ກຸ ວໍຣະວົງສ໌: Difference between revisions

Content deleted Content added
ແຖວ 136:
[[File:Battle_of_Dien_Bien_Phu_map.png|thumb|upright=0.8|ຊາຍແດນລາວ 1693 ກລມ ແລະລະຍະທາງຈາກຫລວງພະບາງຫາດຽນບຽນຟູ]]
 
ສາຍສືບທີ່ຂຶ້ນກັບສະຫະພັນອິນໂດຈີນຈຶງຖືກລົບລ້າງ ແລະທົດແທນໂດຍກົມຮັກສາຄວາມປອດໄພທົ່ວໄປ ທີ່ມີໜ້າທີ່ຕັກເຕືອນແລະປາບປາມສິ່ງທີ່ເປັນໄພອັນຕະລາຍແກ່ປະຊາຊົນລາວພາຍໃນແລະພາຍນອກຣາຊອານາຈັກ. ສຖານະການປັ່ນປ່ວນໃນຊຸມປີ 1949-1950 ສ່ວນຫລາຍນັ້ນ ແມ່ນການຂົ່ມຂູ່ທີ່ມາຈາກຂະບວນການຈັດຕັ້ງກໍ່ກວນຢູ່ໄທຍ໌ແລະວຽດນາມ ແລະຈາກກອງທັບປະຕິວັດຂອງເມົາເຊີຕຸງຕາມຊາຍແດນຈີນ ທີ່ໃຫ້ຄວາມສນັບສນູນວຽດມິນ ຊຶ່ງເປັນເພື່ອນຮົບຕ້ານຈັກກະພັດຕະເວັນຕົກທີ່ເປັນສັດຕຣູຣ່ວມກັນ. ຊາຍແດນປະເທດລາວມີລວງຍາວທັງໜົດ 4351 ກລມ ມີຄອບຄົວຊົນເຜົ່າຢູ່ຕາມຊາຍແດນສອງຟາກຝັ່ງ ເປັນການຍາກທີ່ຈະຄວບຄຸມໄດ້ທົ່ວເຖີງ. ສະພາບດັ່ງກ່າວຕາມຊາຍແດນນີ້ອຳນວຍໃຫ້ນັກປຸ້ນຈີ້ ນັກໂຄສະນາ ຫຼື ແລະກຸ່ມເຄື່ອນໄຫວຕ່າງໆ ສາມາດແຊກຊຶມເຂົ້າໄປໃນເຂດໄກແລະມົວສຸມໄດ້ງ່າຍ ຈົນເຖິງກຸ່ມຊົນເຜົ່າທີ່ຖືວ່າຕົນຖືກປະປ່ອຍຫລົງລືມຈາກລະບອບການປົກຄອງໃນສະໝັຍນັ້ນ.<ref name="JD-HPN13">{{cite book|language=fr|author1=[[Jean Deuve]]|title=Histoire de la police nationale du Laos|pages=13}}</ref><ref name="JD-RdL5,271">{{cite book|language=fr|author1author=[[Jean Deuve]]|title=Le royaume du Laos 1949-1965|pages=271, annexe 4 - Maquis lao-viet au Laos 1950–1953}}</ref>
 
ແຕ່ແລ້ວ ແທນທີ່ຈະແກ້ບັນຫາຂອງຊົນເຜົ່າຕ່າງໆດ້ວຍການສື່ຂ່າວແລະການເວົ້າໂລມ ຣັຖບານກັບມາມອບການຕໍ່ຕ້ານກຸ່ມເຄື່ອນໃຫວດັງກ່າວໃຫ້ແກ່ນັກຮົບກອງທັບສະຫະພັນອິນໂດຈີນ. ແຕ່ທວ່າພລັງຕໍ່ສູ້ຂອງສອງຝ່າຍບໍ່ເທົ່າທຽມກັນ. ກຸ່ມເຄື່ອນໄຫວຄອມມູນິສລາວ-ວຽດປະກອບດ້ວຍນັກຣົບຫລວງຫລາຍ ຊື່ງແມ່ນຊົນເຜົ່າທ້ອງຖິ່ນທີ່ມີຄວາມກະຕືລືລົ້ນ ແລະຖືກອົບລົມທາງການທະຫານຢ່າງດີ ສ່ວນກອງທັບສະຫະພັນອິນໂດຈີນ-ຣາຊອານາຈັກລາວນັ້ນ ແມ້ແຕ່ວຽກການປົກປັກຮັກສາຄຸ້ມຄອງປະເທດ ກໍ່ຍັັງບໍ່ມີພນັກງານພຽງພໍ<ref group="n">8 ກອງພັນ ສຳຫລັບ 12 ແຂວງ</ref> ແລະບໍ່ສາມາດຕອບສນອງຄວາມຕ້ອງການທ້ອງຖິ່ນໄດ້ທົ່ວເຖິງ.<ref group="n">ການຄຸ້ມຄອງເຈົ້ານາຍ ພນັກງານເກັບພາສີ ພນັກງານກໍ່ສ້າງ ແລະການຄຸ້ມຄອງຂົວ</ref> ໃນເມື່ອການເຄື່ອນໄຫວຂອງກອງໂຈນລາວ-ວຽດມີການກະທົບຕໍ່ຄວາມປອດໄພພາຍໃນຂອງປະເທດຢ່າງຮ້າຽແຮງ ທ່ານກຸ ວໍຣະວົງສ໌ ແລະ ທ່ານຊັງ ເດີວວ໌ ກໍທຳການຕໍ່ຕ້ານກອງໂຈນຊາຍແດນຢ່າງບໍ່ລົດລະ ຕັ້ງແຕ່ປີ 1950 ເປັນຕົ້ນມາ. ທັງສອງໄດ້ມີການຈັດຕັ້ງພະແນກສົງຄາມຈິດຕະສາດ ({{lang|fr|Section de Guerre psychologique}}) ແລະຫ້ອງການພິເສດຂອງຕຳຫຼວດ ({{lang|fr|Bureau spécial de la police}}) ຂຶ້ນ ເພື່ອຊ່ອຍກອງທັບທະຫານຢ່າງຕັ້ງໜ້າ ໂດຍນຳໃຊ້ວິທິການປາບປາມຫລາຍແບບຫລາຍວິທີ ດັ່ງເຊັ່ນການສື່ສານໂຄສະນາຕ້ານກອງໂຈນໂດຍໜໍລຳທ້ອງຖິ່ນ ແລະການສຶກສາອົບລົມພຸດທະທັມ ເປັນຕົ້ນ ຊື່ງກໍ່ໄດ້ຜົນດີພໍສົມຄວນ.<ref name="JD-HPN66,86,100">{{cite book|language=fr|author1=Jean Deuve|title=Histoire de la police nationale du Laos|pages=66, 86, 100}}</ref>