ວິຕາມິນເຄ: Difference between revisions

Content deleted Content added
ໜ້າໃໝ່: ວິຕາມິນເຄຫຼືວິຕາມິນກາແມ່ນວິຕາມິນທີ່ລະລາຍໄດ້ດີໃນໄຂມັນ,ຊ່ວຍໃນ...
 
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

Latest revision as of 06:04, 18 ເມສາ 2019

ວິຕາມິນເຄຫຼືວິຕາມິນກາແມ່ນວິຕາມິນທີ່ລະລາຍໄດ້ດີໃນໄຂມັນ,ຊ່ວຍໃນການແຂັງຕົວຂອງເລືອດ.ສາມາດພົບໄດ້ທໍາມະຊາດສອງຮູບແບບຄືຟີໂລຄວີໂນ່ນຈະພົບໄດ້ໃນພືດແລະສັດແລະເມນາຄວີໂນນເປັນຮູບແບບທີ່ສາມາດພົບໄດ້ໃນເນື້ອເຍື້ອຕັບແລະຍັງສາມາດສ້າງໄດ້ໂດຍແບັດທີເລຍທີ່ອາໄສຢູ່ໃນຮ່າງກາຍ.ສ່ວນຮູບແບບທີສາມມີຊື່ວ່າເມນາໄດໂອນເປັນໂມເລກຸນທີ່ສັງເຄາະຂຶ້ນຊຶ່ງຈະຖືກປ່ຽນເປັນເມນາຄວິໂນນໂດຍຕັບ.

ວິຕາມິນເຄພົບຫຼາຍໃນອາຫານປະເພດຜັກໃບຂຽວ,ຊີ້ນ,ນົມ,ເນີຍ,ນໍ້າມັນໝາກກອກ,ນໍາມັນຖົ່ວເຫຼືອງ,ກາເຟ.ປະລິມານທີ່ຮ່າງກາຍຕ້ອງການແມ່ນ100ໄມໂຄຼກຼ່າມຕໍ່ວັນ.

ຫາກຂາດວິຕາມິນເຄຈະເຮັດໃຫ້ມີເລືອດອອກໃນອະໄວຍະວະຕ່າງໆເຊັ່ນໂພງກະໂຫຼກຫົວ,ລໍາໄສ້,ຜິວໜັງໂດຍຈະພົບຫຼາຍໃນຊ່ວງໜຶ່ງອາທິດທໍາອິດຂອງເດັກອ່ອນ.ທັງນີ້ກໍ່ເປັນເພາະເດັກອ່ອນມີໄຂມັນສະສົມໜ້ອຍຕັບຂອງເດັກນ້ອຍຍັງພັດທະນາບໍ່ສົມບູນ,ລໍາໄສຍັງປາດສະຈາກເຊື້ອແບັດທີເລຍທີ່ສັງເຄາະວິຕາມິນແລະນໍ້ານົມຂອງແມ່ກໍ່ມີປະລິມານວິຕາມິນເຄໜ້ອຍບໍ່ພຽງພໍຕໍ່ຄວາມຕ້ອງການ.ສໍາຫຼັບພາວະການຂາດວິຕາມິນເຄໃນຜູ້ໃຫຍ່ນັ້ນມັກຈະເກີດຮ່ວມກັບສາເຫດບາງຢ່າງເຊັ່ນໂລກກ່ຽວກັບລະບົບທາງເດີນອາຫານບາງຊະນິດ,ໂລກທາງເດີນນໍ້າບີອຸດຕັນ,ຫຼືໄດ້ຮັບຢາແອນຕີ້ໄບໂອຕິກທີ່ມີລິດຄອບຄຸມເຊື້ອກວ້າງ.

ຫາກໄດ້ຮັບວິຕາມິນເຄເກີນຈະເຮັດໃຫ້ເກີດພາວະເມັດເລືອດແດງແຕກແລະພາວະບິລິຣູບິນໃນເລືອດຕໍ່າໃນເດັກອ່ອນໄດ້.