ວິຕາມິນເອ: Difference between revisions

Content deleted Content added
ໜ້າໃໝ່: ວິຕາມິນເອຫຼືທີ່ຄົນລາວເຮົາລຶ້ງກັນເອີ້ນວ່າວິຕາມິນອາເປັນສ່ວນປ...
 
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

Latest revision as of 14:39, 17 ເມສາ 2019

ວິຕາມິນເອຫຼືທີ່ຄົນລາວເຮົາລຶ້ງກັນເອີ້ນວ່າວິຕາມິນອາເປັນສ່ວນປະກອບສໍາຄັນຂອງຄໍເນຍແລະຍັງມີຜົນຕໍ່ການຈະເລີນເຕີບໃຫຍ່,ການສ້າງກະດູກແລະລະບົບສືບພັນນອກຈາກນີ້ຍັງປ້ອງກັນການຕິດເຊື້ອລະບົບທາງເດີນອາຫານ,ລະບົບທາງເດີນຫາຍໃຈແລະລະບົບຂັບປັດສະວະ,ເຮັດໃຫ້ຜິວໜັງແລະເສັ້ນຜົມແຂັງແຮງ.

ຄົນພົບໂດຍດຣ. ອີ.ວີ. ແມັກຄໍລໍ່າ ນັກວິທະຍາສາດ ຊາວສະຫະລັດອາເມລິກາ.

ວິຕາມິນເອແບ່ງອອກເປັນສອງກຸ່ມຄື:ໜຶ່ງຢູ່ໃນຮູບແບບວິຕາມິນຢູ່ແລ້ວຫຼືເອີ້ນກັນວ່າຣີຕິນໍ່ຊຶ່ງໄດ້ມາຈາກຜະລິດຕະພັນຈາກສັດເຊັ່ນນໍາມັນຕັບປາແລະສອງກໍາລັງຈະເປັນວິຕາມິນເອຫຼືເອີ້ນວ່າແຄ່ລະທີ່ນຈະພົບຫຼາຍໃນຜັກບາງປະເພດ.

ປະໂຫຍດ

ວິຕາມິນເອຊ່ວຍບໍາລຸງສາຍຕາແລະແກ້ໂລກຕາມົວໃນຕອນການຄືນ.ຊ່ວຍໃຫ້ກະດູກ,ຜົມ,ແຂ້ວແລະເຫງືອກແຂັງແຮງ.ຊ່ວຍສ້າງຄວາມຕ້ານທານໃຫ້ລະບົບຫາຍໃຈ,ຊ່ວຍສ້າງພູມຄຸ້ມກັນໃຫ້ເພີ່ມຂຶ້ນເຮັດໃຫ້ຫາຍຈາກອາການເຈັບໄຂ້ໄວຂຶ້ນ.ຊ່ວຍໃນເລື່ອງຂອງຜິວພັນ,ລົດອາການອັກເສບຂອງສິວແລະຊ່ວຍລົບຈຸດດ່າງດໍາ.ຊ່ວຍບັນເທົາໂລກກ່ຽວກັບໄທລອຍ.

ແຫຼ່ງວິຕາມິນເອ

ຜັກແລະໝາກໄມ້ທີ່ໃຫ້ວິຕາມິນເອສ່ວນໃຫຍ່ຈະມີສີເຫຼືອງ,ສົ້ມ,ແດງແລະຂຽວເຂັ້ມເພາະມີເບຕ້າແຄໂລທີນແລະແຄໂລນອຍທີ່ຮ່າງກາຍຈະປ່ຽນເປັນວິຕາມິນເອຕໍ່ໄປເນື່ອງດ້ວຍວິຕາມິນເອໃນຜັກ,ໝາກໄມ້ມີຄວາມໄວຕໍ່ອອກຊິເຈນຫຼາຍດັ່ງນັ້ນວິທີການຕົ້ມທີ່ປ້ອງກັນການສູນເສຍວິຕາມິນໄດ້ດີທີ່ສຸດແມ່ນການປິດຝາພາຊະນະຂະນະຕົ້ມແລະໃສ່ນໍ້າໜ້ອຍໆ.ໂດຍສະເລ່ຍແລ້ວໃນແຕ່ລະວັນຮ່າງກາຍຈະຕ້ອງການວິຕາມິນເອຢູ່ປະມານສີ່ພັນຫາຫ້າພັນໄອຢູ.

ຜັກຕໍານິນ100ກຼ່າມຈະໄດ້ຮັບປະລິມານສານອາຫານ18,608ໄອຢູ. ຍອດຜັກຄະ100ກຼ່າມຈະໄດ້ຮັບປະລິມານສານອາຫານ10,066ໄອຢູ. ຜັກກາດນາ100ກຼ່າມຈະໄດ້ຮັບປະລິມານສານອາຫານ9,300ໄອຢູ. ຫົວກະລົດ100ກຼ່າມຈະໄດ້ຮັບປະລິມານສານອາຫານ9,000ໄອຢູ. ຍອດກະຖິນ100ກຼ່າມຈະໄດ້ຮັບປະລິມານສານອາຫານ7,883ໄອຢູ. ຜັກໂຂມ100ກຼ່າມຈະໄດ້ຮັບປະລິມານສານອາຫານ7,200ໄອຢູ. ໝາກອຶ100ກຼ່າມຈະໄດ້ຮັບປະລິມານສານອາຫານ6,300ໄອຢູ. ໝາກມ່ວງສຸກ1ໜ່ວຍ(ໂດຍສະເລ່ຍ)ຈະໄດ້ຮັບປະລິມານສານອາຫານ4,000ໄອຢູ. ບຼັອກໂຄລີ່1ຫົວ(ໂດຍສະເລ່ຍ)ຈະໄດ້ຮັບປະລິມານສານອາຫານ3,150ໄອຢູ. ແຄນຕາລຸບ100ກຼ່າມຈະໄດ້ຮັບປະລິມານສານອາຫານ3,060ໄອຢູ. ໝາກແຕງ1ກິໂລກຼ່າມຈະໄດ້ຮັບປະລິມານສານອາຫານ1,750ໄອຢູ. ຜັກການຂາວ100ກຼ່າມຈະໄດ້ຮັບປະລິມານສານອາຫານ1,700ໄອຢູ. ໜໍ່ໄມ້ຝຼັ່ງ100ກຼ່າມຈະໄດ້ຮັບປະລິມານສານອາຫານ810ໄອຢູ. ໝາກເລັ່ນ100ກຼ່າມຈະໄດ້ຮັບປະລິມານສານອາຫານ800ໄອຢູ. ໝາກເຜັດຫວານ1ໜ່ວຍ(ໂດຍສະເລ່ຍ)ຈະໄດ້ຮັບປະລິມານສານອາຫານ500-700ໄອຢູ. ກະຈຽບຂຽວ100ກຼ່າມຈະໄດ້ຮັບປະລິມານສານອາຫານ470ໄອຢູ.

ອັນຕະລາຍຈາກການຂາດວິຕາມິນເອ

ໜຶ່ງຈະເຮັດໃຫ້ເກີດໂລກຜິວໜັງເນື່ອງຈາກວ່າວິຕາມິນເອມີສ່ວນສໍາຄັນໃນການຮັກສາສະພາບພິວໜັງໃຫ້ຊຸ່ມຊື່ນ,ຖ້າຂາດວິຕາມິນເອຈະເຮັດໃຫ້ຜິວໜັງຫຍາບ,ແຫ່ງແຕກໂດຍສະເພາະຜິວໜັງບໍລິເວນຂໍ້ສອກ,ຕຸ້ມຄ້ອງແລະຂໍ້ຕໍ່ຕ່າງໆຊຶ່ງອາດຈະນໍາໄປສູ່ໂລກຜິວໜັງເຊັ່ນສິວແລະໂລກຕິດເຊື້ອອື່ນໆໄດ້.ສອງຈະເຮັດໃຫ້ຕາຟາງເພາະໜ້າທີ່ຂອງວິຕາມິນເອຄືຊ່ວຍໃນການສ້າງສານທີ່ໃຊ້ໃນການເບິ່ງເຫັນຫາກຂາດຈະເຮັດໃຫ້ເບິ່ງເຫັນໄດ້ຍາກໃນເວລາກາງຄືນຫຼືໃນທີ່ແສງໜ້ອຍແລະເຮັດໃຫ້ຕາແຫ້ງ,ແກ້ວຕາເປັນບາດໃນກໍລະນີທີ່ຮ່າງກາຍຂາຍວິຕາມິນເອຕໍ່ເນື່ອງກັນເປັນເວລາດົນນານອາດເຮັດໃຫ້ຕາບອດໄດ້.ສາມຄວາມຕ້ານທານໂລກລົດລົງເພາະວິຕາມິນເອມີສ່ວນໃນການຊ່ວຍສ້າງລະບົບພູມຄຸ້ມກັນຮ່າງກາຍໃຫ້ເຮັດວຽກໄດ້ດີຫາກຂາດວິຕາມິນເອຈະເຮັດໃຫ້ເກີດໂລກຕິດເຊື້ອທາງເດີນຫາຍໃຈໄດ້ງ່າຍອີກທັງຍັງເຮັດໃຫ້ເກີດການອັກເສບໃນຮູດັງ,ຊ່ອງປາກ,ຄໍແລະຕ່ອມນໍ້າລາຍ.

ອັນຕະລາຍຈາກການໄດ້ຮັບວິຕາມິນເອເກີນ

ໜຶ່ງຈະເຮັດໃຫ້ແທ້ງລູກຫຼືພິການໄດ້,ເພາະສະນັ້ນຜູ້ຍິງຕັ້ງຄັນຄວນຈະໄດ້ຮັບວິຕາມິນເອໃນປະລິມານທີ່ເໝາະສົມບໍ່ຫຼາຍເກີນໄປເນື່ອງຈາກວິຕາມິນເອມີຜົນຕໍ່ການຈະເລີນເຕີບໃຫຍ່ຂອງເດັກນ້ອຍໃນຄັນ,ຊຶ່ງອາດເຮັດໃຫ້ເດັກນ້ອຍມີຄວາມຜິດປົກກະຕິທີ່ທາງເດີນປັດສະວະ,ກະດູຜິດຮູບຫຼືມີຕິ່ງປູດອອກມາທີ່ບໍລິເວນຫູ.ສອງເຮັດໃຫ້ຮູ້ສຶກເມື່ອຍແລະປວດຮາກ,ສາມເຈັບກະດູກແລະຂໍ້ຕໍ່,ສີ່ເບື່ອອາຫານ,ຫ້າເຊື່ອງຊຶມ,ຫົກນອນບໍ່ຫຼັບ,ເຈັດກະວົນກະວາຍ,ແປດຜົມຫຼົ່ນ,ເກົ້າປວດຫົວ,ສິບທ້ອງຜູກ.

ອາການຕ່າງໆທີ່ເກີດຈາກການໄດ້ຮັບວິຕະມິນເອເກີນນັ້ນແມ່ນເກີດຈາກການຮັບວິຕາມິນເອເກີນຄັ້ງລະສິບຫ້າພັນໄມໂຄຼກຼ່າມຕິດຕໍ່ກັນເປັນເວລາດົນ.