ກາເຟ: Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
[[ຮູບ:A small cup of coffee.JPG|250px300px|thumb|ກາເຟດຳເຊິ່ງບັນຈຸໃນຖ້ວຍ]]
'''ກາເຟ''' ({{lang-en|coffee}}, {{lang-fr|café}}) ແມ່ນເຄື່ອງດື່ມທີ່ເຮັດແຕ່ມະເລັດ ເຊິ່ງໄດ້ແຕ່[[ຕົ້ນກາເຟ]] ຫຼືນິຍົມເອີ້ນວ່າ [[ເມັດກາເຟ]] ຂົ້ວ. ມີການປູກຕົ້ນກາເຟໃນຫຼາຍກວ່າ 70 ປະເທດທົ່ວໂລກ. ''ກາເຟຂຽວ''(ກາເຟຍັງບໍ່ກາຍການຂົ້ວ) ແມ່ນໜຶ່ງໃນສິນຄ້າທາງການກະເສດ ເຊິ່ງມີການຊື້ຂາຍກັນຫຼາຍທີ່ສຸດໃນໂລກ. ກາເຟມີສ່ວນປະກອບຂອງ[[ຄາຟີອີນ]] ເຮັດໃຫ້ມັນມີສັບພະຄຸນຊູກຳລັງໃນມະນຸດ. ປັດຈຸບັນ ກາເຟແມ່ນເຄື່ອງດື່ມເຊິ່ງໄດ້ຮັບຄວາມນິຍົມທີ່ສຸດໃນໂລກ.<ref>Oder, Tom (June 9, 2015). [https://www.mnn.com/food/beverages/stories/how-coffee-changed-the-world "How coffee changed the world"]. Mother Nature Network. Narrative Content Group, 31/10/2018.</ref>
 
ແມ່ນທີ່ເຊື່ອກັນວ່າສັບພະຄຸນຊູກຳລັງຈາກມະເລັດຂອງຕົ້ນກາເຟນັ້ນຖືກພໍ້ເປັນເທື່ອທຳອິດໃນ[[ເຢເມນ]] ແຖບອາລະເບຍ ແລະທາງຕະເວັນອອກສຽງເໜືອຂອງ[[ເອທິໂອເປຍ]] ແລະການປູກຕົ້ນກາເຟໃນສະໄໝທຳອິດໄດ້ແພ່ຂະຫຍາຍໃນໂລກ[[ອາຫຼັບ]]. ຫຼັກຖານບັນທຶກວ່າການດື່ມກາເຟໄດ້ປາກົດຂຶ້ນຮາວກາງຄິດສັດຕະວັດທີ່ 15 ອັນແມ່ນຫຼັກຖານເຊິ່ງເຊື່ອຖືໄດ້ ແລະເກົ່າແກ່ທີ່ສຸດ. ຖືກພໍ້ໃນວິຫານຊູຟີ ໃນເຢເມນ ແຖບອາລະເບຍ ແຕ່ໂລກ[[ມຸດສະລິມ]]. ກາເຟໄດ້ແພ່ຂະຫຍາຍໄປຍັງທະວີບເອີລົບ ອິນໂດນີເຊຍ ແລະທະວີບອະເມລິກາ. ໃນລະຫວ່າງທີ່ກາເຟເລີ່ມເດີນທາງແຕ່ທະວີບອະເມລິກາເໜືອແລະຕະເວັນອອກກາງສູ່ທະວີບເອີລົບ ກາເຟໄດ້ຖືກສົ່ງກາຍໄປຍັງຊິຊິລີແລະອິຕາລີໃນຕອນກົກຄິດສັດຕະວັດທີ່ 17, ແຕ່ນັ້ນກາຍຕຸລະກີໄປຍັງກີດ ຮັງກາລີ ແລະອອດເຕຍໃນຕອນປາຍຄິດສັດຕະວັດທີ່ 17. ຈາກອິຕາລີແລະອອດເຕຍ ກາເຟໄດ້ແພ່ຂະຫຍາຍໄປຍັງສ່ວນທີ່ເຫຼືອຂອງທະວິບເອີລົບ. ກາເຟໄດ້ເຂົ້າມາມີບົດບາດສຳຄັນໃນສັງຄົມຫຼາຍບ່ອນຕະຫຼອດປະວັດສາດ. ໃນແອຟິກາແລະເຢເມນ ມັນຖືກໃຊ້ຮ່ວມນຳພິທີກຳທາງສາດສະໜາ. ຜົນທີ່ຕາມມາແມ່ນ ສາດສະນະຈັກເອທີໂອເປຍ ໄດ້ສັ່ງຫ້າມການບໍລິໂພກກາເຟຕະຫຼອກການ. ຈົນຮອດລັດຊະສະໄໝຂອງຈັກກະພັດເມເນລິກທີ່ 2. ມັນຍັງໄດ້ຖືກຫ້າມໃນຈັກກະວັດອອດໂຕມັນລະຫວ່າງຄິດສັດຕະວັດທີ່ 17 ເນື່ອງຈາກສາເຫດທາງການເມືອງ ແລະ ມີສ່ວນກ່ຽວພັນນຳກິດຈະກຳທາງການເມືອງຫົວຮຸນແຮງໃນທະວີບເອີລົບ.
 
== ອ້າງອີງ ==
<references/>
 
{{ເຄື່ອງດື່ມ|collapsed}}
[[ໝວດ:ເຄື່ອງດື່ມ]]
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ກາເຟ"