ນະໂຍບາຍການເງິນ: Difference between revisions

Content deleted Content added
ແຖວ 19:
ເສດຖະສາດເຄນຊຽນ ມີຄຳເຫັນວ່າ ການດັດປັບ ການໃຊ້ຈ່າຍ ຂອງ ລັດຖະບານ ແລະ ອັດຕາອາກອນ ແມ່ນ ວິທີການທີ່ດີທີ່ສຸດ ໃນການ ກະຕຸ້ນ [[ຄວາມຕ້ອງການລວມ]]. ມາດຕະການເຫຼົ່ານີ້ ສາມາດຖືກນຳໃຊ້ ໃນ ໄລຍະທີ່ ສະພາວະເສດຖະກິດຕົກຕໍ່າ ເພື່ອຍົກລະດັບການຂະຫຍາຍໂຕ ຂອງ ເສດຖະກິດ ແລະ ແກ້ໄຂບັນຫາຫວ່າງງານ. ເຖິງຢ່າງໃດກໍ່ຕາມ ໂດຍທົ່ວໄປ ນະໂຍບາຍຕ່າງໆນີ້ ຈະນຳໄປສູ່ ບັນຫາການຂາດດຸນງົບປະມານ.
 
ກົງກັນຂ້າມ, ໃນໄລຍະທີ່ເສດຖະກິດຂະຫຍາຍໂຕສູງ, ມັນສາມາດຖືກໃຊ້ ເພື່ອ ຫຼຸດຜ່ອນລະດັບ ການເຄື່ອນໄຫວທາງດ້ານເສດຖະກິດ. ເຊັ່ນ ມັນສາມາດຖືກໃຊ້ ໃນ ໄລຍະທີ່ ອັດຕາເງິນເຟີ້ສູງ ເພື່ອ ບັນລຸ ສະຖຽນລະພາບຂອງລາຄາ. ອີງຕາມ ເສດຖະສາດເຄນຊຽນ ການເອົາແຫຼ່ງທຶນ ອອກຈາກ ເສດຖະກິດ ຫຼຸດຈະຫຼຸດ ລະດັບຄວາມຕ້ອງການລວມ ໃນເສດຖະກິດ ເຮັດໃຫ້ເສດຖະກິດຫົດໂຕເຂົ້າ ແລະ ກ້າວໄປສູ່ ສະຖຽນລະພາບຂອງລາຄາ.
 
ເຖິງ ນະໂຍບາຍການເງິນ ຈະມີຄວາມສຳຄັນ ແຕ່ ມັນກໍ່ມີບັນຫາຕິດພັນ. ໃນກໍລະນີ ລັດຖະບານ ຢູ່ ໃນສະພາວະຂາດດຸນງົບປະມານ ການໃຊ້ນະໂຍບາຍການເງິນຂະຫຍາຍ ຈະຕ້ອງອີງໃສ່ ການກູ້ຢືມ ຂອງ ລັດຖະບານ ເຊັ່ນ ຈັດພິມພັນທະບັດລັດຖະບານອອກຂາຍ, ການກູ້ຢືມຈາກຕ່າງປະເທດ ຫຼື ການພິມເງິນເພີ່ມ ທີ່ ອາດຈະກໍ່ໃຫ້ເກີດຫຼາຍບັນຫາຕິດຕາມມາໄດ້. ດັ່ງທີ່ໄດ້ກ່າວມາໃນຂ້າງເທິງ.
 
==ເບິ່ງຕື່ມ==