ປະເທດເກົາຫຼີ: Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
'''ປະເທດເກົາຫຼີ''' ([[ພາສາເກົາຫຼີ|ເກົາຫຼີ]]: 한국 ຫຼື 조선 , ຮັນກຸກ ຫຼື ໂຈຊອນ) ເປັນອະດີດປະເທດ ຕັ່ງຢູ່ໃນແຫຼມເກົາຫຼີ ພາຍຫຼັງ[[ສົງຄາມໂລກຄັ້ງທີສອງ|ສົງຄາມໂລກຄັ້ງທີ 2]] ປະເທດເກົາຫຼີຖືກແບ່ງອອກເປັນ[[ປະເທດເກົາຫຼີເໜືອ]]ແລະ[[ປະເທດເກົາຫຼີໃຕ້]]
 
== ປະຫວັດ ==
ປະຫວັດສາດເລີ່ມຈາກ[[ອານາຈັກໂຊຊັອນບູຮານ]] ເຊິ່ງສະຖາປະນາໂດຍ "[[ທັນກຸນ]]". ຕໍ່ມາສະໄໝ[[ສາມອານາຈັກແຫ່ງເກົາຫຼີ]] (ແມ່ນ [[ອານາຈັກນໂຄກູຢໍ|ໂຄກູຢໍ]], [[ອານາຈັກແພັກເຈ|ແພັກເຈ]], ແລະ[[ອານາຈັກຊິລາ|ຊິລາ]]) ໄດ້ລວມກັນເປັນສະຫະ[[ອານາຈັກຊິລາ]] ເຊິ່ງມີພຸດທະສາສະໜາທີ່ຮຸ່ງເຮືອງ. ເມື່ອ [[ຄ.ສ. 918]] ໄດ້ສະຖາປະນາ[[ອານາຈັກໂຄລະຢໍ]]ເຊິ່ງແມ່ນຊື່ຂອງເກົາຫຼີ (Korea) ແລະເມື່ອ[[ລາຊະວົງໂຊຊັອນ]] (ລາຊະວົງລີ) ຄອງອຳນາດ ໄດ້ປ່ຽນຊື່ອານາຈັກໃໝ່. [[ອານາຈັກໂຊຊັອນບູຮານ|ອານາຈັກໂຊຊັອນ]]ມີນະຄອນຫຼວງຊື່ວ່າ ຮັນຢາງ ([[ໂຊນ|ໂຊນ]]), ມີ[[ລັດທິຂົງຈື້]] ເປັນຄະຕິທຳປະຈຳຊາດ ແລະໄດ້ປະດິດ[[ອັກສອນຮັນກຶນ|ອັກສອນເກົາຫຼີ]]ຂຶ້ນ.
 
ເມື່ອ [[ຄ.ສ. 1910]] ເກົາຫຼີຢູ່ພາຍໃຕ້ການປົກຄອງຂອງ[[ຍີ່ປຸ່ນ]] ເທົ້າເຖິງສິ້ນສຸດ[[ສົງຄາມໂລກຄັ້ງທີ 2]]. ຕໍ່ມາ ເກົາຫຼີໄດ້ແບ່ງເປັນ 2 ປະເທດ ແມ່ນ [[ປະເທດເກົາຫຼີເໜືອ|ເກົາຫຼີເໜືອ]] ແລະ [[ປະເທດເກົາຫຼີໃຕ້|ເກົາຫຼີໃຕ້]] ຢ່າງຖາວອນ ໂດຍເກົາຫຼີໃຕ້ສະຖາປະນາເປັນສາທາລະນະລັດເກົາຫຼີ ສ່ວນເກົາຫຼີເໜືອສະຖາປະນາເປັນສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີ.
 
[[ໝວດ:ລັດສິ້ນສະພາບໃນອາຊີ]]
[[ໝວດ:ປະເທດເກົາຫຼີ]]