ກົດໝາຍ: Difference between revisions

Content deleted Content added
No edit summary
No edit summary
ແຖວ 2:
 
'''ກົດໝາຍ''' (law) ແມ່ນ ບັນດາຂໍ້ກຳນົດທີ່ມີຜົນບັງຄັບໃຊ້ທົ່ວໄປ ແລະ ຮັບປະກັນການຈັດຕັ້ງປະຕິບັດໂດຍລັດ. ລະບຽບ, ຫຼັກການທີ່ ກຳນົດຂຶ້ນ ໂດຍ ອຳນາດລັດ ເຊັ່ນ [[ອົງກອນນິຕິບັນຍັດ|ອົງການນິຕິບັນຍັດ]]([[ສະພາ|ສະພາແຫ່ງຊາດ]]), [[ອົງກອນບໍລິຫານ|ອົງການບໍລິຫານ]]([[ລັດຖະບານ]]), ອົງການຕຸລາການ(ສານປະຊາຊົນ ແລະ ອົງການຕຸລາການ)ເປັນຕົ້ນ. ໂດຍທົ່ວໄປ ກົດໝາຍ ຂອງ ປະເທດໃດໜຶ່ງ ຈະປະກອບ ດ້ວຍ ຫຼາຍໆປະມວນກົດໝາຍຕົ້ນຕໍ ເຊັ່ນ ກົດໝາຍແພ່ງ, ກົດໝາຍອາຍາ. ນອກຈາກນີ້ ເກືອບທຸກໆປະເທດ ຈະມີ [[ລັດຖະທຳມະນູນ]] ເຊິ່ງ ຖືໄດ້ວ່າ ແມ່ນ ກົດໝາຍ ຂອງ ກົດໝາຍ ຫຼື ທີ່ຈະເປັນພື້ນຖານ ຂອງ ທຸກໆກົດໝາຍ ທີ່ຈະຖືກກຳນົດຂຶ້ນ ໃນ ປະເທດນັ້ນໆ.
 
ກົດໝາຍຈະບັງຄັບໃຊ້ກັບທຸກຄົນເທົ່າທຽມກັນໝົດບໍ່ວ່າຄົນຜູ້ຈະເປັນໃຜກໍ່ຕາມເຊັ່ນຖ້າກົດໝາຍຫ້າມວ່າ:ເມື່ອພົບສັນຍານໄຟຈະລາຈອນທີ່ເປັນສີແດງແມ່ນໃຫ້ຈອດລົດ,ກໍ່ໝາຍຄວາມວ່າທຸກຄົນຈະຕ້ອງຈອດເມື່ອມີສັນຍານໄຟດັ່ງກ່າວບໍ່ວ່າຄົນຜູ້ນັ້ນຈະລວຍຫຼືຈົນພຽງໃດ,ບໍ່ວ່າຄົນຜູ້ນັ້ນຈະເປັນລູກເປັນຫຼານຂອງຜູ້ໃດຫຼືມີຍົດຖາບັນດາສັກໃຫຍ່ນ້ອຍພຽງໃດດັ່ງນີ້ເປັນຕົ້ນ.ເຖິງຢ່າງໃດກໍ່ຕາມກົດໝາຍບາງຂໍ້ບາງມາດຕາກໍ່ມັກຈະບັນຍັດຂໍ້ຍົກເວັ້ນບາງປະການໄວ້ຢູ່ເຊັ່ນວ່າ:ຖ້າມີຂະບວນລົດທ່ານຜູ້ນໍາ,ລົດພະຍາບານ,ລົດດັບເພີງແມ່ນສາມາດແລ່ນຜ່າໄຟແດງໄດ້ດັ່ງນີ້ເປັນຕົ້ນ.
 
[[ໝວດ:ກົດໝາຍ|ກົດໝາຍ]]
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ກົດໝາຍ"