ພະເວດສັນດອນ: Difference between revisions

Content deleted Content added
ໜ້າໃໝ່: ພະເວດສັນດອນເປັນຕົວລະຄອນໜຶ່ງໃນນິທານເລື່ອງພະເວດສັນດອນ,ທ່ານຜູ້...
 
No edit summary
ແຖວ 1:
ພະເວດສັນດອນເປັນຕົວລະຄອນໜຶ່ງໃນນິທານເລື່ອງພະເວດສັນດອນ,ທ່ານຜູ້ນີ້ເປັນຜູ້ມີນິດໃສມັກໃຫ້ທານຢ່າງຍິ່ງ,ຂໍແຕ່ວ່າຂອງສິ່ງໃດທີ່ຂຶ້ນຊື່ວ່າເປັນຂອງລາວລ້ວນແລ້ວແຕ່ສາມາດຖືກທານໄດ້ໝົດ,ບໍ່ເວັ້ນແມ້ແຕ່ລູກຫຼືເມຍຖ້າມີຄົນມາຂໍລາວກໍ່ພ້ອມທີ່ຈະໃຫ້ຢ່າງບໍ່ຫວັ່ນໄຫວ.
 
ຈາກການສືບຄົ້ນຢ່າງລະອຽດຈຶ່ງໄດ້ຮູ້ວ່ານິທານເລື່ອງນີ້ຖືກບອກເລົ່າເປັນຄັ້ງທໍາອິດໂດຍພະພຸດທະເຈົ້າສະມະນະໂຄດົມ.ຫຼາຍຄົນເຊື່ອວ່າພະເວດສັນດອນເປັນຊາດສຸດທ້າຍຂອງພະພຸດທະເຈົ້າທີ່ຈະມາເກີດເພື່ອສ້າງພຸດທະພູມ,ແຕ່ຄວາມຈິງກັບບໍ່ໄດ້ເປັນແບບນັ້ນພະເວດສັນດອນເປັນພຽງຊາດທີ່ໄກ້ທີ່ສຸດ(ຄຶນຫຼັງໄປເກົ້າສິບແປດກັບ,ໜຶ່ງກັບແມ່ນຊົ່ວອາຍຸເກີດດັບຂອງດວງດາວຄັ້ງໜຶ່ງ)ທີ່ຖືກຍົກມາເປັນຕົວຢ່າງໃນເລື່ອງການບໍາເພັນທານນະບາລະມີເທົ່ານັ້ນ,ເມື່ອຕາຍຈາກຊາດພະເວດສັນດອນແລ້ວທ່ານກໍ່ຍັງວຽນວ້າຍຕາຍເກີດໄປໃນພົບພູມຕ່າງໆອີກຕັ້ງຫຼາຍຊາດກວ່າຈະມາເກີດເປັນພະພຸດທະເຈົ້າ.ເມື່ອເວົ້າເຖິງການບໍາເພັນທານນະບາລະມີແລ້ວຊາດທີ່ເປັນພະເວດສັນດອນນີ້ຍັງບໍ່ໄດ້ແມ່ນຊາດທີ່ຍິ່ງໃຫຍ່ທີ່ສຸດເລີຍດ້ວຍຊໍ້າໄປ,ພະພຸດທະເຈົ້າພຽງຈັບຊາດທີ່ເປັນພະເວດສັນດອນເພື່ອເອົາມາເປັນຕົວຢ່າງເທົ່ານັ້ນ,ສາເຫດຄົງເປັນດັ່ງທີ່ກ່າວມາແລ້ວວ່າເພາະມັນເປັນຊາດທີ່ໄກ້ທີ່ສຸດນັ້ນເອງ,ຖ້າຫາກລະລຶກໄກຄືນຫຼັງໄປອີກກໍ່ຍັງມີອີກຫຼາຍພົບຊາດທີ່ພະພຸດທະເຈົ້າເຄີຍເຮັດເຊັ່ນນີ້ຫຼືເຮັດຫຼາຍຍິ່ງກວ່ານີ້.ລາຍລະອຽດເລື່ອງພະເວດສັນດອນນັ້ນໃຫ້ຜູ້ອ່ານຕິດຕາມອ່ານໃນບົດຄວາມທີ່ມີຊື່ວ່າ"[[ນິທານພະເວດສັນດອນ"]]ແລ້ວຈະໄດ້ເຂົ້າໃຈແລະຮູ້ກ່ຽວກັບພະເວດສັນດອນໄດ້ຫຼາຍຂຶ້ນ.
 
ບາງຄົນບອກວ່າຕາຍຈາກພະເວດສັນດອນແລ້ວກໍ່ໄປເກີດເປັນເທບພະເຈົ້າຢູ່ສະຫວັນຊັ້ນດູສິດແລະກໍ່ມາເກີດເປັນພະພຸດທະເຈົ້າ,ນັ້ນກໍ່ຜິດອີກເໝືອນກັນເພາະອາຍຸຂອງເທວະດາຊັ້ນດູສິດໂດຍສະເລ່ຍປະມານ3,650,000,000ປີເມືອງມະນຸດ(ຄໍານວນຕາມທີ່ພະໄຕປີດົກບັນຍັດໄວ້),ຖ້າເປັນອົງອິນກໍ່ໃຫ້ຕື່ມເລກສູນເຂົ້າໄປອີກໂຕໜຶ່ງ.ແມ້ວ່າປ່ຽນອົງອິນຊັ້ນດູສິດອີກພັນອົງກໍ່ຍັງບໍ່ເຖິງໜຶ່ງກັບ.ຖ້າພະເວດສັນດອນໄປເກີດຊັ້ນດູສິດແລ້ວເປັນອົງອິນກໍ່ໃຫ້ລອງຄິດເບິ່ງວ່າທ່ານຈະຕ້ອງເປັນອົງອິນຈັກສະໄໝຈຶ່ງຈະເຖິງເກົ້າສິບແປດກັບ.ດ້ວຍການຄໍານວນງ່າຍໆເທົ່ານີ້ກໍ່ຮູ້ແລ້ວວ່າພະເວດສັນດອນບໍ່ແມ່ນຊາດສຸດທ້າຍຂອງພະພຸດທະເຈົ້າທີ່ຈະມາເກີດເປັນມະນຸດເພື່ອສ້າງພຸດທະພູມ.