ຮີດສິບສອງຄອງສິບສີ່: Difference between revisions

Content deleted Content added
No edit summary
No edit summary
 
ແຖວ 13:
 
1.ເດືອນຈຽງ(ເດືອນໜຶ່ງ)ບຸນນິມົນພະສົງເຂົ້າກໍາ.
ຊ່ວງທີ່ຈັດແມ່ນເດືອນໜຶ່ງລາວຕາມປະຕິທິນຈັນທະລະຄະຕິ.ລັກຊະນະແລະເນື້ອໃນໃຈຄວາມຂອງບຸນນີ້ກໍ່ແມ່ນເພື່ອເຮັດໃຫ້ພະສົງອົງຂະເຈົ້າໄດ້ມີເວລາປະຕິບັດສະມະຖະແລະວິປັດສະນາຢ່າງເຕັມທີ່ໂດຍບໍ່ຫຍຸ້ງກ່ຽວກັບກິດຈະການພາຍນອກເລີຍ,ເພາະວ່າສະໄໝທີ່ຮີດສິບສອງຄອງສິບສີ່ຮຸ່ງເຮືອງນັ້ນພະສົງອົງເຈົ້າຈະວຸ້ນວາຍກັບວຽກງານຂອງຄາລະວາດເສຍເປັນສ່ວນໃຫຍ່ຈົນເຮັດໃຫ້ບໍ່ມີເວລາໄດ້ປະຕິບັດເພື່ອຄວາມຈະເລີນໃນສິນໃນທໍາຂອງຕົວເອງເທົ່າທີ່ຄວນ.ຫຼັງຈາກຄົບກໍານົດເດືອນແລ້ວກໍ່ຈະມີການປະຊຸມສົງແລ້ວເຮັດພິທີສາລະພາບບາບສໍາຫຼັບຜູ້ທີ່ບໍ່ມີບາບມາສາລະພາບກໍ່ຈະເປີດໃຈໃຫ້ເພືອນສະຫະທໍາມິດທີ່ເປັນພະດ້ວຍກັນສາມາດຕໍາໜິຕິຕຽນຕົນດ້ວຍເຫດແລະຜົນເພື່ອຈະໄດ້ເອົາຄໍາຕິຕຽນນັ້ນໄປພັດທະນາຕົວເອງໃຫ້ດີຂຶ້ນຫຼັງຈາກຄົບກໍານົດແລ້ວກໍ່ຈະມີການປະຊຸມສົງແລ້ວເຮັດພິທີສາລະພາບບາບສໍາຫຼັບຜູ້ທີ່ບໍ່ມີບາບມາສາລະພາບກໍ່ຈະເປີດໃຈໃຫ້ເພືອນສະຫະທໍາມິດທີ່ເປັນພະດ້ວຍກັນສາມາດຕໍາໜິຕິຕຽນຕົນດ້ວຍເຫດແລະຜົນເພື່ອຈະໄດ້ເອົາຄໍາຕິຕຽນນັ້ນໄປພັດທະນາຕົວເອງໃຫ້ດີຂຶ້ນ.
 
2.ເດືອນຍີ່(ເດືອນສອງ)ເຮັດບຸນລານເຂົ້າຫຼືບຸນຄູນເຂົ້າ,ບາງທ້ອງຖິ່ນເອີ້ນວ່າບຸນກອງເຂົ້າ,ບຸນຄູນລານກໍ່ມີ.