ເຢຣູຊາເລັມ: Difference between revisions
Content deleted Content added
No edit summary |
No edit summary |
||
ແຖວ 4:
'''ເຢຣູຊາເລັມ''' ຫຼື '''ເຈຣູຊາແລັມ''' (Jerusalem) ແມ່ນນະຄອນຫຼວງຂອງ[[ປະເທດອິສະຣາແອນ|ອິສະຣາແອນ]] ຢູ່ໃນ[[ຕາເວັນອອກກາງ]] ເທິງໜ້າດິນຮາບພຽງຂອງພູຢູດາ ລະຫວ່າງ[[ທະເລເມດີແຕກລາເນ]]ກັບ[[ທະເລແມກມອກ]] (Mer Morte) ຕາມຄວາມເຊື່ອຂອງຊາວຢິວ ເຈຣູຊາແລັມແມ່ນເມືອງທີ່[[ພະຢາເວ]] (Yahweh) ຊົງເລືອກໄວ້ໃຫ້ເປັນປ້ອມແຫ່ງຄວາມເຊື່ອວ່າມີພະເປັນເຈົ້າພຽງອົງດຽວ. [[ອິສະຣາແອນ]]ແລະ[[ລັດປາແລສະຕິນ]]ຕ່າງອ້າງສິດເໜືອເຈຣູຊາແລັມວ່າເປັນນະຄອນຫຼວງຂອງຕົນ ແຕ່ການກ່າວອ້າງຂອງທັງສອງຝ່າຍບໍ່ໄດ້ຮັບການຍອມຮັບຈາກນານາຊາດ.
ເຈຣູຊາແລັມຖືເປັນໜຶ່ງໃນເມືອງທີ່ເກົ່າທີ່ສຸດໃນໂລກ ໂດຍໄດ້ຮັບການກ່າວເຖິງໃນຊື່ ''"ອູຣູຊາລິມາ"'' ໃນແຜ່ນສິລາຈາລຶກຂອງ[[ເມໂຊໂປຕາມີ]] (Mésopotamie) ເຊິ່ງມີຄວາມໝາຍວ່າ ''"ເມືອງຂອງຊາລິມ"'' ອັນເປັນນາມຂອງພະເຈົ້າແຫ່ງແຜ່ນດິນ[[ການາອັງ]] (Canaan) ເມື່ອປະມານ 2,400 ປີກ່ອນຄະລິສະຕະການ ແລະເມື່ອມາຮອດຍຸກຂອງ[[ວົງວານອິສະຣາແອນ]] ການສ້າງເມືອງເຈຣູຊາແລັມຢ່າງຈິງຈັງກໍໄດ້ເລີ່ມຂຶ້ນໃນສະຕະວັດທີ 9 ກ່ອນຄະລິສະຕະການ ([[ຍຸກເຫຼັກ]]ຊ່ວງປາຍ) ແລະໃນສະຕະວັດທີ 8 ກ່ອນຄະລິສະຕະການ ເຈຣູຊາແລັມກໍໄດ້ເປັນສູນກາງການປົກຄອງແລະທາງສາສະໜາຂອງ[[ອານາຈັກຊູດາ]] (Royaume de Juda).<ref>{{cite web|url=https://books.google.com/books?id=Qjkz_8EMoaUC&pg=PA302#v=onepage&q&f=false|title=Biblical History and Israel S Past: The Changing Study of the Bible and History|first1=Megan Bishop|last1=Moore|first2=Brad E.|last2=Kelle|date=17 May 2011|publisher=Wm. B. Eerdmans Publishing|via=Google Books}}</ref>
== ອ້າງອີງ ==
|