ລັດມິຊິແກນ: Difference between revisions

Content deleted Content added
No edit summary
 
ແຖວ 3:
ລັດມິຊິແກນ ຖືກກໍ່ຕັ້ງຂຶ້ນໂດຍຊົນເຜົ່າທ້ອງຖິ່ນອາເມລິກັນຕ່າງໆຫຼາຍທ້ອງຖິ່ນນຳກັນ ກ່ອນທີ່ຈະໄດ້ຕົກເປັນອານານິຄົມຂອງຝະລັ່ງ ໂດຍນັກສຳລວດຄົນຝະລັ່ງ ໃນສະຕະວັດທີ່ 17 ແລະໄດ້ກາຍເປັນສ່ວນໜຶ່ງຂອງ[[ຝະລັ່ງໃໝ່]]. ຫຼັງຈາກທີ່ຝະລັ່ງໄດ້ພ່າຍແພ້ໃນ[[ສົງຄາມຝະລັ່ງແລະອິນເດຍ]]ໃນປີ ຄ.ສ. 1762 ພູມພາກນີ້ກໍຖືກອັງກິດຍຶດຄອງ, ແລະໃນທີ່ສຸດກໍໄດ້ເປັນລັດອິດສະລະຢູ່ໃນສະຫະລັດອາເມລິກາຫຼັງຈາກທີ່ອັງກິດໄດ້ພ່າຍແພ້ໃນ[[ສົງຄາມປະຕິວັດອາເມລິກາ]]. ພື້ນທີ່ດັງກ່າວໄດ້ຖືກຕັ້ງຂຶ້ນເປັນສ່ວນໜຶ່ງຂອງ[[ດິນແດນຕາເວັນຕົກສຽງເໜືອ]]ອັນຍິ່ງໃຫຍ່ຈົນເຖິງປີ ຄ.ສ. 1800, ເມື່ອມິຊິແກນ ທີ່ຢູ່ພາຍໃຕ້ການປົກຄອງຂອງອັງກິດ ໄດ້ກາຍເປັນສ່ວນໜຶ່ງຂອງ[[ດິນແດນອິນເດຍນາ]]. ໃນທີ່ສຸດ, ປີ ຄ.ສ. 1805, [[ດິນແດນມິຊິແກນ]] ໄດ້ຕັ້ງຂຶ້ນ, ແລະໄດ້ລວມໂຕເຂົ້າກັບສະຫະລັດອາເມລິກາເມື່ອວັນທີ່ 26 ມັງກອນ ຄ.ສ. 1837, ເປັນລັດທີ່ 26. ປັດຈຸບັນລັດມິຊິແກນໄດ້ກາຍເປັນສູນກາງສຳຄັນຂອງອຸດສາຫະກຳແລະການຄ້າຢູ່ພາຍໃນພູມພາກ Great Lakes ແລະແມ່ນຈຸດໝາຍປາຍທາງສຳຫຼັບ[[ການຍ້າຍເຂົ້າເມືອງ]]ທີ່ໄດ້ຮັບຄວາມນິຍົມ.
 
ເຖິງແມ້ວ່າມິຊິແກນຈະໄດ້ຮັບການພັດທະນາໃນເລື່ອງຂອງຄວາມຫຼວງຫຼາຍທາງດ້ານເສດຖະກິດແລ້ວ, ມັນກໍຍັງຄົງເປັນທີ່ຮູ້ຈັກວ່າເປັນສູນກາງຂອງອຸດສາຫະກຳຍານຍົນຂອງສະຫະລັດອາເມລິກາ, ກາຍເປັນບ້ານເຮືອນໃຫ້ກັບ[[Big Three (ຜູ້ຜະລິດອຸປະກອນຍານຍົນ)|ສາມບໍລິສັດຍານຍົນທີ່ມີຊື່ສຽງ]]ຂອງປະເທດ (ເຊິ່ງສຳນັກງານໃຫຍ່ຂອງບໍລິສັດເຫຼົ່ານັ້ນທັງໝົດຕັ້ງຢູ່ໃນ[[ເຂດປະລິມົນທົນຂອງດີທອຍ]]). ໃນຂະນະທີ່ມີປະຊາຊົນກະຈັດກະຈາຍ,ຄາບສະໝຸດທາງເໜືອມີຄວາມສຳຄັນທາງດ້ານເສດຖະກິດຫຼາຍແຫຼມທາງເໜືອມີຄວາມສຳຄັນທາງດ້ານເສດຖະກິດຫຼາຍ ເພາະວ່າມີສະຖານະເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ແລະມີແຫຼ່ງຊັບພະຍາກອນທຳມະຊາດອຸດົມສົມບູນ, ໃນຂະນະທີ່ຄາບສະໝຸດທາງໃຕ້ແມ່ນສູນກາງຂອງການຜະລິດໃນຂະນະທີ່ແຫຼມທາງໃຕ້ແມ່ນສູນກາງຂອງການຜະລິດ, ການບໍລິການ, ແລະອຸດສາຫະກຳທີ່ໃຊ້ເຕັກໂນໂລຊີທີ່ທັນສະໄໝ.
 
==ລາຍການອ້າງອິງ==