ໄກສອນ ພົມວິຫານ: Difference between revisions

Content deleted Content added
ແຖວ 16:
ໃນວັນທີ 9 ພຶດສະພາ ຄ.ສ 1945 ກອງທັບແດງໂຊຫວຽດ ໄດ້ຮັບໄຊຊະນະກອງທັບຟາຊິດເຢຍລະມັນ ເຮັດໃຫ້ເປັນໂອກາດອັນອຳນວຍສຳລັບການລຸກຮືຂື້ນຍຶດອຳນາດໄດ້ເກີດຂື້ນສຳລັບປະຊາຊົນໃນແຫຼມອີນດູຈີນ ປະທານ ໄກສອນ ເຊິ່ງຫາກໍມາຮອດສະຫວັນນະເຂດ ໄດ້ເຄື່ອນໄຫວຄົ້ນຫາຜູ້ທີ່ຮັກຊາດ ໃນຂະບວນການລາວອິດສະຫຼະ ທັງດຳເນີນການປຸກລະດົມ ແລະ ຈັດຕັ້ງຊາວໜຸ່ມລາວ ແລະ ຫວຽດນາມຕ່າດ້າວເຂົ້າຮ່ວມໃນຂະບວນການຕໍ່ສູ້ ຍຶດອຳນາດທີ່ສະຫວັນນະເຂດ
 
ຕາມບົດຮຽນຂອງ ທ່ານ ສີຊະນະ ສີສານ ເຊິ່ງເປັນຜູ້ໜຶ່ງທີ່ໄດ້ເຂົ້າຮ່ວມໃນຂະບວນການນັ້ນໃຫ້ຮູ້ວ່າ "ໃນຂະນະນັ້ນ ສະຫາຍ ໄກສອນ ພ້ອມດ້ວຍຄະນະຜູ້ແທນແຂວງສະຫວັນນະເຂດ ໄດ້ໄປຫາພວກຍີ່ປຸ່ນ ແລະ ທ້ວງໃຫ້ຍີ່ປຸ່ນມອບອຳນາດໃຫ້ແກ່ຄົນລາວ ໃນທີສຸດໃນວັນທີ 31 ສິງຫາ ຄ.ສ 1945 ພວກຍີ່ປຸ່ນກໍໄດ້ຍອມມອບປືນ 120 ກະບອກ ພ້ອມດ້ວຍລູກປືນຫຼາຍຫີບໃຫ້ແກ່ຊາວແຂວງສະຫວັນນະເຂດ ກອງກຳລັງປະກອບອາວຸດຂອງປະຊາຊົນໄດ້ຮັບການຈັດຕັ້ງຂື້ນທັນທີ ແລະ ພ້ອມກັນນັ້ນ ປະທານ ໄກສອນ ແລະ ຜູ້ຂຽນ (ທ່ານສີຊະນະ ສີສານ) ກໍໄດ້ພາກັນອອກໄປບ້ານບອກໃຫ້ບັນດາກຳລັງປະກອບອາວຸດ "ລາວອິດສະຫຼະ" ເຂົ້າມາສະຫວັນນະເຂດ ເພື່ອສົມທົບກັບກຳລັງປະກອບອາວຸດປະຊາຊົນ ທີ່ໄດ້ຈັດຕັ້ງຂື້ນໄວ້ກ່ອນໜ້າແລ້ວ ໃຫ້ເປັນກຳລັງປະກອບອາວຸດອັນດຽວກັນ ພາຍຫຼັງທີ່ການຍຶດອຳນາດຮຽບຮ້ອຍແລ້ວ ທ່ານ ໄກສອນ ພົມວິຫານ ກໍໄດ້ຮັບຜິດຊອບພະແນກຖະແຫຼງຂ່າວຂອງແຂວງ เข้ามาสะหวันนะเขต"
 
ວັນທີ 9 ກັນຍາ 1945 ພວກທະຫານຝຣັ່ງໄດ້ເປີດບັ້ນບຸກໂຈມຕີເຂົ້າຕົວເມືອງ ຂອງແຂວງສະຫວັນນະເຂດ ພວກເຂົາໄດ້ຖືກຕອບໂຕ້ຄືນຢ່າງແຂງແຮງ ຈາກກຳລັງ ປະກອບອາວຸດປະຊາຊົນ ຕັ້ນເດືອນຕຸລາ 1945 ທ່ານໄດ້ເປັນເຈົ້າການໃນການເຄື່ອນໄຫວປຸກລະດົມ ແລະ ຈັດຕັ້ງມວນຊົນຊາວສະຫວັນນະເຂດ ເກືອບ 2.000 ຄົນ ເຂົ້າຮ່ວມໃນພິທີຕ້ອນຮັບ ທ່ານ ສຸພານຸວົງ ທີ່ໄດ້ເດີນທາງມາຈາກປະເທດຫວຽດນາມ ຜ່ານສະຫວັນນະເຂດ ເພື່ອໄປເຂົ້າຮ່ວມຄະນະລັດຖະບານລາວອິດສະຫຼະ ທີ່ນະຄອນຫລວງວຽງຈັນ