ຄວາມຮູ້: Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
ຄວາມຮູ້ໝາຍເຖິງຂໍ້ມູນຕ່າງໆທີ່ຖືກຄອບຄອງໂດຍບຸກຄົນໃດໜຶ່ງ.ໃນສະໄໝກ່ອນຄົນເຮົາຕ້ອງອາໃສການທ່ອງຈໍາແບບປາກຕໍ່ປາກເພື່ອຈະສືບທອດຄວາມຮູ້ຈາກບຸກຄົນໜຶ່ງໄປຫາບຸກຄົນອື່ນ.ແຕ່ດ້ວຍຄວາມກ້າວໜ້າຂອງເທັກໂນໂລຢີໃນປະຈຸບັນຄວາມຮູ້ຈຶ່ງສາມາດຖືກຈັດເກັບດ້ວຍຫຼາຍຮູບແບບແຕກຕ່າງກັນໄປຕາມແຕ່ຄວາມຖະໜັດແລະຄວາມສະດວກຂອງຜູ້ຮັບແລະສົ່ງຄວາມຮູ້ເຊັ່ນ:ຈັດເກັບດ້ວຍການຈົດກ່າຍໃສ່ປຶ້ມ,ຈັດເກັບດ້ວຍການບັນທຶກລົງໃນຄັອມພິວເຕີ້ໃນຮູບແບບເອກະສານປະເພດຕ່າງໆເຊັ່ນຂໍ້ຄວາມ,ພາບ,ສຽງ,ພາບເຄື່ອນໄຫວ,ວີດີໂອ...ເປັນຕົ້ນແມ່ນການຈັດເກັບດ້ວຍການບັນທຶກລົງໃນຄັອມພິວເຕີ້ແມ່ນກໍາລັງເປັນທີ່ນິຍົມຫຼາຍໃນປະຈຸບັນເພາະສາມາດຈັດເກັບໄດ້ຫຼາຍ,ປະຫຍັດພື້ນທີ່ໃຊ້ສອຍ,ຂໍ້ມູນບໍ່ເສຍຫາຍງ່າຍສາມາດຈັດເກັບໄດ້ດົນເທົ່າທີ່ຕ້ອງການຕາບເທົ່າທີ່ຍັງສາມາດຕອບສະໜອງຄວາມຕ້ອງການທາງເທັກນິກໄດ້,ບໍ່ຈໍາເປັນຕ້ອງຈົດຈໍາໄວ້ໃນຫົວຈົນໝົດທຸກຢ່າງໝາຍຄວາມວ່າຈົດຈໍາພຽງຫົວຂໍ້ທີ່ເຮົາຢາກຮູ້ໄວ້ກໍ່ພໍຖ້າຫາກຕ້ອງການຂໍ້ມູນທີ່ລະອຽດຍາມໃດກໍ່ໃຫ້ໄປກົດເບິ່ງພາຍຫຼັງກໍ່ໄດ້ແລະທີ່ສໍາຄັນທີ່ສຸດແມ່ນສາມາດສືບຄົ້ນຫາຂໍ້ມູນໄດ້ຢ່າງງ່າຍໃດແລະວ່ອງໄວບໍ່ຈໍາເປັນຕ້ອງຈົດຈໍາໄວ້ໃນຫົວຈົນໝົດທຸກຢ່າງໝາຍຄວາມວ່າຈົດຈໍາພຽງຫົວຂໍ້ທີ່ເຮົາຢາກຮູ້ໄວ້ກໍ່ພໍຖ້າຫາກຕ້ອງການຂໍ້ມູນທີ່ລະອຽດຍາມໃດກໍ່ໃຫ້ໄປກົດເບິ່ງພາຍຫຼັງກໍ່ໄດ້ແລະທີ່ສໍາຄັນທີ່ສຸດແມ່ນສາມາດສືບຄົ້ນຫາຂໍ້ມູນໄດ້ຢ່າງງ່າຍດາຍແລະວ່ອງໄວ.
 
ລັດຖະບານລາວໃຫ້ຄວາມສໍາຄັນແລະສົ່ງເສີມການຍົກລະດັບຄວາມຮູ້ໃຫ້ແກ່ປະຊາຊົນຫຼາຍເປັນຕົ້ນແມ່ນຄວາມຮູ້ກ່ຽວກັບແນວທາງນະໂຍບາຍຂອງພັກ,ກົດໝາຍແລະລະບຽບການຂອງລັດແມ່ນລັດຖະບານລາວສົ່ງເສີມຢ່າງເຖິງທີ່ສຸດ.ເພື່ອໃຫ້ປະຊາຊົນມີພູມຄຸ້ມກັນຕໍ່ພວກກຸ່ມຄົນບໍ່ດີທີ່ຍາມໃດກໍ່ມັກຈະອ້າງນະໂຍບາຍຂອງພັກ,ກົດໝາຍແລະລະບຽບການຂອງລັດເພື່ອຫາຜົນປະໂຫຍດໃສ່ຕົນເອງໂດຍບໍ່ສົນໃຈຄວາມເດືອດຮ້ອນຂອງປະເທດຊາດຫຼືຄວາມເດືອດຮ້ອນຂອງປະຊາຊົນເລີຍ.
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ຄວາມຮູ້"