ກຸ ວໍຣະວົງສ໌: Difference between revisions

Content deleted Content added
No edit summary
ແຖວ 254:
[[File:Kou_et_Sounthone_Voravong_à_Nice_(France)_en_1951.jpg|left|thumb|upright=1|''ທ່ານກຸ ວໍຣະວົງສ໌ ແລະ ພັນລະຍາ'' ຢູ່ເມືອງນີສ ປະເທດຝຣັ່ງເສດ ປີ 1951.]]
 
ທ່ານກຸ ວໍຣະວົງສ໌ ໄດ້ລູກຄົນທຳອິດກັບນາງເມັງຊື່ວ່າ ທ້າວບົວເພັດ. ຫລັງຈາກນັ້ນ ຂນະທີ່ເປັນຂ້າຣາຊການໜຸ່ມຢູ່ວຽງຈັນ ໃນປີ 1938 ທ່ານໄດ້ແຕ່ງງານກັບນາງສູນທອນ ສຸວັນນະວົງ ທີ່ເຮັດວຽກເປັນນາງພຍາບານພດຸງຄັນ ຢູ່ໂຮງໝໍມະໂຫສົດ. ໃນການສ້າງຄອບຄົວຄັ້ງທີ່ສອງນີ້ ທ່ານກຸ ວໍຣະວົງສ໌ ໄດ້ລູກອີກໄດ້ບຸດອີກ 4 ຄົນ: ທ້າວອາໂນຣາດ ນາງໂພຄຳ ນາງໂພເງິນ ແລະທ້າວອະນຸຣົດ.
 
ໃນປີ 1965 ທ້າວບົວເພັດແລະນາງໂພຄຳ ພ້ອມດ້ວຍຄອບຄົວ ຍ້າຍໄປຢູ່ໄທຍ໌ ໃນຄວາມອຸປະຖັມຂອງນາຍພົນພູມີ ໜໍ່ສວັນ ຜູ້ເປັນອາວ.<ref group="n">ໃນສມັຍນັ້ນ ທ້າວບົວເພັດຮັບຣາຊການເປັນເຈົ້າໜ້າທີ່ຕຳຫລວດ ແລະນາງໂພຄຳເປັນພັລຍາຂອງທ່ານວາລິນຕະ ພະໄຊຍະວົງສ໌ ຊື່ງເປັນນັກບິນໃນກອງທັບອາກາດແຫ່ງຊາດລາວ</ref> ສ່ວນທ້າວອາໂນຣາດນັ້ນ ກໍເຖິງແກ່ກັມ ຫຼັງຈາກຖືກປົດປ່ອຍຈາກການໄປສັບພະທຸກຢູ່ຊຳເໜືອ. ໃນທີ່ສຸດ ແຕ່ປີ 1976 ເປັນຕົ້ນໄປ ທຸກຄົນກໍໄດ້ຍົກຍ້າຍໄປໃຊ້ຊີວິດຢູ່ປະເທດຝຣັ່ງເສດ ພາຍຫຼັງທີ່ພັກຄອມມິວນິສແນວລາວຮັກຊາດ ໄດ້ປະກາດເປັນປະເທດສາທາຣະນະຣັດປະຊາທິປະໄຕປະຊາຊົນລາວ ໃນເດືອນທັນວາ 1975.