ກຸ ວໍຣະວົງສ໌: Difference between revisions

Content deleted Content added
Tags: ດັດແກ້ຈາກອຸປະກອນມືຖື ດັດແກ້ຈາກເວັບສໍາລັບອຸ​ປະ​ກອນ​ມື​ຖື
ແຖວ 225:
ສະເພາະຝ່າຍຊ້າຍນັ້ນ ໄຊຊະນະຢູ່ດຽນບຽນຟູເປີດໂອກາດໃຫ້ວຽດມິນເຂົ້າຄອບຄອງເຂດລາວພາກເໜືອ ແຕ່ຫາກວ່າໂຮຈີມິນຍັງມີຄວາມທະເຍີທະຍານສູງກວ່ານັ້ນອີກ ສຳຫລັບເຂດອິນໂດຈີນ. ເຖິງແມ້ວ່າ ສັນຍາເຊີແນ໋ວວ໌ຈະຣະບຸຄວາມເປັນກາງຂອງຂເມນແລະລາວໄວ້ກໍ່ຕາມ ຣັຖບານຮາໂນຽກໍຍັງຖືວ່າ ເອກຣາດຂອງວຽດນາມຍັງບໍ່ໄດ້ສົມບູນ ຕຣາບໃດທີ່ສອງປະເທດຂ້າງຄຽງຍັງຢູ່ໃນ “ຄວາມຄອບງຳຂອງຣະບອບຈັກກະພັດ”.<ref>{{cite book|language=en|author=Chanda Nayan|title=Les Frères ennemis - La péninsule indochinoise après Saïgon|editor=Presses du CNRS|location=Paris|volume=|year=1987|pages=115|ISBN=2-87682-002-1}}</ref> ໃນທ້າຍປີ 1950 ຣັຖບານຮາໂນຍ ຈື່ງໄດ້ສນັບສນູນພວກກອງໂຈນແຊກຊືມເຂົ້າໄປວຽດນາມໃຕ້ ແລະມີການສະສົມຕາໜ່າງວັດຖຸອຸປະກອນລັບໆໃນເຂດຊາຍແດນ ເປັນສາຍທາງເລິກເຂົ້າໄປໃນແດນລາວ ຊື່ງຕໍ່ມາມີຊື່ເອີ້ນກັນວ່າ “ສາຍທາງໂຮຈີມິນ”. ໃນກິດຈະການນີ້ ໂຮຈີມິນໄດ້ຮັບການຊ່ອຍເຫຼືອທາງເສຖກິດ ວິຊາການ ແລະທາງທະທານ ຈາກໂຊວຽດແລະຈີນ ຢ່າງຫລວງຫລາຍ.
 
[[File:Zones_bombardées_par_l'Armée_américaine_au_Laos_de_1964_à_1973.JPG|thumb|upright=0.7|ພື້ນທີ່ໆໄດ້ຮັບລະເບີດອາເມຣີກັນ ປີ 1964 ຮອດ 1973. ແຂວງຊຽງແຂວງທາງພາກເໜືອແຂວງຊຽງຂວາງທາງພາກເໜືອ ແລະທາງສາຍໂຮຈີມິນທາງພາກໄຕ້]]
 
ເມື່ອຫັນມາເບິ່ງໃນແງ່ “ທິສດີໂດມີໂນ” ຂອງຝ່າຍຂວານັ້ນ ທາງອາເມຣິກັນກໍມີການຄາດຄະເນວ່າ ຂື້ນກັບສະພາບຫຼັກຂອງແຜນຍຸດທະສາດໃນລາວນັ້ນ ການປ້ອງກັນວຽດນາມໃຕ້ໂດຍປະສິດທິພາບຈາກຣະບອບຄອມມູນິສຈະຕ້ອງຜ່ານການປ້ອງກັນລາວກ່ອນ.<ref>{{cite book|language=en|author=Henry Kissinger|title=Diplomatie|editor=Fayard|location=Paris|volume=|year=1996|page=584|ISBN=978-2-213-59720-1}}</ref> ຣັຖບານວໍຊິງຕັນ ຈຶ່ງເລີ້ມຕົ້ນຊອກຊ່ອງທາງເຊື່ອມເຂົ້າວົງການໆເມືອງລາວ ເພື່ອຍູ້ໃຫ້ຣັຖບານລາວຢູ່ວຽງຈັນອ່ຽງໄປນຳນະໂຍບາຍອາເມຣີກັນ ກ່ອນທີ່ຈະຕັດສີນໃຈໃຊ້ການເມືອງແຊກແຊງທາງທະຫານໂດຍກົງ ໃນຫລາຍປີຕໍ່ມາ.