ກຸ ວໍຣະວົງສ໌: Difference between revisions

Content deleted Content added
ແຖວ 130:
==== ການປາບປາມການປຸ້ນຈີ້ຕາມຊາຍແດນ ====
 
[[ຮູບ:Numérisation_20151107_(2).jpg|thumb|left|upright=1.1|ຄຳປຣາສັຍຂອງ ''ນາຍົກຣັຖມົນຕຣີຜຸຍ ຊນະນິກອນ'' ໃນໂອກາດການໂອ່ນອຳນາດຈາກຝຣັ່ງ ວັນທີ 13 ເມສາ 1950. ທ່ານກຸ ວໍຣະວົງສ໌ ແມ່ນຄົນທີ 5 ນັບຈາກເບື້ອງຊ້າຍ ຢືນຢູ່ຂ້າງເຈົ້າສຸວັນນະພູມມາ]]
 
ແຕ່ປີ 1951 ເຖິງ 1953 ອຳນາດຂອງຣັຖບານກາງຂອງລາວທີ່ກຳລັງກໍ່ສ້າງຂຶ້ນນັ້ນ ອີງໃສ່ສະພາບທົ່ວໄປແລ້ວ “ມີຄວາມງຽບສງົບພໍສົມຄວນ”. ເຖິງແມ່ນວ່າ ໃນຣະຍະດຽວກັນ ສົງຄາມກຳລັງທະວີຄູນຂຶ້ນທົ່ວອິນໂດຈີນກໍ່ຕາມ. ບັນດາຜູ້ນຳຕ່າງກໍ່ບໍ່ພາກັນຮູ້ເມື່ອ ແລະພາກັນເມີນເສີຽຕໍ່ຜົນສະທ້ອນທາງດ້ານການເມືອງຂອງການແຊກຊືມຢ່າງບໍ່ລົດລະຂອງຂະບວນຕໍ່ຕ້ານຕາມຊາຍແດນ. ປະເທດລາວກຳລັງມີການຂຍາຍໂຕທາງການເມືອງກໍ່ຈິງ ແຕ່ວ່າເປັນປະເທດທີ່ມີການປົກຄອງບໍ່ທົ່ວເຖິງກັນ. ທັ້ງນີ້ກໍ່ຍ້ອນວ່າປະເທດລາວມີເນື້ອທີ່ 23ຼ6.800 ກລມ ມົນທົນ ມີຊາຍແດນຍືດຍາວ ມີປ່າໄມ້ຕຶບໜາ ມີຊົນເຜົ່າຫຼວງຫຼາຍເຜົ່າ ຊື່ງມາຈາກເຄືອຍາຕດຽວກັນແລະໃຊ້ຊີວິຕຢູ່ທັງສອງຝັ່ງຊາຍແດນດຽວກັນ. ການຄົມມະນາຄົມໄປມາກໍ່ຍັງຕ້ອງອາສັຍທາງແມ່ນໍ້າລຳເຊແລະທາງຍ່າງຜ່ານດົງປ່າຮ້ອນເອົ້າ ສຖານະການດັ່ງກ່າວປາກົດວ່າສຸດຍາກທີ່ຈະຄວບຄຸມໄດ້. ສ່ວນຜູ້ນຳນັ້ນ ຕ່າງກໍ່ພາກັນຈຸ້ມຢູ່ໂຕເມືອງໃຫຍ່ ສົນລະວົນນຳແຕ່ການວິວາດລະຫວ່າງກຸ່ມທີ່ມີຖານະດີ ປະດັບດ້ວຍການສໍ້ລາສບັງຫລວງ ການປຸກປັ້ນອຳນາດແລະປະໂຫຍດສ່ວນຕົວ ບໍ່ປະຕິບັດການປົກຄອງ ແລະບໍ່ຮັບຮູ້ແກ້ໄຂບັນຫາຂອງພວກຊົນເຜົ່າທີ່ຢູ່ອາສັຍໃນເຂດສອກຫຼີກ. ບັນຫາເຫລົ່ານີ້ຈື່ງເຕີບໃຫຍ່ຂຍາຍຕົວຂຶ້ນ<ref group="n">ຄວາມທຸກຍາກ ການປຸ້ນຈີ້ ການຣັບຟັງໂຄສະນາຕໍ່ຕ້ານລັດຖະບານຢ່າງຕໍ່ເນື່ອງ ແລະການຖືກເກນບັງຄັບໄປຝຶກຫັດໃນການຕໍ້ສູ້ຈາກບັນດາຂະບວນການປະຕິວັດຕ່າງໆນານາ</ref> ຈົນຊາວບ້ານມີຄວາມຮູ້ສຶກວ່າຕົນຖືກຖີ້ມປະລະເລີຽຈາກພະຣາຊາ ແລະເລີ້ມເຊື່ອຟັງຄຳໂຄສະນາຂອງສາຂາຄອມມິວນິສຂອງປະເທດລາວທີ່ເຈົ້າສຸພານຸວົງເປັນຜູ້ສ້າງຕັ້ງຂື້ນ ຫຼັງຈາກເນຣະເທດໄປຢູ່ນອກປະເທດໃນປີ 1950. ໂດຍສະເພາະຊົນເຜົ່າທີ່ຢູ່ໃນແຂວງຫົວພັນແລະຜົ້ງສາລີ ຊື່ງມີຊາຍແດນຕິດກັບວຽດນາມເໜືອ. ສາຂາເຫຼົ່ານັ້ນມີອຸດົມການທາງການເມືອງໜັກແໜ້ນ ໄດ້ຮັບການຝຶກອົບຮົມວິຊາທະຫານແລະວິຊາໂຄສະນາຢ່າງເປັນລະບົບ ແລະໄດ້ຮັບການອຸດໜູນຈາກພັກພວກຂອງໂຮຈີມິນທີ່ບັນຊາຢູ່ຕາມຊາຍແດນລາວ-ວຽດນາມ ແລະຊາຍແດນໄທຍ໌.<ref name="JD-RdL5,6,25">{{cite book|language=fr|author1=Jean Deuve|title=Le royaume du Laos 1949-1965|pages=5, 6, 25}}</ref>