ພາສາປາລີ: Difference between revisions

Content deleted Content added
ແຖວ 4:
'''ປາລິ''' ([[ອັກສອນໂລມັນ]] : Pāli) ແມ່ນຊື່ພາສາປາລີ ທີ່ບໍ່ປາກົດທີ່ມາຢ່າງຄັກແນ່ ເປັນທີ່ຖົກຖຽງເລື້ອຍມາຈຶ່ງບໍ່ມີຂໍ້ສະຫຼຸບ. ພາສານີ້ ເດີມເປັນພາສາຂອງຊົນຊັ້ນຕ່ຳ ເຊິ່ງຊາວພຸດໂດຍທົ່ວໄປເຊື່ອວ່າ ມີກຳເນີດຈາກແຄວ້ນ[[ມະຄົດ]] ໃນ[[ຊົມພູທະວີບ]] ແລະເອີ້ນວ່າ ພາສາມະຄົດ, ພາສາມາຄະທີ ຫຼື ມາຄະທິກໂວຫານ. "ມາຄະທິກໂວຫານ" ນີ້ແມ່ນ ພະພຸດທະໂຄສາຈານ ພະອັດຖະກະຖາຈານ ນາມອຸໂຄດ ຜູ້ມີຊີວິດຢູ່ໃນພຸດທະສະຕະວັດທີ 10 ໄດ້ອະທິບາຍວ່າ ເປັນ "ສະການິລຸດ" ເຊິ່ງແມ່ນພາສາທີ່ພະພຸດທະເຈົ້າຊົງໃຊ້ຕັດ<ref>[http://board.palungjit.com/f45/ความเป็นมาของพระไตรปิฎก-ตอนที่-76-a-64720.html#post430249 ความเป็นมาของพระไตรปิฎก ตอนที่ 76]. คอลัมน์ ธรรมะใต้ธรรมมาสน์ โดย ไต้ ตามทาง. เรียกข้อมูลเมื่อ 14-6-52</ref>.
 
ນັກພາສາສາດບາງຄົນມີຄວາມເຫັນວ່າ ພາສາປາລີແມ່ນພາສາທາງພາກຕາເວັນຕົກຂອງອິນເດຍ ໂດຍນັກວິຊາການເຢຍລະມັນປັດຈຸບັນ ເຊິ່ງເປັນນັກສັນສະກິດ ແມ່ນ ສາດຕາຈານໄມເຄິນ ວິດເຊນແຫ່ງມະຫາວິທະຍາໄລອາວາດວິດເຊນແຫ່ງມະຫາວິທະຍາໄລຮາວາດ ສະຫະລັດອາເມລິກາ ຖືວ່າ ເປັນພາສາທາງພາກຕາເວັນຕົກຂອງອິນເດຍ ແລະເປັນຄົນລະພາສາກັບພາສາຈາລຶກຂອງ [[ພະເຈົ້າອະໂສກມະຫາລາດ]].
 
ພາສາປາລີມີພັດທະນາການທີ່ຍາວນານ ມີການໃຊ້ເພື່ອບັນທຶກຄຳພີໃນພຸດທະສາສະໜາ (ເຖລະວາດ) ຢູ່ຫຼາຍ. ວິນເຮມ ໄກເກີ (Wilhem Geiger) ນັກປາດປາລີຊາວເຢັຍລະມັນ ໄດ້ຂຽນໜັງສືທີ່ມີຊື່ສຽງໃນສະໄໝສະຕະວັດທີ 19 ແມ່ນ Pali Literatur und Sprache ໂດຍວາງທິດສະດີວ່າ ພາສາປາລີໃນພະໄຕປິດົກ ແບ່ງວິວັດທະນາການການແຕ່ງໄດ້ 4 ຍຸກ ຕາມລັກສະນະຂອງພາສາທີ່ໃຊ້ດັ່ງນີ້:
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ພາສາປາລີ"