແຕ່ກ່ອນຄ່ຳກໍໄດ້ລັກຝູງສັດຂອງ[[ອາໂປໂລ]]ໄປແລ້ວ. ຈາກນັ້ນ ກໍຖືກຊູດສັ່ງໃຫ້ຄືນຝູງສັດໄປ ແລະໄດ້ຮັບອະໄພຈາກອາໂປໂລຍ້ອນວ່າເອນມີດຖວາຍ[[ພິນ]]ທີ່ຫາກໍປະດິດຂຶ້ນຈາກກະດອງເຕົ່າໃຫ້. ເລື່ອງນີ້ອາດມີຄວາມເຊື່ອມໂຍງລະຫວ່າງເລື່ອງໃນຕອນທຳອິດຂອງພະອົງກັບການທີ່ພະອົງເປັນເທບພະເຈົ້າແຫ່ງພານິດຊະຍະກຳແລະການຄ້າຂາຍເລື່ອງນີ້ອາດມີຄວາມເຊື່ອມໂຍງລະຫວ່າງເລື່ອງໃນຕອນທຳອິດຂອງພະອົງກັບການທີ່ພະອົງເປັນເທບພະເຈົ້າແຫ່ງການຄ້າຂາຍ ແລະເປັນຜູ້ພິທັກຂອງພໍ່ຄ້າ. ສິ່ງທີ່ຂັດແຍ່ງກັບລັກສະນະຂອງເອນມີດແມ່ນ ພະອົງຍັງເປັນ[[ມັກຄຸເທດ]]ຂອງຄົນຕາຍອີກ ເປັນເທບທີ່ປ່າວປະກາດຜູ້ຮັບວິນຍານລົງໄປສູ່ເຮືອນສຸດທ້າຍຂອງບັນດາຄົນຕາຍເປັນເທບທີ່ປະກາດເອີ້ນຜູ້ຮັບ[[ວິນຍານ]]ລົງໄປສູ່ເຮືອນສຸດທ້າຍຂອງບັນດາຄົນຕາຍ.
 
ເອນມີດປະກົດຢູ່ໃນເລື່ອງປະລຳປະລາຕ່າງໆ ບ່ອຍກວ່າເທບພະເຈົ້າອົງອື່ນໃດ.
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ເອນມີດ"