ພາສາປາລີ: Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
'''ພາສາປາລີ''' ({{lang-pi|ປາລິ}}; {{lang-sa|पाळि}}; {{lang-en|Pali}}) ແມ່ນ[[ພາສາ]]ເກົ່າແກ່ພາສາໜຶ່ງ ຈັດເປັນ[[ພາສາປາກິດ]]ພາສາໜຶ່ງ ເຊິ່ງຢູ່ໃນ[[ກຸ່ມພາສາອິນເດຍ-ອິລ່ານ]] ຂອງ[[ຕະກູນພາສາອິນເດຍ-ເອີລົບ|ຕະກູນອິນເດຍ-ເອີລົບ]]. ໃຊ້ໃນ[[ຄຳພີ]]ຂອງ[[ພະພຸດທະສາສະໜາ]]ນິກາຍ[[ເຖລະວາດ]] (ເຊິ່ງມີ [[ພະໄຕປິດົກ]] ເປັນຕົ້ນ). ມີລັກສະນະທາງ[[ໄວຍາກອນ]] ແລະສັບທີ່ຄ້າຍກັບ[[ພາສາສັນສະກິດ|ສັນສະກິດ]]. ສ່ວນອັກສອນສຳລັບໃຊ້ຂຽນ ກໍບໍ່ມີໂດຍສະເພາະ ອັກສອນທີ່ໃຊ້ຂຽນຈຶ່ງມີຫຼາຍແນວ ເຊັ່ນ [[ອັກສອນພາມມີ]] [[ອັກສອນເທວະນາຄະລີ|ເທວະນາຄະລີ]] [[ອັກສອນລາວ|ລາວ]] [[ອັກສອນລ້ານນາ|ລ້ານນາ]] [[ອັກສອນຂອມ|ຂອມ]] [[ອັກສອນໄທ|ໄທ]] [[ອັກສອນມອນ|ມອນ]] ແມ່ນແຕ່[[ອັກສອນໂລມັງ|ໂລມັງ]] ໂດຍອັກສອນເຫຼົ່ານີ້ ໄດ້ຕື່ມເຄື່ອງໝາຍເລັກນ້ອຍ ເພື່ອໃຫ້ຖອດສຽງພາສາປາລີໄດ້
 
==ກຳເນີດແລະພັດທະນາການ ==
'''ປາລິ''' ([[ອັກສອນໂລມັນ]] : Pāli) ແມ່ນຊື່ພາສາປາລີ ທີ່ບໍ່ປາກົດທີ່ມາຢ່າງຄັກແນ່ ເປັນທີ່ຖົກຖຽງເລື້ອຍມາຈຶ່ງບໍ່ມີຂໍ້ສະຫຼຸບ. ພາສານີ້ ເດີມເປັນພາສາຂອງຊົນຊັ້ນຕ່ຳ ເຊິ່ງຊາວພຸດໂດຍທົ່ວໄປເຊື່ອວ່າ ມີກຳເນີດຈາກແຄວ້ນ[[ມະຄົດ]] ໃນ[[ຊົມພູທະວີບ]] ແລະເອີ້ນວ່າ ພາສາມະຄົດ, ພາສາມາຄະທີ ຫຼື ມາຄະທິກໂວຫານ. "ມາຄະທິກໂວຫານ" ນີ້ແມ່ນ ພະພຸດທະໂຄສາຈານ ພະອັດຖະກະຖາຈານ ນາມອຸໂຄດ ຜູ້ມີຊີວິດຢູ່ໃນພຸດທະສະຕະວັດທີ 10 ໄດ້ອະທິບາຍວ່າ ເປັນ "ສະການິລຸດ" ເຊິ່ງແມ່ນພາສາທີ່ພະພຸດທະເຈົ້າຊົງໃຊ້ຕັດ<ref>[http://board.palungjit.com/f45/ความเป็นมาของพระไตรปิฎก-ตอนที่-76-a-64720.html#post430249 ความเป็นมาของพระไตรปิฎก ตอนที่ 76]. คอลัมน์ ธรรมะใต้ธรรมมาสน์ โดย ไต้ ตามทาง. เรียกข้อมูลเมื่อ 14-6-52</ref>.
 
ນັກພາສາສາດບາງຄົນມີຄວາມເຫັນວ່າ ພາສາປາລີແມ່ນພາສາທາງພາກຕາເວັນຕົກຂອງອິນເດຍ ໂດຍນັກວິຊາການເຢຍລະມັນປັດຈຸບັນ ເຊິ່ງເປັນນັກສັນສະກິດ ແມ່ນ ສາດຕາຈາຍໄມເຄິນ ວິດເຊນແຫ່ງມະຫາວິທະຍາໄລອາວາດ ສະຫະລັດອາເມລິກາ ຖືວ່າ ເປັນພາສາທາງພາກຕາເວັນຕົກຂອງອິນເດຍ ແລະເປັນຄົນລະພາສາກັບພາສາຈາລຶກຂອງ [[ພະເຈົ້າອະໂສກມະຫາລາດ]].
== ອ້າງອີງ ==
<references/>
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ພາສາປາລີ"