ກຸ ວໍຣະວົງສ໌: Difference between revisions

Content deleted Content added
ແຖວ 229:
ເມື່ອຫັນມາເບິ່ງໃນແງ່ “ທິສດີໂດມີໂນ” ຂອງຝ່າຍຂວານັ້ນ ທາງອາເມຣິກັນກໍມີການຄາດຄະເນວ່າ ຂື້ນກັບສະພາບຫຼັກຂອງແຜນຍຸດທະສາດໃນລາວນັ້ນ ການປ້ອງກັນວຽດນາມໃຕ້ໂດຍປະສິດທິພາບຈາກຣະບອບຄອມມູນິສຈະຕ້ອງຜ່ານການປ້ອງກັນລາວກ່ອນ.<ref>{{cite book|language=en|author=Henry Kissinger|title=Diplomatie|editor=Fayard|location=Paris|volume=|year=1996|page=584|ISBN=978-2-213-59720-1}}</ref> ຣັຖບານວໍຊິງຕັນ ຈຶ່ງເລີ້ມຕົ້ນຊອກຊ່ອງທາງເຊື່ອມເຂົ້າວົງການໆເມືອງລາວ ເພື່ອຍູ້ໃຫ້ຣັຖບານລາວຢູ່ວຽງຈັນອ່ຽງໄປນຳນະໂຍບາຍອາເມຣີກັນ ກ່ອນທີ່ຈະຕັດສີນໃຈໃຊ້ການເມືອງແຊກແຊງທາງທະຫານໂດຍກົງ ໃນຫລາຍປີຕໍ່ມາ.
 
ດັ່ງນັ້ນ ໂດຍບໍ່ຮັບຮູ້ສັນຍາເຊີແນ໋ວວ໌ກ່ຽວກັບຄວາມເປັນກາງຂອງລາວ ກະຊວງກະລາໂຫມຂອງສະຫະຣັດອາເມຣິກາໄດ້ຕັ້ງອົງການທະຫານທາງລັບ ທຽມອົງການເສຖກິດຊື່ວ່າ ອົງການ PEO<ref name="LoG-ID" /> “ຫ້ອງການປະເມີນໂຄງການ” ຂຶ້ນ ຊຶ່ງເລີ້ມດຳເນີນງານມາແຕ່ເດືອນທັນວາ 1955 ແລະປະກອບດ້ວຍນາຍທະຫານໃສ່ຊຸດພົນລະເຮືອນ ທີ່ມີໜ້າທີ່ນຳຄວາມຊ່ອຍເຫຼືອມາສູ່ປະຊາຊົນ.<ref>{{cite book|author= Viliam Phraxayavong | title = History of Aid to Laos | chapter= Chapter 4: From 1955 to -1975}}</ref> ແຕ່ວ່າຈຸດປະສົງທີ່ແທ້ຈິງນັ້ນ ຄືການນຳຄວາມຊ່ອຍເຫຼືອທາງທະຫານມາໃຫ້ກອງທັບຝ່າຍຂວາທີ່ຕ້ານຄອມມິວນິສຕ໌. ແຕ່ປີ 1955 ເຖິງປີ 1963 ໃນງົບປະມານໂຄງການຊ່ອຍເຫຼືອລາວທັງໝົດ 481 ໂດລາ ສະຫະຣັດອາເມຣິກາໄດ້ສລະເງິນ 153 ລ້ານໂດລາ ເພື່ອອົບຮົມ ຝຶກຫັດ ແລະປະກອບອາວຸດໃຫ້ກອງທັບແຫ່ງຊາດລາວແລະ “ກອງທັບປິດລັບ” ໂມ້ງ ທີ່ຕໍ່ສູ້ກັບຄນະປະເທດລາວ ກອງທັບບັງຄັບບັນຊາໂດຍນາຍພົນວັງປາວ. ຫຼັງຈາກນັ້ນເລີ້ມແຕ່ເດືອນພຶສພາ 1964 ເປັນຕົ້ນໄປ ສະຫະຣັດໄດ້ຖີ້ມລະເບີດຈາກເຄື່ອງບິນຢ່າງຫຼວງຫຼາຍ ໂດຍສະເພາະຖີ້ມລົງໃສ່ທາງສາຍໂຮຈີມິນແລະແຂວງຊຽງແຂວງ ໃນຂນະທີ່ພວກພັນທະມິຕທ້ອງຖິ່ນຊ່ອຍສາຍສືບຊີໄອເອດຳເນີນການທາງພື້ນດິນ. ສະຫະຣັດອາເມຣິກາເປັນຜູ້ຮັບນຳພາເຮັດສົງຄາມອິນໂດຈີນຄັ້ງທີສອງ ຈົນຮອດການຢຸດຍິງໃນປີ 1973 ໂດຍທີ່ຝ່າຍລາວບໍ່ມີສິດອອກຄວາມເຫັນຫຼືຈົ່ມວ່າແຕ່ປະການໃດ.<ref name="XR47">{{cite book |language=fr |author=Xavier Roze |title=Géopolitique de l'Indochine|page=47}}</ref>
 
ໃນເດືອນມິຖຸນາ 1958 ໄດ້ມີການຕິດຕັ້ງ "ກຳມະການປ້ອງກັນປະໂຫຍດຂອງຊາດ" (Committee for the Defense of National) ຂຶ້ນຢູ່ວຽງຈັນ. ແຜນການຂອງກຳມະການດັງກ່າວ ຄືເຂັ່ຽຣັຖມົນຕຣີຝ່າຍແນວລາວຮັກຊາດແລະຝ່າຍເປັນກາງອອກຈາກຣັຖບານ ເພື່ອໃຫ້ລາວດຳຣົງຢູ່ໃນເຄືອຂ່າຍຂອງສະຫະຣັດອາເມຣິກາ. ຫົວໜ້າຂະບວນພົນລະເຮືອນຂອງພວກໜຸ່ມນ້ອຍທີ່ມີແນວຄິດປະຕິຮູບແລະຕ້ານຄອມມິວນິສຊຸດນີ້ ແມ່ນທ່ານນາຍພົນພູມີ ໜໍ່ສວັນ ຊື່ງມີຕົ້ນກຳເນີດມາຈາກເຂດຊາຍແດນໄທຍ໌-ລາວ (ມຸກດາຫານ-ສວັນນະເຂດ). ທາງຝັ່ງໄທຍ໌ ນາຍພົນພູມີ ໜໍ່ສວັນ ເປັນຫຼານຂອງຈອມພົນສະຣິດ ທະນະຣັດ ຊື່ງເປັນຜູ້ກຳອຳນາດເດັດຂາດຂອງຣັຖບານໄທຍ໌. ສ່ວນທາງຝັ່ງລາວນັ້ນ ນາຍພົນພູມີກໍເປັນທັງຍາຕ ແລະນ້ອງເຂີຽຂອງທ່ານກຸ ວໍຣະວົງສ໌.