ກຸ ວໍຣະວົງສ໌: Difference between revisions

Content deleted Content added
No edit summary
ແຖວ 38:
ພຽງປະມານສອງເດືອນ ຫຼັງຈາກການເຊັນສັນຍາເຊີແນ໋ວວ໌ ({{lang|fr|Accords de Genève}}) ເພື່ອຕຽມສ້າງສັນຕິພາບໃນອິນໂດຈີນໃນປີ 1954 ວິກິຈການທາງການເມືອງຕໍ່ເນື່ອງຈາກການຄາດທະກັມຂອງທ່ານກຸ ວໍຣະວົງສ໌ ກໍເປັນເຫດໃຫ້ຣັຖບານທ່າອ່ຽງກາງ (ຝຣັ່ງສນັບສນູນ) ຕ້ອງລົ້ມທະລາຍລົງ. ແລະຕໍ່ມາ ກໍແມ່ນຣັຖບານກ້າວໜ້າ (ສນັບສນູນຈາກສະຫະຣັດອາເມຣິກາ) ເປັນຜູ້ຂຶ້ນກຳອຳນາດ. ເຫດການດັງກ່າວ ພໍດີເກິດຂຶ້ນໃນລະຍະທີ່ມີຄວາມເຄັ່ງຕຶງຂອງສົງຄາມເຢັນ ລະຫວ່າງສະຫະພາບໂຊວຽດ ແລະສະຫະຣັດອາເມຣິກາ ຊຶ່ງພໍຈະວິເຄາະໄດ້ວ່າ ນັບແຕ່ປີ 1955 ເປັນຕົ້ນໄປ ປະວັດສາດການເມືອງຂອງປະເທດລາວ ທີ່ເປັນປະເທດນ້ອຍໆ ແລະບໍ່ມີທາງອອກສູ່ທະເລ ກໍໄດ້ຕົກຢູ່ໃນແຮ້ວຢ່າງບໍ່ປະນອມຂອງການປະທະທາງດ້ານອຸດົມການ ລະຫວ່າງສະຫະຣັດອາເມຣິກາ (ທຶນນິຍົມ) ແລະສະຫະພາບໂຊວຽດ (ຄອມມູນິສ). ເປັນເຫດຜົນປະການໜື່ງ ທີ່ເຮັດໃຫ້ການສ້າງຕັ້ງຄວາມປອງດອງຊາດລາວ ບໍ່ໄດ້ຮັບຜົນສຳເຫລັດດັ່ງປາຣຖນາ. 
 
ຢູ່ເມືອງສະຫວັນນະເຂດ (ປັດຈຸບັນເມືອງໄກສອນ ພົມວິຫານ) ມີຖນົນແລະສນາມກິລາໃສ່ຊື່ທ່ານກຸມີຖນົນແລະສວນສາທາລະນະເພື່ອສຸຂະພາບໃສ່ຊື່ທ່ານກຸ ວໍຣະວົງສ໌ ແລະ ຢູ່ເມືອງທ່າແຂກ ກໍມີຖນົນໃສ່ຊື່ທ່ານ ເຊັ່ນດຽວກັນ.
ນອກຈາກນີ້ ຕັ້ງແຕ່ປີ 1995 ເປັນຕົ້ນມາ ກໍຍັງມີຮູບຫລໍ່ ທີ່ສະຖິດຢູ່ເດີ່ນເຮືອນກຳເນີດ ສຖານທີ່ໆທ່ານກຸ ວໍຣະວົງສ໌ ເຄີຍດຳເນີນຊີວິດແຕ່ຍັງໜຸ່ມນ້ອຍ.  
 
ແຖວ 61:
ທ່ານກຸ ວໍຣະວົງສ໌ ເກີດຢູ່ເມືອງຂັນທະບຸຣີ ປີ 1914 ໃນຄອບຄົວທີມິພື້ນຖານ. ເປັນລູກຄົນດຽວ<ref group="n">ໃນການແຕ່ງງານຄັ້ງທີ່ສອງກັບທ່ານຄຣູດີ ວໍຣະວົງ, ມານດາຂອງທ່ານກຸ ວໍຣະວົງສ໌ ໄດ້ລູກອີກຫ້າຄົນ ຊາຍສອງ ຍິງສາມ. ນາງສົມໃຈ ນ້ອງສາວຜູ້ໜຶ່ງ ແຕ່ງດອງກັບນາຍພົນພູມີ ໜໍ່ສວັນ ຊຶ່ງຕໍ່ມາກາຍເປັນບຸກຄົນສຳຄັນທ່ານໜື່ງໃນປະເທດ ຕັ້ງແຕ່ປີ 1957 ເຖິງປີ 1964. ນາຍພົນພູມີ ໜໍ່ສວັນ ເປັນຜູ້ທີ່ອອກຄຳສັ່ງຫລໍ່ຮູບທ່ານກຸ ວໍຣະວົງສ໌</ref>ຂອງທ່ານຄຣູໝັ້ນ ນັກພູມິນ ແລະນາງຈັນເຮືອງ ລູກສາວຜູ້ໜຶ່ງຂອງພຍາປຸ້ຍ ໃນຈຳນວນລູກຫຼາຍຄົນ. ເນື່ອງຈາກພໍ່ແມ່ມີການຢ່າຮ້າງກັນ ນາງກຽງຄຳ (ພັລຍາຂອງເຈົ້າເມືອງຕານ) ເອື້ອຍກົກຂອງນາງຈັນເຮືອງ ໄດ້ເອົາມາລ້ຽງເປັນລູກບຸນທັມແຕ່ຍັງນ້ອຍ<ref name="KhaoLao">{{cite journal|language=lao|title=ຮູບຫລໍ່ພນະທ່ານ ກຸ ວໍຣະວ໌ງ|publisher=ໜັງສືພິມຂ່າວລາວ [Khao Lao, Registered by Australia Post Publication]| date=ເດືອນພິຈິກ 1995 |pages=4}}</ref> ເພາະວ່ານາງກຽງຄຳແລະເຈົ້າເມືອງຕານບໍ່ມີລູກ. ໃນລະຍະນັ້ນ ເຈົ້າເມືອງຕານເປັນນາຍພາສາ ສັງກັດຢູ່ນຳທ່ານເຣຊີດັງ. 
 
ທ່ານກຸ ວໍຣະວົງສ໌ ໃຫຍ່ເຕີບໂຕທີ່ເມືອງສະຫວັນນະເຂດ ແລະກໍຮຽນປະຖົມສຶກສາທີ່ນັ້ນ. ທ່ານໄດ້ຮຽນຈົບປະຖົມສຶກສາບໍຣິບູນ ໄດ້ຮັບປະກາສນິຍາບັດ CEPCI (« Certificat d’études primaires complémentaires indochinoises » <ref>Bulletin d'information et de liaison de L'association des anciens du Lycée Albert Sarraut de Hanoi, numéro 198, pages=33, [http://alasweb.free.fr/Bulletins/Bull%20198%201er%20tr%202014/aBull%20198%201%20tr%202014%20090114alasweb.pdf]</ref>) ໃນປີ 1930. ຫລັງຈາກນັ້ນກໍ່ໄປຮຽນຕໍ່ມັທຍົມປີທີ ໑ ຢູ່ໂຮງຮຽນມັທຍົມປາວີ ທີ່ນະຄອນວຽງຈັນ. ແຕ່ວ່າໃນປີດຽວກັນນັ້ນ ພໍ່ບຸນທັມຂອງທ່ານກຸ ວໍຣະວົງສ໌ ຊື່ງແມ່ນເຈົ້າເມືອງຕານ ກໍມີການວິວາດກັບການປົກຄອງຝຣັ່ງ<ref group="n">ຄົງແມ່ນທ່ານມານເປັດ (Urbain Malpuech) ຊຶ່ງປະຈຳຕຳແໜ່ງເປັນກອມມີແຊໃນລະຍະຊຸມປີ 1921-1930 ຢູ່ເມືອງສະຫວັນນະເຂດ ທີ່ກ່າວຫາ ວ່າເຈົ້າເມືອງຕານລັກເງິນຫລວງ</ref>ເລີຽຖືກຈຳຄຸກ. ເມື່ອເປັນເຊັ່ນນັ້ນ ທ່ານກຸ ວໍຣະວົງສ໌ ເລີຽອອກໂຮງຮຽນມັທຍົມ ແລະກັບຄືນລົງມາຢູ່ສະຫວັນນະເຂດ. ທ່ານບໍ່ເຂົ້າຮຽນ ແລະຂ້າເວລາໂດຍການຫຼີ້ນກິລາ ໂດຍສະເພາະບານເຕະ<ref group="n">ຢູ່ເມືອງສະຫວັນນະເຂດ ເຄີຍມີເດີ່ນເຕະບານໃສ່ຊື່ທ່ານກຸ ວໍຣະວົງສ໌ ປັດຈຸບັນເປັນສວນສາທາຣະໜະປັດຈຸບັນເປັນສວນສາທາລະນະ ແລະເດິ່ນອອກກຳລັງກາຍ ໂດຍຢັງຮັກສາຫໍນັບເລກ ໂຄມໄຟ ແລະບ່ອນນັ່ງສຳຫລັບຜູ້ຊົມໄວ້ຢູ່ [http://lgpg.free.fr/provinces/savannakhet/savannakhet1.htm Savannakhet, la ville et son histoire]</ref>. 
 
ມື້ໜຶ່ງ ຫຼັງຈາກການແຂ່ງກິລາບານເຕະ ທ່ານກຸ ວໍຣະວົງສ໌ແລະເພື່ອນໆ ແໝ້ນໝາກພ້າວທີ່ຢູ່ຮິມຮົ້ວມາກິນ ເພື່ອແກ້ຄວາມຫິວນໍ້າ. ມາດາມມານເປັດ (madame Malpuech) ພັລຍາຂອງທ່ານກອມມີແຊຄົນກ່ອນ ເອີ້ນດ່າພວກນັກກິລາໜຸ່ມນ້ອຍ ຍ້ອນນາງຖືວ່າເປັນການລັກຂອງສະທາຣະນະ. ໃນນາມຫົວໜ້າທີມນັກກິລາ ທ່ານກຸ ວໍຣະວົງສ໌ ຖົກຖຽງປົກປ້ອງເພື່ອນນັກກິລາດ້ວຍກັນດ້ວຍຄວາມຮຸນແຮງ ຈົນເຮັດໃຫ້ມາດາມມານເປັດ ໄປຟ້ອງຕຳຫລວດວ່າໄດ້ມີການທຳຮ້າຍ.