ພາສາປາລີ: Difference between revisions

Content deleted Content added
ແຖວ 5:
 
ນັກພາສາສາດບາງຄົນມີຄວາມເຫັນວ່າ ພາສາປາລີແມ່ນພາສາທາງພາກຕາເວັນຕົກຂອງອິນເດຍ ໂດຍນັກວິຊາການເຢຍລະມັນປັດຈຸບັນ ເຊິ່ງເປັນນັກສັນສະກິດ ແມ່ນ ສາດຕາຈານໄມເຄິນ ວິດເຊນແຫ່ງມະຫາວິທະຍາໄລອາວາດ ສະຫະລັດອາເມລິກາ ຖືວ່າ ເປັນພາສາທາງພາກຕາເວັນຕົກຂອງອິນເດຍ ແລະເປັນຄົນລະພາສາກັບພາສາຈາລຶກຂອງ [[ພະເຈົ້າອະໂສກມະຫາລາດ]].
 
ພາສາປາລີມີພັດທະນາການທີ່ຍາວນານ ມີການໃຊ້ເພື່ອບັນທຶກຄຳພີໃນພຸດທະສາສະໜາ (ເຖລະວາດ) ຢູ່ຫຼາຍ. ວິນເຮມ ໄກເກີ (Wilhem Geiger) ນັກປາດປາລີຊາວເຢັຍລະມັນ ໄດ້ຂຽນໜັງສືທີ່ມີຊື່ສຽງໃນສະໄໝສະຕະວັດທີ 19 ແມ່ນ Pali Literatur und Sprache ໂດຍວາງທິດສະດີວ່າ ພາສາປາລີໃນພະໄຕປິດົກ ແບ່ງວິວັດທະນາການການແຕ່ງໄດ້ 4 ຍຸກ ຕາມລັກສະນະຂອງພາສາທີ່ໃຊ້ດັ່ງນີ້:
 
* '''ຍຸກຄາຖາ''' ຫຼື ຍຸກຮ້ອຍກອງ ມີການໃຊ້ຄຳທີ່ຍັງກ່ຽວພັນກັບພາສາໄວທິກະ ເຊິ່ງໃຊ້ບັນທຶກຄຳພີພະເວດຢູ່ຫຼາຍ.
* '''ຍຸກຮ້ອຍແກ້ວ''' ມີຮູບແບບເປັນ[[ພາສາອິນໂດອາລະຍັນສະໄໝກາງ]] ເຊິ່ງຕ່າງຈາກສັນສະກິດແບບພະເວດຢ່າງເດັ່ນຊັດ ແມ່ນຍຸກທີ່ຂຽນພະໄຕປິດົກ.
* '''ຍຸກຮ້ອຍກອງໄລຍະຫຼັງ''' ແມ່ນໄລຍະຫຼັງພະໄຕປິດົກ ປາກົດໃນຄຳພີຍ່ອຍ ເຊັ່ນ [[ມິລິນທະບັນຫາ]] ວິສຸດທິມັກ.
* '''ຍຸກຮ້ອຍກອງປະດິດ''' ແມ່ນການປະສົມປະສານ ລະຫວ່າງພາສາຍຸກເກົ່າແລະໃໝ່ ກ່າວເຖິງຄົນສ້າງຄຳປາລີໃໝ່ຂຶ້ນໃຊ້ຍ້ອນໃຫ້ເບິ່ງງາມ ເຊິ່ງບາງເທື່ອແມ່ນຄຳສະໝາດຍາວ ໆ ອັນບໍ່ປາກົດໃນພະໄຕປິດົກ ສະແດງໃຫ້ເຫັນວ່າ ຄຳເຫຼົ່ານີ້ແຕ່ງຂຶ້ນຫຼັງການຂຽນຄຳພີທີ່ແຜ່ຫຼາຍຢູ່ແລ້ວ.
 
== ອ້າງອີງ ==
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ພາສາປາລີ"