ກຸ ວໍຣະວົງສ໌: Difference between revisions

Content deleted Content added
ແຖວ 254:
ທ່ານກຸ ວໍຣະວົງສ໌ ໄດ້ລູກຄົນທຳອິດກັບນາງເມັງຊື່ວ່າ ທ້າວບົວເພັດ. ຫລັງຈາກນັ້ນ ຂນະທີ່ເປັນຂ້າຣາຊການໜຸ່ມຢູ່ວຽງຈັນ ໃນປີ 1938 ທ່ານໄດ້ແຕ່ງງານກັບນາງສູນທອນ ສຸວັນນະວົງ ທີ່ເຮັດວຽກເປັນນາງພຍາບານພດຸງຄັນ ຢູ່ໂຮງໝໍມະໂຫສົດ. ໃນການສ້າງຄອບຄົວຄັ້ງທີ່ສອງນີ້ ທ່ານກຸ ວໍຣະວົງສ໌ ໄດ້ລູກອີກ 4 ຄົນ: ທ້າວອາໂນຣາດ ນາງໂພຄຳ ນາງໂພເງິນ ແລະທ້າວອະນຸຣົດ.
 
ໃນປີ 1965 ທ້າວບົວເພັດແລະນາງໂພຄຳ ພ້ອມດ້ວຍຄອບຄົວ ຍ້າຍໄປຢູ່ໄທຍ໌ ໃນຄວາມອຸປະຖັມຂອງນາຍພົນພູມີ ໜໍ່ສວັນ ຜູ້ເປັນອາວ.<ref group="n">Thaoໃນສມັຍນັ້ນ Bouaphetທ້າວບົວເພັດຮັບຣາຊການເປັນເຈົ້າໜ້າທີ່ຕຳຫລວດ workedແລະນາງໂພຄຳເປັນພັລຍາຂອງທ່ານວາລິນຕະ asພະໄຊຍະວົງສ໌ a police officer and Nang Phokham was the wife of Captain Valineta Phraxayavong, a Lao Royal Army fighter pilot.ຊື່ງເປັນນັກບິນໃນກອງທັບອາກາດແຫ່ງຊາດລາວ</ref> ສ່ວນທ້າວອາໂນຣາດນັ້ນ ກໍເຖິງແກ່ກັມ ຫຼັງຈາກຖືກປົດປ່ອຍຈາກການໄປສັບພະທຸກຢູ່ຊຳເໜືອ. ໃນທີ່ສຸດ ແຕ່ປີ 1976 ເປັນຕົ້ນໄປ ທຸກຄົນກໍໄດ້ຍົກຍ້າຍໄປໃຊ້ຊີວິດຢູ່ປະເທດຝຣັ່ງເສດ ພາຍຫຼັງທີ່ພັກຄອມມິວນິສແນວລາວຮັກຊາດ ໄດ້ປະກາດເປັນປະເທດສາທາຣະນະຣັດປະຊາທິປະໄຕປະຊາຊົນລາວ ໃນເດືອນທັນວາ 1975.
 
ປີ 1985 ເມື່ອທ່ານນາຍພົນພູມີມໍຣະນະກັມຢູ່ບາງກອກ ກໍໄດ້ມີການທວງທາວຫາຮູບຫລໍ່ຂອງທ່ານກຸ ວໍຣະວົງສ໌ ຊຶ່ງກຳນົດເວລາຝາກທີ່ໄດ້ພຽງ 30 ປີ ຢູ່ກົມສິລປະກອນຂອງໄທຍ໌ ກໍພໍດີສິ້ສຸດລົງ. ໃນປີ 1989 ເມື່ອສະຫະພາບໂຊວຽດແຕກສະຫຼ່າຍ ປະກອບການທັບມ້າງຝາແບກແລງ (ປະເທດເຢັຽຣະມັນ) ຣັຖບານລາວກໍເປີດຊາຍແດນ ເປັນເສດຖະກິດຕະຫຼາດ ແລະອນຸຍາດໃຫ້ມີການລົງທຶນຈາກຕ່າງປະເທດ ຊື່ງເປັນໂອກາດທີ່ອຳນວຍໃຫ້ບັນດາລູກໆຂອງທ່ານກຸ ວໍຣະວົງສ໌ ດຳເນີນການຕິດຕໍ່ກັບອຳນາດການປົກຄອງລາວ ເພື່ອໄດ້ຮັບອະນຸຍາດໃຫ້ນຳຮູບຫລໍ່ຂອງພໍ່ພວກເຂົາເຈົ້າ ກັບຄືນສູ່ເມືອງສະຫວັນນະເຂດ.<ref name="GE161-162">{{cite book |language=en |author=Collective work - Grant Evans|title=Cultural Crisis and Social Memory |pages=161–162}}</ref> ປີ 1992 ຫຼັງຈາກໄດ້ຊົດໃຊ້ຄ່າຝາກໃຫ້ກົມສິລປະກອນແລ້ວ ຮູບຫລໍ່ກໍຍົກຄືນໃຫ້ເປັນສົມບັດຂອງຄອບຄົວວໍຣະວົງສ໌. ໃນລະຍະເວລາທີ່ລໍຖ້າຄຳຕອບຈາກຣັຖບານລາວ ນາງໃຫຽ່ ລູກສາວກົກຂອງທ້າວບົວເພັດ ທີ່ຢູ່ບາງກອກ ກໍໄດ້ເອົາຮູບຫລໍ່ທ່ານກຸ ວໍຣະວົງສ໌ ໄປຝາກໄວ້ທີ່ວັດອຳພະວັນໃນກຸງເທບ.