ປະຖົມມະການ: Difference between revisions

Content deleted Content added
ແຖວ 4:
ປະຖົມມະການແມ່ນປຶ້ມທຳອິດຂອງຄຳພີໄບເບິນພາກ[[ພັນທະສັນຍາເດີມ]] ([[ໂຕລາ]]) ແລະແມ່ນເຫຼັ້ມທຳອິດໃນໝວດເບນຈະບັນ. ຊາວຈູເຊື່ອວ່າ[[ໂມເສດ]]ເປັນຜູ້ຂຽນ. ເນື້ອຫາກ່າວເຖິງປະຫວັດການສ້າງໂລກຂອງ[[ພະຢາເວ]] ເຖິງລຳດັບລູກຫຼານຂອງ[[ວົງວານອິສະລາເອນ]] ແລະການເຂົ້າສູ່ເອຢິບ. ປະກອບດ້ວຍເລື່ອງທີ່ຮູ້ຈັກກັນແຜ່ຫຼາຍດີ ເຊັ່ນ [[ອາດຳ]]ກັບ[[ເອວາ]] [[ເຮືອໂນອາ]] [[ຫໍບາເບນ]] ຯລຯ. ສຳລັບ[[ສາສະໜາຢູດາ]] ຄວາມສຳຄັນທາງຄະລິດຕະສາສະນະວິທະຍາເນັ້ນ ພັນທະສັນຍາ (Covenants) ລະຫວ່າງ[[ພະເຈົ້າ]]ກັບ[[ຊາດທີ່ໄດ້ຮັບເລືອກ]] ([[:en:Chosen People|Chosen People]]) ແມ່ນ[[ຊາວຈູ]] ກ່ຽວກັບ[[ດິນແດນແຫ່ງພັນທະສັນຍາ]] (Promised Land) ທີ່ພະເຈົ້າຊົງປະທານ. ສຳລັບ[[ສາສະໜາຄະລິດ]] ຕີຄວາມໝາຍມາສູ່[[ຄວາມເຊື່ອ]]ວ່າ [[ພະເຢຊູ]]ປຽບໄດ້ກັບ[[ອາດຳ]]ຄົນໃໝ່ ແລະ[[ພັນທະສັນຍາໃໝ່]]ເປັນ “ບົດສັງລວມພັນທະສັນຍາເດີມ”
 
ໂຄງສ້າງຂອງ '''ປະຖົມມະການ''' ປະກອບດ້ວຍປະຫວັດສາດຊ່ວງຕົ້ນ (primeval history) (ປະຖົມມະການ 1-11) ກັບ ລຳດັບພົງສາວະລີ (biblical Patriarchs). ຂະນະທີ່ ໂຄງເລື່ອງກ່ຽວກັບ[[ໂຢເຊຟ (ບຸດຢາໂຄບ)]] ແມ່ນເລື່ອງເລົ່າຕ່າງຫາກ ຜູ້ຊ່ຽວຊານເຊື່ອວ່າປະຖົມມະການຂຽນໂດຍຜູ້ບໍ່ອອກນາມແລະມີການແກ້ໄຂລະຫວ່າງສະຕະວັດທີ 10 ຫາ 5 ກ່ອນຄະລິດຕະການ ໂດຍປະມານພັດທະນາການຂອງຄະນະຜູ້ຊ່ຽວຊານພະຄະລິດຕະທຳພິຈາລະນາຊ່ວງເວລາໃນປະຖົມມະການແລະເບນຈະບັນ. ມີຂຶ້ນຕັ້ງແຕ່ກາງຄະລິດຕະສະຕະວັດທີໂດຍມີຂຶ້ນຕັ້ງແຕ່ກາງຄະລິດຕະສະຕະວັດທີ 20 <ref>[http://www.hope.edu/academic/religion/bandstra/RTOT/PART1/PT1_TBD.HTM "Source Analysis"], Barry Bandstra, ວິທະຍາໄລ Hope, ມິຊິແກນ</ref>.
 
== ອ້າງອີງ ==