ປະເທດຫວຽດນາມ: Difference between revisions

Content deleted Content added
No edit summary
No edit summary
ແຖວ 59:
'''ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ'''{{spaces}}ຫລື{{spaces}}'''ປະເທດຫວຽດນາມ'''{{spaces}}([[ພາສາຫວຽດນາມ|ຫວຽດນາມ]]: Cộng hòa xã hội chủ nghĩa Việt Nam ກົ່ງ ຫວ່າ ສາ ໂຫ່ຍ ຈູ໋ ຫງຽ ຫວຽດ ນາມ) ແມ່ນປະເທດໃນ[[ອາຊີຕາເວັນອອກສຽງໃຕ້]] ຢູ່ຕາເວັນອອກສຸດຂອງ[[ແຫຼມອິນດູຈີນ]] ທາງທິດຕາເວັນຕົກ ມີພົມແດນຕິດ[[ປະເທດຈີນ]] [[ປະເທດລາວ|ລາວ]] ແລະ[[ປະເທດກໍາປູເຈຍ|ກໍາປູເຈຍ]] ແລະທາງທິດຕາເວັນອອກແລະໃຕ້ ມີພົມແດນຕິດ[[ອ່າວຕົງຈິງ]] [[ທະເລຈີນໃຕ້]] ແລະ[[ອ່າວໄທ]]. ມີປະຊາກອນປະມານ 94.6 ລ້ານຄົນໃນ ຄ.ສ. 2016 ເຊິ່ງມີປະຊາກອນຫຼາຍທີ່ສຸດເປັນອັນດັບ 13 ຂອງໂລກແລະຫຼາຍປັນອັນດັບ 9 ຂອງ[[ອາຊີ]]. ນະຄອນຫຼວງມີຊື່ວ່າ[[ຮ່າໂນ້ຍ]] ເຊິ່ງແຕ່ງຕັ້ງໃຫ້ເປັນນະຄອນຫຼວງ ຕັ້ງແຕ່ຫວຽດນາມເໜືອແລະໃຕ້ໂຮມກັນໃນ ຄ.ສ. 1976. ເມືອງໃຫຍ່ສຸດໃນປະເທດແມ່ນ[[ເມືອງໂຮ່ຈິມິນ]].
 
ທາງເໜືອຂອງປະເທດເຄີຍເປັນສ່ວນນຶ່ງຂອງ[[ຈັກກະວັດຈີນ]]ກວ່າພັນປີ ຕັ້ງແຕ່ 111 ປີກ່ອນຄະລິດສະສັກກະຫຼາດເຖິງ ຄ.ສ. 939938. ລັດຕົ້ນເດີມຂອງຫວຽດນາມກໍ່ຕັ້ງຂຶ້ນເມື່ອປະມານປີ 939938 ຫຼັງຫວຽດນາມຜາບແພ້ຈີນໃນສົງຄາມທາງເຮືອຢູ່[[ແມ່ນ້ຳບັ່ກດັງ]]. ຈາກນັ້ນ ຫວຽດນາມແລະຈັກກະພັດຫວຽດນາມກໍຈະເລີນຮຸ່ງເຮືອງແລະເລີ່ມແຜ່ຜາຍອິດທິພົນເຂົ້າໄປໃນ[[ອາຊີອາຄະເນ]], ແຕ່ພໍເຖິງໄລຍະກາງສະຕະວັດທີ 19 ຫວຽດນາມກໍຕົກເປັນ[[ອິນດູຈີນ]]ຂອງ[[ຝະລັ່ງ]].
 
ຫຼັງການຍຶດຄອງຂອງ[[ຍີ່ປຸ່ນ]]ໃນ ຄ.ສ. 1940 ຫວຽດນາມສູ້ຮົບກັບຝະລັ່ງໃນ[[ສົງຄາມອິນດູຈີນ]]ຄັ້ງທີນຶ່ງ ເມື່ອວັນທີ 2 ກັນຍາ [[ໂຮ່ຈິມິນ]]ປ່າວຮ້ອງການແຕ່ງຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມ. ໃນປີ ຄ.ສ. 1954 ຫວຽດນາມຜາບແພ້ຝະລັ່ງຢ່າງເດັດຂາດໃນການຮົບຢູ່[[ດຽນບຽນຟູ]] ແລະເຮັດໃຫ້ຫວຽດນາມແຍກເປັນສອງປະເທດ ແມ່ນ [[ຫວຽດນາມເໜືອ]] (ສາທາລະນະລັດປະຊາທິປະໄຕຫວຽດນາມ) ແລະ [[ຫວຽດນາມໃຕ້]] (ສາທາລະນະລັດຫວຽດນາມ). ຕໍ່ມາຄວາມຂັດແຍ້ງລະຫວ່າງ 2 ປະເທດຕື່ມຄວາມຮຸນແຮງຈົນກາຍເປັນ[[ສົງຄາມຫວຽດນາມ]]ຕັ້ງແຕ່ ຄ.ສ. 1955-1975.