ກຸ ວໍຣະວົງສ໌: Difference between revisions

Content deleted Content added
ແຖວ 196:
ກ່ຽວກັບຄະດີທີ່ກ່ຽວຂ້ອງເຖິງ “ຄວາມປອດໄພຂອງປະເທດ”<ref group="n">ຂຽນຢູ່ເທິງຫົວຂໍ້ເອກສານ ທີ່ກ່ຽວກັບຄະດີຄາດຕະກໍາທ່ານກຸ ວໍຣະວົງສ໌</ref> ຄະດີນີ້ ມີບຸກຄົນການເມືອງສຳຄັນຫຼາຍຄົນມີສ່ວນຮ່ວມພົວພັນຢູ່ນຳ ມີຄຳຖາມຫຼາຍຫົວຂໍ້ທີ່ບໍ່ໄດ້ຮັບຄຳຕອບ ແລະບັນດາພວກທີ່ມີສ່ວນກ່ຽວຂ້ອງກໍ່ບໍ່ໄດ້ຂຶ້ນສານຕັດສິນແຕ່ປະການໃດ.<ref group="n">ເຈົ້າເພັຊຣາດກັບຄືນເມືອງລາວໃນປີ 1957 ໂດຍບໍ່ມີບົດບາດທາງການເມືອງແຕ່ປະການໃດ. ນາຍບຸນກອງ ມະນີວົງ ຮັບຣາຊການເປັນຕຳຫລວດຢູ່ໄທຍ໌. ນອກຈາກຈະປະຕິເສດບໍ່ຍອມສົ່ງຕົວໄປຂຶ້ນສານລາວແລ້ວ ຣັຖບານໄທຍ໌ກ່ຍັງຮັບເອົານາຍອຸດົມ ລູກສຸຮິນ ທີ່ຖືກຕັດສິນປະຫານຊີວິດໂດຍມີການຝາກໂທດ ໃນປີ 1959 ເຂົ້າເຣັດວຽກຢູ່ກົມຕຳຫລວດອີກດ້ວຍ. ສ່ວນບັນດາທະຫານທີ່ແຫກຄ້າຍນັ້ນ ໄດ້ຮັບອນຸຍາດກັບຄືນເມືອງລາວຕົ້ນປີ 1955</ref> ເດຶອນມີນາ 1955 ຜູ້ຖືກກ່າວຟ້ອງທັງໜົດ (ທະຫານທີ່ໂຕນຄ້າຍຈິນາຍໂມ້) ກໍໄດ້ຮັບອິດສຣະພາບຕາມເງື່ອນໄຂການປົດປ່ອຍຕາມຄຳສັ່ງຂອງນາຍົກໃໝ່: ທ່ານກະຕ່າຍ ໂດນສະໂສຣິດ ທີ່ເປັນທັງຣັຖມົນຕຣິກະຊວງພາຍໃນແລະກະຊວງຍຸຕິທັມ. ທ່ານບໍ່ມີຈຸດປະສົງເປີດຄະດີນີ້ ທີ່ຈະມີການກ່າວຊື່ຂອງທ່ານອອກມາ ແລະຈະມີການສືບສວນຊັກທອດໃສ່ເພື່ອນຮ່ວມພັກການເມືອງຂອງທ່ານ.<ref name="JD-Chinaïmo104">{{cite book |language=fr |author1=Jean Deuve |title=Le complot de Chinaïmo|page=104}}</ref>
 
ເພື່ອເປັນການປິດຄະດີນີ້ຢ່າງສີ້ນເຊີງ ໃນເດືອນກໍຣະກະດາ 1959 ຣັຖບານພຣະຣາຊອານາຈັກລາວຊຸດທີ 9 ທີ່ມີທ່ານຜຸຍ ຊນະນິກອນ ເປັນນາຍົກຣັຖມົນຕຣີ ຈື່ງໃຫ້ມີການຕັດສິນແຕ່ຄະດີເລື້ອງການຄາດຕະກັມທ່ານກຸ ວໍຣະວົງສ໌ ທໍ່ນັ້ນ. ເປັນການຕັດສິນແບບໄວໆ ບໍ່ເປີດເຜີຽ ແລະບໍ່ໃຫ້ຮື້ຟື້ນ “ເລື້ອງເກົ່າແກ່” ຂຶ້ນມາ. ບໍ່ໄດ້ກ່າວຊື່ໃຜໝົດ ນອກຈາກຊື່ຂອງນາຍອຸດົມທີ່ສານຕັດສິນປະຫານຊີວິດດ້ວຍການຝາກໂທດ ແລະການຕັດສິນນັ້ນ ກໍບໍ່ມີການກ່າວຫາທ່ານຜຸຍ ຊນະນິກອນ ແຕ່ປະການໃດ.<ref name="JD-Chinaïmo108">{{cite book |language=fr |author1=Jean Deuve |title=Le complot de Chinaïmo|page=108}}</ref>