ນັດ ພົງສະຫວັນ: Difference between revisions

Content deleted Content added
ນັດ ພົງສະຫວັນ (ເກີດ 17 ກໍລະກົດ ຄສ. 1993) ເປັນພິທີກອນ ແລະ ນັກສະແດງຊາວລາວ ໂດຍມີຜົນງານໃນປັດຈຸບັນຄື ພິທີກອນລາຍການ Star TV, Music Boom ແລະ Sitcom ເລື່ອງ ສະຖານີຄວາມຮາ
 
No edit summary
ແຖວ 1:
ນັດ ພົງສະຫວັນ (ເກີດ 17 ກໍລະກົດ ຄສ. 1993) ເປັນພິທີກອນ ແລະ ນັກສະແດງຊາວລາວ ໂດຍມີຜົນງານໃນປັດຈຸບັນຄື ພິທີກອນລາຍການ Star TV, Music Boom ແລະ Sitcom ເລື່ອງ ສະຖານີຄວາມຮາ
 
<br />
 
== ປະຫວັດ ==
ນັດ ພົງສະຫວັນ ເກີດທີ່ ແຂວງບໍ່ແກ້ວ ເປັນອ້າຍຄົນໃຫຍ່ໃນຄອບຄົວ ມີນ້ອງສາວ 1 ຄົນ ແລະ ນ້ອງຊາຍ 1 ຄົນ, ນັດ ພົງສະຫວັນ ຈົບການສຶກສາມັດທະຍົມສຶກສາທີ່ ໂຮງຮຽນ ມສ ປາກທາ, ສຳເລັດການສຶກສາລະດັບຊັ້ນສູງ ຈາກພາກວິຊາບໍລິຫານທຸລະກິດ ສາຂາການບັນຊີ ວິທະຍາໄລເຕັກນິກປາກປ່າສັກ ຕອນຮຽນຢູ່ປີ 2 ໄດ້ເຂົ້າສະໝັກຄັດເລືອກພິທີກອນໜ້າໃໝ່ຂອງໂທລະພາບລາວສຕາຣ໌
 
ນັດ ພົງສະຫວັນ ເຂົ້າສູ່ວົງການບັນເທິງຈາກການເຂົ້າສະໝັກ ແລະ ອໍດິຊັ່ນ ໃນໂຄງການຄົ້ນຫາພິທີກອນໜ້າໃໝ່ຂອງໂທລະພາບລາວສຕາຣ໌ ແລະໄດ້ຮັບຄັດເລືອກໃຫ້ເປັນພິທີກອນລາຍການເພງ ຫຼັງຈາກນັ້ນຖ່າຍໂຄສະນາ Unitel 3G, Unimuan, ກ່ອງຮັບສັນຍານ Infosat ຈາກນັ້ນກໍມີຜົນງານການເປັນ PJ ວິທະຍຸ ລາຍການ ULive Radio ແລະຜົນງານຫຼ້າສຸດໃນປີ 2018 ນີ້ນັດກຽມມີຜົນງານດ້ານການສະແດງແບບເຕັມໂຕໃນ Sitcom ເລື່ອງ ສະຖານີຄວາມຮາ ທີ່ໄດ້ເລີ່ມອອກອາກາດຢ່າງເປັນທາງການໃນຕົ້ນເດືອນພຶດສະພາ 2018 ນີ້ ທາງຊ່ອງລາວສຕາຣ໌.
 
 
 
ຜົນງານພິທີກອນລາຍການທາງໂທລະພາບ (ອອກອາກາດຊ່ອງລາວສຕາຣ໌)
 
- ລາຍການ Music Boom (ອອກອາກາດວັນອາທິດ ເວລາ 14:00-15:30 ນ.)
 
- ລາຍການ Star TV (ອອກອາກາດວັນຈັນ - ສຸກ ເວລາ 19:30-20:00)
 
- ລາຍການ Inside ASEAN (ອອກອາກາດວັນຈັນ-ສຸກ ເວລາ 07:15-07:30)
 
- ລາຍການ ເມໂລດີ້ເພງລາວ (ລາຍການສົດ ເພງລູກທົງ ແລະ ສະຕິງລາວ) ປີ 2014
 
- ລາຍການ ຄັກສຸດ (ລາຍການສົດ ເພງສະຕິງລາວ) ປີ 2015-2016
 
- ລາຍການ Teen Item (ລາຍການສົດ ເພງ KPOP & Inter) ປີ 2016-2017
 
- ລາຍການ Star Check-In (ລາຍການວາໄລຕີ້ທ່ອງທ່ຽວ) ປີ 2017
 
- ລາຍການ Music Z One (ໄລຍະ Talk ກັບ Teen) ປີ 2018
 
- ລາຍການ Nat Go! (ລາຍກາທ່ອງທ່ຽວ Life Style) ປີ 2018
 
ຜົນງານພິທີກອນລາຍການທາງວິທະຍຸ (FM 97.5MHz)
 
- ລາຍການ ULive Radio
 
ຜົນງານການສະແດງ (ອອກອາກາດຊ່ອງລາວສຕາຣ໌)
 
- Sitcom ເລື່ອງ ສະຖານີຄວາມຮາ (ອອກອາກາດວັນອາທິດ ເວລາ 17:30-18:00)
 
ຜົນງານໂຄສະນາ
 
- ໂຄສະນາ Unitel 3G
 
- ໂຄສະນາເວັບໄຊ້ຟັງເພງ Unimuan
 
- ໂຄສະນາ ໂຄງການຄົ້ນກາດາວລາວສຕາຣ໌
 
- ໂຄສະນາ ກ່ອງຮັບສັນຍານ Infosat
 
- ໂຄສະນາທາງວິທະຍຸ ເຊັ່ນ: Unitel, CSC Complex Center
 
- ແລະຍັງມີຜົນງານພາກຊີຣີຢີ່ປຸ່ນເລື່ອງ ມາໂມຣຸ (ພາກເປັນ ມຸກ ໝາເວົ້າໄດ້)