ກຸ ວໍຣະວົງສ໌: Difference between revisions

Content deleted Content added
No edit summary
ແຖວ 50:
[[ຮູບ:Carte_Laos_1927.jpg|left|thumb|ແຂວງຕ່າງໆຂອງຣາຊອານາຈັກລາວໃນປີ 1927.]]
 
ເຂດນໍ້າແດນດິນຂອງລາວກໍໄດ້ແບ່ງເປັນແຂວງ,<ref group="n">ມີປະມານ 10 ແຂວງຕອນຕົ້ນສັດຕະວັດ 12 ໃນຊຸມປີ 1947 ແລະ 17 ໃນສມັຍປັດຈຸບັນ</ref>, ທີ່ປະກອບດ້ວຍເມືອງ
ແລະບ້ານ. ນັກປົກຄອງທ້ອງຖິ່ນ ຕ່າງກໍທຳການປົກຄອງທ້ອງຖິ່ນຂອງຕົນ ພ້ອມທັງເປັນຜູ້ສື່ສານລະຫວ່າງປະຊາລາສດອນ ແລະເຈົ້າໜ້າທີ່ “ຜູ້ມີອຳນາດ” ({{lang|fr|fonctionnaires d'autorité}}) ຂອງຝຣັ່ງ ດັ່ງເຊັ່ນ ກອມມີແຊຣຂອງຣັຖບານ ({{lang|fr|commissaire du gouvernement}}) ແລະ ເຣຊີດັງ ({{lang|fr|résident}}). ຜູ້ສຳເລັດຣາຊການ ({{lang|fr|résident supérieur}}) ປະຈຳຢູ່ນະຄອນວຽງຈັນ ທີ່ຖືເປັນເມືອງເອກຂອງການບໍລິຫານ. ຂ້າຣາຊການທຸກຄົນຂອງລະບົບປົກຄອງທົ່ວໄປ ຕ່າງກໍ່ມີຜູ້ຊົດຊ່ວຍ ດັ່ງເຊັ່ນ : ອຸປະຮາດ ຜູ້ຊ່ວຍ ແລະສະໝຽນ.
 
ແຖວ 61:
[[ຮູບ:Gna Pou Taan Voravong et une de ses arrière-petites-filles, au milieu des années 60 (2).jpg|thumb|upright 0.7|ຍາປູ່ຕານກັບຫລານສາວທ່ານກຸ ວໍຣະວົງສ໌ ໃນຊຸມປີ 1960]]
 
ທ່ານກຸ ວໍຣະວົງສ໌ ເກີດຢູ່ເມືອງຂັນທະບຸຣີ ປີ 1914 ໃນຄອບຄົວທີມິພື້ນຖານ. ເປັນລູກຄົນດຽວ<ref group="n">ໃນການແຕ່ງງານຄັ້ງທີ່ສອງກັບທ່ານຄຣູດີ ວໍຣະວົງ, ມານດາຂອງທ່ານກຸ ວໍຣະວົງສ໌ ໄດ້ລູກອີກຫ້າຄົນ ຊາຍສອງ ຍິງສາມ. ນາງສົມໃຈ ນ້ອງສາວຜູ້ໜຶ່ງ ແຕ່ງດອງກັບນາຍພົນພູມີ ໜໍ່ສວັນ ຊຶ່ງຕໍ່ມາກາຍເປັນບຸກຄົນສຳຄັນທ່ານໜື່ງໃນປະເທດ ຕັ້ງແຕ່ປີ 1957 ເຖິງປີ 1964. ນາຍພົນພູມີ ໜໍ່ສວັນ ເປັນຜູ້ທີ່ອອກຄຳສັ່ງຫລໍ່ຮູບທ່ານກຸ ວໍຣະວົງສ໌</ref> ຂອງທ່ານຄຣູໝັ້ນ ນັກພູມິນ ແລະນາງຈັນເຮືອງ ລູກສາວຜູ້ໜຶ່ງຂອງພຍາປຸ້ຍ ໃນຈຳນວນລູກຫຼາຍຄົນ. ເນື່ອງຈາກພໍ່ແມ່ມີການຢ່າຮ້າງກັນ ນາງກຽງຄຳ (ພັລຍາຂອງເຈົ້າເມືອງຕານ) ເອື້ອຍກົກຂອງນາງຈັນເຮືອງ ໄດ້ເອົາມາລ້ຽງເປັນລູກບຸນທັມແຕ່ຍັງນ້ອຍ<ref name="KhaoLao">{{cite journal|language=lao|title=ຮູບຫລໍ່ພນະທ່ານ ກຸ ວໍຣະວ໌ງ|publisher=ໜັງສືພິມຂ່າວລາວ [Khao Lao, Registered by Australia Post Publication]| date=ເດືອນພິຈິກ 1995 |pages=4}}</ref> ເພາະວ່ານາງກຽງຄຳແລະເຈົ້າເມືອງຕານບໍ່ມີລູກ. ໃນລະຍະນັ້ນ ເຈົ້າເມືອງຕານເປັນນາຍພາສາ ສັງກັດຢູ່ນຳທ່ານເຣຊີດັງ. 
 
ທ່ານກຸ ວໍຣະວົງສ໌ ໃຫຍ່ເຕີບໂຕທີ່ເມືອງສະຫວັນນະເຂດ ແລະກໍຮຽນປະຖົມສຶກສາທີ່ນັ້ນ. ທ່ານໄດ້ຮຽນຈົບປະຖົມສຶກສາບໍຣິບູນ ໄດ້ຮັບປະກາສນິຍາບັດ CEPCI (« Certificat d’études primaires complémentaires indochinoises » <ref>Bulletin d'information et de liaison de L'association des anciens du Lycée Albert Sarraut de Hanoi, numéro 198, pages=33, [http://alasweb.free.fr/Bulletins/Bull%20198%201er%20tr%202014/aBull%20198%201%20tr%202014%20090114alasweb.pdf]</ref>) ໃນປີ 1930. ຫລັງຈາກນັ້ນກໍ່ໄປຮຽນຕໍ່ມັທຍົມປີທີ ໑ ຢູ່ໂຮງຮຽນມັທຍົມປາວີ ທີ່ນະຄອນວຽງຈັນ. ແຕ່ວ່າໃນປີດຽວກັນນັ້ນ ພໍ່ບຸນທັມຂອງທ່ານກຸ ວໍຣະວົງສ໌ ຊື່ງແມ່ນເຈົ້າເມືອງຕານ ກໍມີການວິວາດກັບການປົກຄອງຝຣັ່ງ<ref group="n">ຄົງແມ່ນທ່ານມານເປັດ (Urbain Malpuech) ຊຶ່ງປະຈຳຕຳແໜ່ງເປັນກອມມີແຊໃນລະຍະຊຸມປີ 1921-1930 ຢູ່ເມືອງສະຫວັນນະເຂດ ທີ່ກ່າວຫາ ວ່າເຈົ້າເມືອງຕານລັກເງິນຫລວງ</ref> ເລີຽຖືກຈຳຄຸກ. ເມື່ອເປັນເຊັ່ນນັ້ນ ທ່ານກຸ ວໍຣະວົງສ໌ ເລີຽອອກໂຮງຮຽນມັທຍົມ ແລະກັບຄືນລົງມາຢູ່ສະຫວັນນະເຂດ. ທ່ານບໍ່ເຂົ້າຮຽນ ແລະຂ້າເວລາໂດຍການຫຼີ້ນກິລາ ໂດຍສະເພາະບານເຕະ.<ref group="n">ຢູ່ເມືອງສະຫວັນນະເຂດ ເຄີຍມີເດີ່ນເຕະບານໃສ່ຊື່ທ່ານກຸ ວໍຣະວົງສ໌ ປັດຈຸບັນເປັນສວນສາທາລະນະ ແລະເດິ່ນອອກກຳລັງກາຍ ໂດຍຢັງຮັກສາຫໍນັບເລກ ໂຄມໄຟ ແລະບ່ອນນັ່ງສຳຫລັບຜູ້ຊົມໄວ້ຢູ່ [http://lgpg.free.fr/provinces/savannakhet/savannakhet1.htm Savannakhet, la ville et son histoire]</ref>
 
ມື້ໜຶ່ງ ຫຼັງຈາກການແຂ່ງກິລາບານເຕະ ທ່ານກຸ ວໍຣະວົງສ໌ແລະເພື່ອນໆ ແໝ້ນໝາກພ້າວທີ່ຢູ່ຮິມຮົ້ວມາກິນ ເພື່ອແກ້ຄວາມຫິວນໍ້າ. ມາດາມມານເປັດ (madame Malpuech) ພັລຍາຂອງທ່ານກອມມີແຊຄົນກ່ອນ ເອີ້ນດ່າພວກນັກກິລາໜຸ່ມນ້ອຍ ຍ້ອນນາງຖືວ່າເປັນການລັກຂອງສະທາຣະນະ. ໃນນາມຫົວໜ້າທີມນັກກິລາ ທ່ານກຸ ວໍຣະວົງສ໌ ຖົກຖຽງປົກປ້ອງເພື່ອນນັກກິລາດ້ວຍກັນດ້ວຍຄວາມຮຸນແຮງ ຈົນເຮັດໃຫ້ມາດາມມານເປັດ ໄປຟ້ອງຕຳຫລວດວ່າໄດ້ມີການທຳຮ້າຍ. 
ແຖວ 69:
[[ຮູບ:Carte_de_la_province_de_Savannakhet_(Laos)_en_1925.jpg|left|thumb|ແຂວງສະຫວັນນະເຂດ ໃນປີ 1925.]]
 
ເມື່ອທ່ານເຣຊີດັງປະຈຳການ<ref group="n">ກອມມີແຊປະຈຳຕຳແໜ່ງຢູ່ເມືອງສະຫວັນນະເຂດແມ່ນ Mr Delmas (1929) ແລະ Mr Détrie (1930)</ref> ຮູ້ວ່າ ຊາຍໜຸ່ມທີ່ບໍ່ຢ້ານກົວຕໍ່ຕົນນັ້ນ ເປັນລູກຂອງເຈົ້າເມືອງຕານ ແລະມີຄວາມປະຫຼາດໃຈຕໍ່ພື້ນຖານຄວາມຮູ້ ໂດຍສະເພາະຄວາມຊຳນານໃນພາສາຝຣັ່ງ ທ່ານກໍຕັດສິນໃຈເອົາເຂົ້າການເປັນສະໜຽນສ່ວນຕົວ.
ທ່ານກຸ ວໍຣົວົງສ໌ ຈຶ່ງກັບຄືນໄປເຂົ້າໂຮງຮຽນມັທຍົມປາວີອີກເທື່ອໃໝ່ ແລະຍັງໄດ້ສຶກສາເພີ້ມ ທີ່ໂຮງຮຽນກົດໝາຍແລະການປົກຄອງ (École de droit et d'administration) ຢູ່ນະຄອນຫຼວງວຽງຈັນ ຈົນໄດ້ຮັບປະກາສນິຍາບັດໃນປີ 1933. ໃນເວລາຕໍ່ໄປ ກໍໄດ້ຮັບຕຳແໜ່ງໃນການປົກຄອງເປັນລະດັບໆຂຶ້ນໄປ. ຮອດປີ 1941 ທ່ານເປັນຮອງເຈົ້າແຂວງວຽງຈັນ. ປີ 1942 ທ່ານກຸ ວໍຣະວົງສ໌ ເປັນເຈົ້າເມືອງປາກຊັນ ແຂວງບໍຣິຄຳໄຊ.<ref name="H&D216">{{cite book|language=fr|author1=Collectif - Jean Deuve|title=Hommes et Destins: Asie|pages=216}}</ref><ref name="MSF169">{{cite web|language=en|author1=Martin Stuart-Fox|title=Historical Dictionary of Laos|pages=169|url=https://books.google.com/books?id=seglAAAAQBAJ&pg=PA79&lpg=PA79&dq=Kou+Voravong&source=bl&ots=1pKURol8el&sig=rVAWXUrr7UoCi4CnoAF3IW6QOrg&hl=fr&sa=X&ved=0CF0Q6AEwDTgKahUKEwi63qbs0-TGAhUBbRQKHRBGBSs#v=onepage&q=Kou%20Voravong&f=false}}</ref>. ພໍດີຕົກໃນລະຍະທີ່ຈັກກະພັດຍີ່ປຸ່ນ ຊື່ງເປັນພັນທະມິດກັບເຢັຽຣະມັນນາຊີ ກຳລັງພຍາຍາມແຜ່ຂຍາຍອິດທິພົນຂອງຕົນ ໃນພາກພື້ນອາຊີ. 
 
=== ໜ້າທີ່ການ ===
ແຖວ 83:
ການລຸກຮືທຳການຕໍ່ຕ້ານຂຶ້ນ. ຊະນັ້ນ ເພື່ອສະກັດຄວາມກະຫາຍຂອງສັມພັນຍີ່ປຸ່ນ-ສຍາມ ຈອມພົລຊັງ ເດີກູ ([//fr.wikipedia.org/wiki/Jean_Decoux Jean Decoux]) ຊື່ງເປັນຜູ້ສຳເລັດຣັຖການຝຣັ່ງປະຈຳອິນໂດຈີນ ({{lang|fr|Gouverneur général d'Indochine}}) ຈື່ງພະຍາຍາມຮັດແໜ້ນຄວາມສັມພັນລະຫວ່າງລາວ-ຝຣັ່ງ. ນະໂຍບາຍການເມືອງເຊັ່ນນີ້ ພາໃຫ້ເກີດມີຂະບວນການຊາດນີຍົມລາວສອງຝ່າຍ ຝ່າຍໜຶ່ງເຂົ້າຂ້າງຝຣັ່ງ ອີກຝ່າຍໜຶ່ງບໍ່ເຫັນດີໃຫ້ຝຣັ່ງຢູ່ຕໍ່. ຂະບວນການສອງຝ່າຍນັ້ນ ກໍເລີຽຂັດແຍ້ງຕໍ່ສູ້ກັນ ເມື່ອການວິວາດລະດັບສາກົນສິ້ນສຸດລົງ. 
 
ທ່ານກຸ ວໍຣະວົງສ໌ ສນັບສນູນນະໂຍບາຍຂອງຝຣັ່ງ ຊື່ງໃຫ້ລາວມີເອກຣາດເປັນຂັ້ນໆໄປ ແລະຄັດຄ້ານຂະບວນການຊາດນິຍົມລາວອິດສຣະ<ref name="MSF169"/><ref name="H&D217">{{cite book|language=fr|author=Collectif - Jean Deuve|title=Hommes et Destins: Asie|pages=217}}</ref> ສະເໜີໂດຍສເດັດເຈົ້າເພັຊຣາຊ ຣັຕຕະນະວົງສາ ທີ່ມີຈຸດປະສົງຢາກຕໍ່ສູ້ກັບອຳນາດຫົວເມືອງຂຶ້ນ ແລະປະກາດເອກຣາດລາວໃນທັນທີ ຫຼັງຈາກສົງຄາມໂລກສິ້ນສຸດລົງ.<ref name="clio-chronologie">{{Cite web|language=fr|url=https://www.clio.fr/CHRONOLOGIE/chronologie_laos.asp|title=Laos - Le " Pays du million d’éléphants " - Chronologie|work=clio.fr}}</ref>.
 
ວັນທີ 9 ມີນາ 1945 ກອງທັບຍີ່ປຸ່ນບຸກລຸກຄ້າຍທະຫານຝຣັ່ງຢູ່ອິນໂດຈີນ ແລະໂດຍໃຊ້ການຣັຖປະຫານ ໄດ້ເຂົ້າຄວບຄຸມການປົກຄອງທັງໝົດ. ເຈົ້າໜ້າທີ່ຝຣັ່ງຖືກຈັບກຸມແລະພະເຈົ້າສີສວ່າງວົງກໍປະກາດເອກຣາດປະເທດລາວພາຍໃຕ້ການຂົ່ມຂູ່.
ຣະຍະທຳອິດໃນການເຂົ້າມາຍຶດປະເທດຂອງຍີ່ປຸ່ນ ນາຍທະຫານຝຣັ່ງບາງຄົນໄດ້ມາໂດດຈ້ອງລົງ ແລະຈັດການຕໍ່ຕ້ານທາງລັບຢູ່ໃນປ່າຕືບໜາ. ທ່ານກຸ ວໍຣະວົງສ໌ ກໍຕິດຕໍ່ກັບໝວດຕໍ່ຕ້ານຍີ່ປຸ່ນຂອງຝຣັ່ງ ທີ່ໂຕນລົງໃນເມືອງປາກຊັນ ໃນທັນທີໂລດ. ນາຍທະຫານຝຣັ່ງໝວດນັ້ນບັນຊາໂດຍພັນເອກເດີວ ([//fr.wikipedia.org/wiki/Jean_Deuve Jean Deuve]).<ref group="n">[//en.wikipedia.org/wiki/Force_136 Force 136] ໂດດຈ້ອງລົງມາທັງໜົດ 9 ຄົນ ພ້ອມກັບພັນເອກເດີວ ໃນຄືນວັນທີ່ 21 ຫາ 22 ມົກຣາ 1945.</ref>. ທ່ານກຸ ວໍຣະວົງສ໌ ປະຕິບັດຕາມຄຳສັ່ງ ໂດຍປະຈຳການໜ້າທີ່ເຈົ້າເມືອງ ເພື່ອເປັນກຳລັງກອງປາບທາງລັບຝຣັ່ງ-ລາວ ໂດຍກຳກັບ:  ການເກນອາສາສມັກ ການລໍ່າລຽງອາຫານການກິນ ການສືບຂ່າວ ການເສື່ອງອາວຸດແລະອຸປະກອນຕ່າງໆ. ໃນນາມ “ຫົວໜ້າຂອງການປົກຄອງເທົ່າທຽມຂອງຝຣັ່ງ” (« {{lang|fr|chef de l'administration parallèle}} ») ທ່ານກຸ ວໍຣະວົງສ໌ ໂຄສະນາຄັດຄ້ານຍີ່ປຸ່ນຢູ່ໃນເມືອງແລະໃນຊົນນະບົດ ຈັດການສ້າງຕາໜ່າງຕໍ່ຕ້ານແລະສືບຂ່າວ. ເດືອນມິຖຸນາ 1945 ເມື່ອມີການເຜີຽພຶດຕິການ ແລະຮຽກຄ່າຫົວ ທ່ານກຸ ວໍຣະວົງສ໌ ຖືກຈັບກຸມ ແຕ່ກໍລັກໜີໄດ້. ຫລັງຈາກນັ້ນ ທ່ານກຸ ວໍຣະວົງສ໌ ກໍຈັບອາວຸດໄປເຂົ້າສູ່ກຳລັງຕໍ່ຕ້ານ ພ້ອມກັບອາສາສມັກ 150 ຄົນ ແລະດຳເນີນການຕໍ່ສູ້ ຄຽງບ່າຄຽງໃລ່ກັບນັກຕໍ່ສູ້ທະຫານຝຣັ່ງ-ລາວ ຈົນສິ້ນສົງຄາມ.<ref name="H&D217"/>
 
==== ການຕໍ່ຕ້ານລາວອິດສຣະ ====
ແຖວ 92:
[[ຮູບ:Chao_Phetsarath_(au_centre)_lors_de_l'inauguration_de_l'Institut_d'études_bouddhiques_à_Vientiane,_en_1931.jpg|thumb|left|upright=|ເຈົ້າເພັຊຣາດ ມື້ເປີດສຖາບັນທັມມະສຶກສາ ນະຄອນວຽງຈັນ ປີ 1931]]
 
ວັນທີ 15 ສິງຫາ 1945 ອນາຈັກຍີ່ປຸ່ນລົ້ມທະລາຍ ເນື່ອງຈາກສະຫະຣັດອາເມຣິກາຖີ້ມລະເບີດນິວເຄຼັ່ຽໃສ່ເມືອງຮີໂຣຊີມາແລະນາກາຊັກກີ ເປັນການເປີດໂອກາດໃຫ້ຣັຖບານຝຣັ່ງກັບຄືນມາມີອຳນາດໃນຂົງເຂດອິນໂດຈີນອີກຄັ້ງຫນື່ງ. ເຈົ້າສີສວ່າງວົງ ພະເຈົ້າແຜ່ນດິນລາວ ປະກາດເປັນທາງການວ່າ ລາວຍັງຢູ່ໃນຄວາມອາຣັກຂາຂອງຝຣັ່ງຕໍ່ໄປ. ແຕ່ວ່າໃນວັນທີ 11 ກັນຍາ 1945 ເຈົ້າເພັຊຣາດ ຣັຕຕະນະວົງສາ ທີ່ໄດ້ຮັບການສນັບສນູນຈາກຈີນຄນະຊາດ ແລະວຽດມິນ ຮ່ວມກັບນ້ອງຊາຍສອງພະອົງ (ເຈົ້າສຸວັນນະພູມມາ ແລະເຈົ້າສຸພານຸວົງ) ປະກາດຕັ້ງຣັຖບານລາວອິດສຣະ ປະຕິເສດການເຈຣະຈາໃດໆກັບປະເທດຝຣັ່ງ ແລະປະກາດໃຫ້ລາວເປັນປະເທດເອກຣາດໂດຍທັນທີທັນໃດ.<ref name="lgpg/histoire">{{Cite web|language=fr|url=http://lgpg.free.fr/histoire/histoire_laos.htm|title=11.Indépendance du Laos|work=lgpg.free.fr|}}</ref>. ໃນສະພາບການເມືອງດັ່ງກ່າວນັ້ນ ການປະທະລະຫວ່າງທັງສອງຝ່າຍກໍເລີ້ມມີຂຶ້ນ.   
 
ທ່ານກຸ ວໍຣະວົງສ໌ ທີ່ໄດ້ຖືກແຕ່ງຕັ້ງເປັນເຈົ້າແຂວງວຽງຈັນແຕ່ທ້າຍປີ 1945 ນັ້ນ ກໍ່ໄດ້ຕັ້ງກອງອາຣັກຂາພົລເຮືອນ ນຳພາການເມືອງແລະການທະຫານໃນເມືອງເອກວຽງຈັນ ເພື່ອນຳພາການຕໍ່ສູ້ກັບລາວອິດສຣະ ຈີນ ແລະວຽດມິນ ທີ່ຄອບຄອງເມືອງໃຫຍ່ຂອງປະເທດ. ແຕ່ວ່າ ບໍ່ພໍເທົ່າໃດເດືອນ ເມື່ອຖືກປິດລ້ອມ ປະນາມ ແລະຂົ່ມຂູ່ ທ່ານກຸ ວໍຣະວົງສ໌ ກໍ່ເລີຍຈຳເປັນຕ້ອງຖອນຕົວໄປສູ່ຊົນນະບົດ ເພື່ອສຶບຕໍ່ການນຳພາຕໍ່ສູ້ໃນຣະດັບຕໍ່ໄປ.<ref name="H&D217"/>. ວັນທີ 24 ເມສາ 1945 ເມື່ອກອງທະຫານຝຣັ່ງເຂົ້າສູ່ວຽງຈັນ ຣັຖບານລາວອິດສຣະຈຳຕ້ອງລີ້ໄພການເມືອງ ຂ້າມໄປຝັ່ງຂວາຂອງແມ່ນໍ້າຂອງ. ຕໍ່ມາໃນປີ 1949 ຣັຖບານດັ່ງກ່າວຍຸບຕົນເອງ ແລະແຍກອອກເປັນ 3 ຝ່າຍຢ່າງຈະແຈ້ງ:
* ສາຂາຂອງເຈົ້າເພັຊຣາດ ທີ່ມີປະວັດການ ແລະບໍ່ອ່ອນນ້ອມ ຊຶ່ງດຳເນີນການຕໍ່ສູ້ຢູ່ປະເທດໄທຍ໌
* ສາຂາຂອງເຈົ້າສຸວັນນະພູມມາ ທີ່ມີທ່າທີອ່ອນໂຍນ ຍິນດີການເຈຣະຈາກັບຝຣັ່ງ ແລະກັບຄືນເມືອປະເທດລາວ
ແຖວ 107:
ມາຮອດ ເດືອນສິງຫາ ປີ 1946 ເມື່ອສັນຕິພາບຄ່ອຍໆກັບຄືນມາ ປະເທດຝຣັ່ງເສດທີ່ຫາກໍ່ລຸກຟື້ນຢ່າງລຳບາກຈາກສົງຄາມໂລກຄັ້ງທີ່ສອງ ແລະໃນເວລາດຽວກັນກໍເລີ້ມປະເຊີນໜ້າກັບການທັດທວງເອກຣາຊຂອງຂະບວນການຮັກຊາດວຽດນາມຂອງໂຮຈີມິນ ຈຶ່ງຍິນດີໃຫ້ລາວກ້າວສູ່ຄວາມເປັນຕົນເອງເປັນຂັ້ນໆໄປ. ໃນເວລາທີ່ກຳລັງຫົວລ້ຽວຫົວຕໍ່ຢູ່ນັ້ນ ບັນດາຄອມມີແຊຂອງຣັຖບານຝຣັ່ງກໍຖືກປ່ຽນເປັນຄນະທີ່ປຶກສາປະຈຳເຈົ້າແຂວງ ({{lang|fr|délégations de conseillers auprès des gouverneurs de province}}). 
 
ວັນທີ 11 ຕຸລາ 1946 ໄດ້ມີການເລືອກຕັ້ງທົ່ວໄປ ຈັດຂຶ້ນໃນ 11 ແຂວງ ເລືອກເອົາຜູ້ແທນລາສດອນ 44 ທ່ານ ເພື່ອປະກອບສະພາຮ່າງຣັຖທັມມະນູນ.<ref group="n">ແຕ່ເໜືອຮອດໄຕ້ : ຜົ້ງສາລີ ຫ້ວຍຊາຍ ຫລວງພຣະບາງ ຊຳເໜືອ (ຫົວພັນ) ຊຽງຂວາງ ໄຊຍະບຸຣີ ວຽງຈັນ ຄຳໝ່ວນ (ທ່າແຂກ) ສວັນນະເຂດ ສາລະວັນ ແລະ ປາກເຊ (ຈຳປາສັກ) {{cite book|language=fr|author=Jean Deuve|title=Le royaume du Laos 1949-1965|page=18 (note n°1,2)}}</ref>. ແຂວງຄຳມ່ວນມີຜູ້ແທນລາສດອນ 4 ທ່ານ. ທ່ານກຸ ວໍຣະວົງສ໌ ຄືຜູ້ໜຶ່ງໃນຈຳນວນນີ້ ທີ່ຕ້ອງຂຶ້ນເມືອງວຽງຈັນເພື່ອຮ່າງຣັຖທັມມະນູນ. ວັນທີ 6 ມີນາ 1947 ທ່ານກຸ ວໍຣະວົງສ໌ ເລີ່ມອອກເດີນທາງໄປວຽງຈັນພ້ອມດ້ວຍຜູ້ແທນອີກ 2 ທ່ານແລະທີ່ປຶກສາຝຣັ່ງປະຈຳການຢູ່ນຳເຈົ້າແຂວງສະຫວັນນະເຂດອີກທ່ານໜື່ງ .<ref group="n">ປາກົດວ່າແມ່ນ ທ້າວເຕັມ ຈຸນລະມຸນຕຣີ ແລະ ທ້າວໜໍ່ເງິນ ຊຶ່ງເປັນເຈົ້າແຂວງສວັນນະເຂດຄົນເກົ່າ</ref>. ຕາມຖນົນລະຫວ່າງທ່າແຂກແລະປາກຊັນທາງພາກຕາເວັນຕົກ ພວກເພິ່ນໄດ້ຕົກຢູ່ໃນການລັດລອບຍິງຂອງກອງກຳລັງວຽດມິນມາຈາກຝັ່ງໄທຍ໌ ຊຶ່ງລອບຖ້າຢູ່ໄກ້ໆກັບຂົວ ຢູ່ເທິງປາກນໍ້າຫີນບູນ ແລະແມ່ນໍ້າຂອງ. ທີ່ປຶກສາຝຣັ່ງແລະຜູ້ແທນລາສດອນສອງທ່ານຖືກຍິງຕາຍກັບທີ່. ທ່ານກຸ ວໍຣະວົງສ໌ ຖືກບາດເຈັບໜັກສາຫັດປະວ່າຕາຍແລ້ວ. ກະສຸນປືນຫຼາຍນັດຖືກ ຂາ ຮ່າງກາຍ ແລະຫົວ ແຕ່ທ່ານພຍາຍາມເລືອໜີປ່າປະມານ 1 ກິໂລແມຕ ເອົາໂຕຕະລູດເຂົ້າເຮືອ ແລ້ວພາຍມືເລາະນຳຫ້ວຍ ຈົນກວ່າຈະພົບຜູ້ມາຊ່ອຍ. ທ່ານເອົາຊີວິດລອດຕາຍໄດ້ ໂດຍເຂົ້າປິ່ນປົວຢູ່ໂຮງພະຍາບານເມືອງທ່າແຂກ.<ref name="MSF169"/><ref name="H&D218">{{cite book|language=fr|author1=Collectif - Jean Deuve|title=Hommes et Destins: Asie|pages=218}}</ref><ref name="HT79">{{cite web|language=en|author1=Hugh Toye|title=LAOS: Buffer State or Battleground|pages=79|url=http://renincorp.org/bookshelf/laos-buffer-state-or-battle.pdf}}</ref>.
 
ວັນທີ 11 ພຶສພາ 1947 ຣັຖທັມມະນູນກໍໄດ້ຮັບສາຕະຍາບັນ ແລະດ້ວຍການດຳຣິລົງວັນທີ 10 ກໍຣະກະດາ 1947 ກໍມີຣັຖບານໃໝ່ ທີ່ເຈົ້າສຸວັນນະຣາດ<ref group="n">ນ້ອງຊາຍຕ່າງແມ່ອີກຜູ້ໜຶ່ງຂອງເຈົ້າເພັຊຣາດ ທີ່ໄດ້ຕໍ່ຕ້ານຂບວນການລາວອິດສຣະ ຄຽງຂ້າງຝຣັ່ງ</ref> ເປັນນາຍົກຣັຖມົນຕຣີ. ປະເທດປົກຄອງໃໝ່ນີ້ ໄດ້ຮັບທຸງຊາດຊ້າງສາມຫົວ ມີເພງຊາດລາວ ແລະຣັຖທັມມະນູນທີ່ວາງພື້ນຖານຂອງລະບອບການປົກຄອງແບບປະຊາທິປະໄຕ ທີ່ມີສະພາ ແລະມີພະຣາຊາເປັນປະມຸກ.
 
==== ເປັນຣັຖມົນຕຣີຂອງຣັຖບານພະຣາຊອານາຈັກ ====
 
ຢູ່ໃນຣັຖບານຣາຊອານາຈັກຊຸດທຳອິດນີ້ ທ່ານກຸ ວໍຣະວົງສ໌ ຊື່ງຍັງເປັນນັກການເມືອງຜູ້ໜຸ່ມນ້ອຍ ໄດ້ຮັບຕຳແໜ່ງຣັຖມົນຕຣີກະຊວງໂຍທາທິການ ກະຊວງຍຸຕິທັມ ແລະກະຊວງທັມມະການ.<ref name="UL"><span class="indicateur-langue">(<abbr class="abbr" title="Langue : anglais">en</abbr>)</span> <span class="nom_auteur">Vang Geu</span>, [http://www.unforgettable-laos.com/governing-system-in-m-rii/4-3-administrative-system/ « <cite style="font-style: normal;">4.3 Administrative System</cite> »], ''unforgettable-laos.com'', <time>2012</time> <small style="line-height:1em;"></span></small></ref>. ໃນປີດຽວກັນນີ້ ທ່ານໄດ້ຕັ້ງພັກການເມືອງລາວພັກທຳອິດ ຮ່ວມກັບທ່ານຣັຖມົນຕຣີບົງ ສຸວັນນະວົງ ຮຽກຊື່ເປັນທາງການວ່າ “ພັກລາວຮ່ວມສຳພັນ”<ref name="MSF191">{{cite book|language=en|author1=Martin Stuart-Fox|title=Historical Dictionary of Laos|pages=191|url=https://books.google.com/books?id=seglAAAAQBAJ&pg=PA79&lpg=PA79&dq=Kou+Voravong&source=bl&ots=1pKURol8el&sig=rVAWXUrr7UoCi4CnoAF3IW6QOrg&hl=fr&sa=X&ved=0CF0Q6AEwDTgKahUKEwi63qbs0-TGAhUBbRQKHRBGBSs#v=onepage&q=Kou%20Voravong&f=false|}}</ref> ຊຶ່ງເປັນພັກປະຊາທິປະໄຕທີ່ມີຫົວຄິດແບບໃໝ່ ມີອຸດົມການຊາດນິຍົມຢ່າງດູດດື່ມ ແຕ່ສະມາຊິກຂອງພັກຕຽມພ້ອມທີ່ຈະຮ່ວມມືກັບເຈົ້າໜ້າທີ່ຝຣັ່ງ
ເພື່ອຕຽມປະເທດໃຫ້ໄດ້ຮັບເອກຣາດຢ່າງສົມບູນ. ປີໜຶ່ງຕໍ່ມາ ໃນປີ 1948 ການບໍ່ຕົກລົງກັນຫຼາຍຢ່າງນຳໃຫ້ໄດ້ແຍກກັນ ແລະທ່ານກຸ ວໍຣະວົງສ໌ ກໍໄດ້ຕັ້ງພັກຂອງຕົນເອງຂຶ້ນ ຊື່ວ່າ “ພັກປະຊາທິປະໄຕ”<ref name="MSF79">{{cite book|language=en|author1=Martin Stuart-Fox|title=Historical Dictionary of Laos|pages=79|url=https://books.google.com/books?id=seglAAAAQBAJ&pg=PA79&lpg=PA79&dq=Kou+Voravong&source=bl&ots=1pKURol8el&sig=rVAWXUrr7UoCi4CnoAF3IW6QOrg&hl=fr&sa=X&ved=0CF0Q6AEwDTgKahUKEwi63qbs0-TGAhUBbRQKHRBGBSs#v=onepage&q=Kou%20Voravong&f=false|}}</ref> ເປັນພັກທີ່ມີອຸດົມການຕໍ່ສູ້ເພື່ອເປັນປະເທດເອກຣາດ ພາຍໃຕ້ລະບອຍກະສັດເປັນປະມຸກ ມີຣັຖທັມມະນູນໃນຣະບົບປະຊາທິປະໄຕ ເທົ່າທີ່ຈະເປັນໄປໄດ້.
 
[[ຮູບ:Kou_Voravong,_conférence_d'ECAFE,_Singapour_1950.jpg|alt=Texte alternatif|thumb|left|upright=1.2|''ທ່ານກຸ ວໍຣະວົງສ໌'' ຣັຖມົນຕຣີກະຊວງເສດຖະກິດ ໃນກອງປະຊຸມ [//th.wikipedia.org/wiki/คณะกรรมการเศรษฐกิจและสังคมแห่งเอเชียและแปซิฟิก ECAFE] ຢູ່ສິງຄະໂປ 1950. ''ທ່ານພູມີ ໜໍ່ສວັນ'' ຢືນຢູ່ດ້ານຊ້າຍ]]
 
ຢູ່ໃນຄຳປາໃສ ຫຼື ໃນ “ສຽງລາວ” ຊຶ່ງແມ່ນໜັງສືພິມຂອງພັກ ທ່ານກຸ ວໍຣະວົງສ໌ ໄດ້ຖແລງວ່າ ການສຳພັນກັບປະເທດຝຣັ່ງນັ້ນແມ່ນດ້ວຍຄວາມຈຳເປັນ. ແຕ່ຈະບໍ່ອະນຸຍາດໃຫ້ຝຣັ່ງມີການ “ຮຸກຮານ” ໃນການປົກຄອງຂອງປະເທດເປັນອັນຂາດ.<ref name="H&D218"/>. ໃນເດືອນພຶສພາ 1941 ເວລາທ່ານເປັນຮອງເຈົ້າແຂວງວຽງຈັນ ຕາມທີ່ຂຽນໃນບົດຄວາມ “ຮຽກຮ້ອງເຖິງໜຸ່ມລາວ” ພິມລົງໃນວາລະສານ “ອິນໂດຈີນ<ref group="n">[http://www.indochine-souvenir.com/magazines/ Indochine - Hebdomadaire illustré]</ref>” ທ່ານກຸ ວໍຣະວົງສ໌ ປາຖນາໃຫ້ທຸກພະແນກການປົກຄອງແລະພະນັກງານທ້ອງຖິ່ນຂອງລາວມີການເປັນຕົນເອງຫຼາຍຂຶ້ນ ໂດຍການລົບລ້າງການຝຶກຫັດທີ່ພະນັກງານວຽດເປັນຄຣູສອນອອກ. ທ່ານຮ້ອງຂໍການລົບລ້າງລະບອບສັກດີນາ ການຈຳກັດອຳນາດສູງສຸດຂອງສະຫະພັນອິນໂດຈີນໃນລາວ ແລະການເນັ້ນໜັກໃນການປົກຄອງຕາມຣະບອບປະຊາທິປະໄຕຫຼາຍຂຶ້ນ.<ref name="JD-RdL348">{{cite book|language=fr|author1=Jean Deuve|title=Le royaume du Laos 1949-1965|page=348}}</ref>.
 
ວັນທີ 19 ກໍຣະກະດາ 1949 ດ້ວຍສັນຍາເຊັນໂດຍປະທານຝຣັ່ງ ທ່ານແວງຊັງ ໂອຣິຮົນ ([//fr.wikipedia.org/wiki/Vincent_Auriol Vincent Auriol]) ແລະພະເຈົ້າແຜ່ນດິນ ໂດຍມີນາຍົກຣັຖມົນຕຣີເຈົ້າບຸນອູ້ມເປັນຜູ້ຕ່າງໜ້າ ປະເທດຝຣັ່ງຮັບຮູ້ຫຼັກການເປັນເອກຣາດພາຍໃຕ້ການປົກຄອງຂອງພະເຈົ້າແຜ່ນດິນສີສະວ່າງວົງ ແຫ່ງຫຼວງພະບາງ. ມີການຕັ້ງກັມມະການຝຣັ່ງ-ລາວ ຊຶ່ງມີໜ້າທີ່ຕຽມອະນາຄົດການໂອນອຳນາດ ເພື່ອໃຫ້ລາວດຳເນີນໄປສູ່ການປົກຄອງໂດຍຕົນເອງຢ່າງສົມບູນ. ຢູ່ໃນຣັຖບານຣາຊອານາຈັກຊຸດທີສອງນີ້ ທ່ານກຸ ວໍຣະວົງສ໌ ໄດ້ເປັນຣັຖມົນຕຣີກະຊວງເສດຖະກິດ ແລະໃນການສົນທະນາແລະການອະພິປາຍໃນວາຣະຂອງການຕຽມການໂອນອຳນາດໃຫ້ແກ່ຣັຖບານລາວນັ້ນ ທ່ານກຸ ວໍຣະວົງສ໌ ກໍຍັງໄດ້ເປັນປະທານກຳມະທິການແຜນຜັງ ໂຍທາທິການ ເສດຖະກິດ ແລະກິຈການທະຫານເຊັ່ນດຽວກັນ.<ref name="H&D218"/>
 
ປະເທດລາວເປັນປະເທດທີ່ມີການປົກຄອງເປັນຂອງຕົນເອງຢ່າງສົມບູນ ຊຶ່ງປະກອບດ້ວຍ: ການຍຸຕິທັມ ກອງທັບ ຕຳຫຼວດ ແລະການເງິນ. ມີແຕ່ປະໂຫຍດຮ່ວມກັນລະຫວ່າງ 4 ປະເທດທີ່ຮ່ວມຢູ່ໃນສະຫະພັນຝຣັ່ງ (ຂເມນ ຝຣັ່ງ ລາວ ວຽດນາມ) ແລະສະພາບສົງຄາມທີ່ກຳລັງມີຢູ່ໃນອິນໂດຈີນເທົ່ານັ້ນ ທີ່ຣະບຸການຈຳກັດບາງກໍຣະນີໄວ້ໃນສົນທິສັນຍາທົ່ວໄປ.<ref name="JD-RdL19">{{cite book|language=fr |author1=Jean Deuve|title=Le royaume du Laos 1949-1965 |pages=19}}.</ref>. ຖານະໃໝ່ທີ່ປະເທດລາວໄດ້ຮັບໃນຄັ້ງນີ້ ຈະເອື້ອອຳນວຍໂອກາດໃຫ້ລາວເຂົ້າເປັນສະມາຊິກຂອງອົງການສະຫະປະຊາຊາດ. 
 
ນັບໄດ້ວ່າເປັນຄັ້ງທຳອິດໃນປະວັດສາດ ທີ່ຖືວ່າປະເທດລາວເປັນຣັຖທີ່ແທ້ຈິງໃນສາຍຕາຂອງບັນດາປະເທດຕາເວັນຕົກ. ລາວມີສິດຜູກສາຍສັມພັນທາງການທູດຕາມມັກໄດ້ ແລະເຂົ້າບັນຈຸໃນສະຖາບັນແລະອົງການນານາຊາດໄດ້ເຊັ່ນດຽວກັນ. ສະພາບໃໝ່ທີ່ອຳນວຍນີ້ ເປີດໂອກາດໃຫ້ມີນັກຊ່ຽວຊານຂອງອົງການສະຫະປະຊາຊາດມາຄຳນວນສະພາບການພັທນາ ແລະຄວາມຕ້ອງການແທ້ຈິງຂອງປະເທດ. ໃນຜູ້ຄົນກຸ່ມນີ້ ກໍມີຄນະຊ່ຽວຊານເສດຖະກິດຂອງອາເມຣິກັນ ຊຶ່ງໃນເບື້ອງຕົ້ນ ກໍມາທຳໃຫ້ວົງການເມືອງລາວມີຄວາມສົນລະວົນ ດ້ວຍເອົາເງິນດອລໃບຂຽວມາຢາຍ.<ref name="lgpg/histoire"/>. ສະພາບດັ່ງກ່າວນີ້ ຕື່ມໃສ່ການຖອນໂຕຢ່າງເປັນບາດກ້າວຂອງຝຣັ່ງ ຈະອຳນວຍໃຫ້ບັນດາກຸ່ມທຶນນິຍົມ (ສນັບສນຸນໂດຍອະເມຣິກັນ) ແລະກຸ່ມສັງຄົມນິຍົມປະກອບອາວຸດ (ສນັບສນຸນໂດຍວຽດມິນ) ມາມີບົດບາດສຳຄັນໃນສັງຄົມການເມືອງລາວ.
 
ດັ່ງນີ້ ການເປັນເອກພາບຂອງລາວ ການມີສະເຖັຽຣະພາບ ແລະການຮັບຮູ້ຈາກສາກົນທີ່ຫາກໍ່ໄດ້ມາແລະຍັງບໍ່ທັນແຂງແຮງດີນັ້ນ ກໍຈະຖືກໜີບເຕັງໃນການແຂ່ງຂັນກິລາຍຸດທະສາດ ລະຫວ່າງສອງອຸດົມການໆເມືອງທີ່ກົງກັນຂ້າມກັນ. ຕັ້ງແຕ່ຊຸມປີ 1950 ໄປເຖິງ 1973 ຍ້ອນສະພາບພູມສາດຂອງປະເທດ ລາວຈຶ່ງກາຍເປັນ “ສນາມຮົບ” ລຶກລັບ ຂອງສົງຄາມປິດລັບ ລະຫວ່າງ[//th.wikipedia.org/wiki/สำนักข่าวกรองกลาง ເຊອີອາ]ແລະວຽດມິນ. ຢູ່ໃນພາກພື້ນຣາຊອານາຈັກລາວເອງນັ້ນ ກໍ່ມີການຕໍ່ສູ້ເພື່ອຍາດອຳນາດທາງການເມືອງລະຫວ່າງເຄືອຍາຕ<ref group="n">ບັນຫາສ່ວນໃຍ່ທີ່ເຈົ້າສຸວັນນະພູມມາຕ້ອງແກ້ໄຂໃນຕຳແໜ່ງນາຍົກ ຄືການຫຼຸດຜ່ອນຂໍ້ຂັດແຍ່ງລະຫວ່າງອ້າຍນ້ອງ (ເຈົ້າສຸພານຸວົງທາງຕະເວັນອອກ ແລະເຈົ້າເພັຊຣາດທາງດ້ານຕະເວັນຕົກ) ເພື່ອສ້າງຕັ້ງຄວາມປອງດອງຊາດລາວ</ref> ການປະທະທາງທະຫານ ການປາບນັກປຸ້ນຢູ່ຊາຍແດນລາວ-ວຽດນາມ-ໄທຍ໌ ເຊັ່ນດຽວກັນກັບການກໍ່ການໂຈຣະກັມຕໍ່ຕ້ານອຳນາດການປົກຄອງໃນລາວຫຼາຍແຫ່ງ ໂດຍສະເພາະຕາມຊາຍແດນສອງຝັ່ງແມ່ນໍ້າຂອງ.