ກຸ ວໍຣະວົງສ໌: Difference between revisions

Content deleted Content added
ແຖວ 116:
ເພື່ອຕຽມປະເທດໃຫ້ໄດ້ຮັບເອກຣາດຢ່າງສົມບູນ. ປີໜຶ່ງຕໍ່ມາ ໃນປີ 1948 ການບໍ່ຕົກລົງກັນຫຼາຍຢ່າງນຳໃຫ້ໄດ້ແຍກກັນ ແລະທ່ານກຸ ວໍຣະວົງສ໌ ກໍໄດ້ຕັ້ງພັກຂອງຕົນເອງຂຶ້ນ ຊື່ວ່າ “ພັກປະຊາທິປະໄຕ”<ref name="MSF79">{{cite book|language=en|author1=Martin Stuart-Fox|title=Historical Dictionary of Laos|pages=79|url=https://books.google.com/books?id=seglAAAAQBAJ&pg=PA79&lpg=PA79&dq=Kou+Voravong&source=bl&ots=1pKURol8el&sig=rVAWXUrr7UoCi4CnoAF3IW6QOrg&hl=fr&sa=X&ved=0CF0Q6AEwDTgKahUKEwi63qbs0-TGAhUBbRQKHRBGBSs#v=onepage&q=Kou%20Voravong&f=false|}}</ref> ເປັນພັກທີ່ມີອຸດົມການຕໍ່ສູ້ເພື່ອເປັນປະເທດເອກຣາດ ພາຍໃຕ້ລະບອຍກະສັດເປັນປະມຸກ ມີຣັຖທັມມະນູນໃນຣະບົບປະຊາທິປະໄຕ ເທົ່າທີ່ຈະເປັນໄປໄດ້.
 
[[ຮູບ:Kou_Voravong,_conférence_d'ECAFE,_Singapour_1950.jpg|alt=Texte alternatif|thumb|left|upright=1.23|''ທ່ານກຸ ວໍຣະວົງສ໌'' ຣັຖມົນຕຣີກະຊວງເສດຖະກິດ ໃນກອງປະຊຸມ [//th.wikipedia.org/wiki/คณะกรรมการเศรษฐกิจและสังคมแห่งเอเชียและแปซิฟิก ECAFE] ຢູ່ສິງຄະໂປ 1950. ''ທ່ານພູມີ ໜໍ່ສວັນ'' ຢືນຢູ່ດ້ານຊ້າຍ]]
 
ຢູ່ໃນຄຳປາໃສ ຫຼື ໃນ “ສຽງລາວ” ຊຶ່ງແມ່ນໜັງສືພິມຂອງພັກ ທ່ານກຸ ວໍຣະວົງສ໌ ໄດ້ຖແລງວ່າ ການສຳພັນກັບປະເທດຝຣັ່ງນັ້ນແມ່ນດ້ວຍຄວາມຈຳເປັນ. ແຕ່ຈະບໍ່ອະນຸຍາດໃຫ້ຝຣັ່ງມີການ “ຮຸກຮານ” ໃນການປົກຄອງຂອງປະເທດເປັນອັນຂາດ<ref name="H&D218"/>. ໃນເດືອນພຶສພາ 1941 ເວລາທ່ານເປັນຮອງເຈົ້າແຂວງວຽງຈັນ ຕາມທີ່ຂຽນໃນບົດຄວາມ “ຮຽກຮ້ອງເຖິງໜຸ່ມລາວ” ພິມລົງໃນວາລະສານ “ອິນໂດຈີນ<ref group="n">[http://www.indochine-souvenir.com/magazines/ Indochine - Hebdomadaire illustré]</ref>” ທ່ານກຸ ວໍຣະວົງສ໌ ປາຖນາໃຫ້ທຸກພະແນກການປົກຄອງແລະພະນັກງານທ້ອງຖິ່ນຂອງລາວມີການເປັນຕົນເອງຫຼາຍຂຶ້ນ ໂດຍການລົບລ້າງການຝຶກຫັດທີ່ພະນັກງານວຽດເປັນຄຣູສອນອອກ. ທ່ານຮ້ອງຂໍການລົບລ້າງລະບອບສັກດີນາ ການຈຳກັດອຳນາດສູງສຸດຂອງສະຫະພັນອິນໂດຈີນໃນລາວ ແລະການເນັ້ນໜັກໃນການປົກຄອງຕາມຣະບອບປະຊາທິປະໄຕຫຼາຍຂຶ້ນ<ref name="JD-RdL348">{{cite book|language=fr|author1=Jean Deuve|title=Le royaume du Laos 1949-1965|page=348}}</ref>.