ກຸ ວໍຣະວົງສ໌: Difference between revisions

Content deleted Content added
ແຖວ 223:
ກ່ອນຮອດກອງປະຊຸມສັນຍາເຊີແນ໋ວວ໌ ບົດບາດຂອງອາເມຣິກັນໃນເມືອງລາວ ຄືການເຂົ້າມາສະເໜີຄວານຊ່ວຍເຫຼືອ ຫຼືສອນສາສນາຢ່າງງຽບໆ ແລະກໍບໍ່ມີຜົນສະທ້ອນຕໍ່ປະຊາຊົນທ້ອງຖິ່ນແຕ່ປະການໃດ. ມີແຕ່ອຸປະທູດແລະພວກສາສນາເຍຊູຈຳນວນໜຶ່ງ ພ້ອມດ້ວຍພນັກງານ[//en.wikipedia.org/wiki/United_States_Information_Agency ຢູຊິສ]ແລະເຊອີອາ ທີ່ເຂົ້າມາຕັ້ງອົງການຢູ່ວຽງຈັນໃນປີ 1953 ພາຍຫຼັງໄດ້ມີການເຊັນຍາບັນເທົາເສຖກິດແລະການທະຫານ (ໃນສ່ວນເລັກນ້ອຍ) ລະຫວ່າງສະຫະຣັດອາເມຣິກາແລະຣັຖບານຣາຊອານາຈັກລາວໃນວັນທີ 9 ເດືອນກັນຍາ 1951. ເນື່ອງດ້ວຍ ຢູ່ປະເທດວຽດນາມ ຂະບວນການຕໍ່ສູ້ເພື່ອເອກຣາດນຳໂດຍພັກຄອມມິວນິສ ແລະວຽດນາມກໍມີຊາຍແດນຕິດກັບຈີນ ຊື່ງນຳພາໂດຍມາວເຊີຕຸງ ແລະກໍແມ່ນປະເທດທີ່ບໍ່ໄກຈາກເກົາຫຼີໄຕ້ ຈຶ່ງພາໃຫ້ສະຫະຣັດອາເມຣິກາມີຄວາມສົນໃຈໃນການຕໍ່ສູ້ໃນແຄວ້ນອິນໂດຈີນ. ໃນການເຂົ້າມາມີບົດບາດໃນອີນໂດຈີນຄັ້ງນີ້ ສະຫະຣັດອາເມຣິກາໃຫ້ເຫດຜົນໃນທິສດີສວມໜ້າກາກ ທີ່ເອີ້ນກັນວ່າ “ທິສດີໂດມີໂນ” (Domino Theory). ເພີ່ນອະທິບາຍວ່າ ຖ້າຫາກວຽດນາມຕົກຢູ່ໃນກຳມືຂອງລະບອບຄອມມິວນິສ ບັນດາປະເທດເພື່ອນບ້ານຈະກໍຕົກຢູ່ໃນກຳມືດຽວກັນ ຍ້ອນການພົວພັນກັນຢ່າງສນິດສນົມ ຫຼືວ່າ ການຮຸກຮານຢ່າງຮ້າຍແຮງຂອງກອງກຳລັງຮາໂນຽ. ການກະເດື່ອງທີ່ຈະເກິດຂື້ນນີ້ ຈະເປັນເຫດໃຫ້ມີການປ່ຽນແປງຢ່າງເລິກຊຶ້ງ ໃນການດຸ່ນດ່ຽງລະຫວ່າງກຳລັງຕາເວັນອອກແລະຕາເວັນຕົກ ໃນຂວາງເຂດອາຊີທັງໝົດ.
 
ສະເພາະຝ່າຍຊ້າຍນັ້ນ ໄຊຊະນະຢູ່ດຽນບຽນຟູເປີດໂອກາດໃຫ້ວຽດມິນເຂົ້າຄອບຄອງເຂດລາວພາກເໜືອ ແຕ່ຫາກວ່າໂຮຈີມິນຍັງມີຄວາມທະເຍີທະຍານສູງກວ່ານັ້ນອີກ ສຳຫລັບເຂດອິນໂດຈີນ. ເຖິງແມ້ວ່າ ສັນຍາເຊີແນ໋ວວ໌ຈະຣະບຸຄວາມເປັນກາງຂອງຂເມນແລະລາວໄວ້ກໍ່ຕາມ ຣັຖບານຮາໂນຽກໍຍັງຖືວ່າ ເອກຣາດຂອງວຽດນາມຍັງບໍ່ໄດ້ສົມບູນ ຕຣາບໃດທີ່ສອງປະເທດຂ້າງຄຽງຍັງຢູ່ໃນ “ຄວາມຄອບງຳຂອງຣະບອບຈັກກະພັດ”.<ref group="n">The general [[Vo Nguyen Giap]] wrote in 1950: « Indochina is one strategic unit and a single battlefield. For this reason, essentially strategic, it is futile to talk about the independence of Viet Nam as long as Cambodia and Laos were under imperialism domination. ». Quoted by Nayan Chanda in « Les Frères ennemis », page 115.</ref><ref>{{cite book|language=en|author=Chanda Nayan|translator1= Jean-Michel Aubriet|translator2=Michèle Vacherand|title=Les Frères ennemis - La péninsule indochinoise après Saïgon|editor=Presses du CNRS|location=Paris|volume=|year=1987|pages=115|ISBN=2-87682-002-1}}</ref> ໃນທ້າຍປີ 1950 ຣັຖບານຮາໂນຍ ຈື່ງໄດ້ສນັບສນູນພວກກອງໂຈນແຊກຊືມເຂົ້າໄປວຽດນາມໃຕ້ ແລະມີການສະສົມຕາໜ່າງວັດຖຸອຸປະກອນລັບໆໃນເຂດຊາຍແດນ ເປັນສາຍທາງເລິກເຂົ້າໄປໃນແດນລາວ ຊື່ງຕໍ່ມາມີຊື່ເອີ້ນກັນວ່າ “ສາຍທາງໂຮຈີມິນ”. ໃນກິດຈະການນີ້ ໂຮຈີມິນໄດ້ຮັບການຊ່ອຍເຫຼືອທາງເສຖກິດ ວິຊາການ ແລະທາງທະທານ ຈາກໂຊວຽດແລະຈີນ ຢ່າງຫລວງຫລາຍ.
 
[[File:Zones_bombardées_par_l'Armée_américaine_au_Laos_de_1964_à_1973.JPG|thumb|upright=0.7|ພື້ນທີ່ໆໄດ້ຮັບລະເບີດອາເມຣີກັນ ປີ 1964 ຮອດ 1973. ແຂວງຊຽງແຂວງທາງພາກເໜືອ ແລະທາງສາຍໂຮຈີມິນທາງພາກໄຕ້]]
 
ເມື່ອຫັນມາເບິ່ງໃນແງ່ “ທິສດີໂດມີໂນ” ຂອງຝ່າຍຂວານັ້ນ ທາງອາເມຣິກັນກໍມີການຄາດຄະເນວ່າ ຂື້ນກັບສະພາບຫຼັກຂອງແຜນຍຸດທະສາດໃນລາວນັ້ນ ການປ້ອງກັນວຽດນາມໃຕ້ໂດຍປະສິດທິພາບຈາກຣະບອບຄອມມູນິສຈະຕ້ອງຜ່ານການປ້ອງກັນລາວກ່ອນ.<ref group="n">In 1961, President [[Dwight D. Eisenhower]] declared: "The security of all Southeast Asia will be jeopardized if Laos loses its independence and neutrality. " Cited by [[Henry Kissinger]] in "[[Diplomacy (book)|Diplomacy]]", page 584.</ref><ref>{{cite book|language=en|author=Henry Kissinger|translator= Marie-France de Paloméra|title=Diplomatie|editor=Fayard|location=Paris|volume=|year=1996|page=584|ISBN=978-2-213-59720-1}}</ref> ຣັຖບານວໍຊິງຕັນ ຈຶ່ງເລີ້ມຕົ້ນຊອກຊ່ອງທາງເຊື່ອມເຂົ້າວົງການໆເມືອງລາວ ເພື່ອຍູ້ໃຫ້ຣັຖບານລາວຢູ່ວຽງຈັນອ່ຽງໄປນຳນະໂຍບາຍອາເມຣີກັນ ກ່ອນທີ່ຈະຕັດສີນໃຈໃຊ້ການເມືອງແຊກແຊງທາງທະຫານໂດຍກົງ ໃນຫລາຍປີຕໍ່ມາ.
 
ດັ່ງນັ້ນ ໂດຍບໍ່ຮັບຮູ້ສັນຍາເຊີແນ໋ວວ໌ກ່ຽວກັບຄວາມເປັນກາງຂອງລາວ ກະຊວງກະລາໂຫມຂອງສະຫະຣັດອາເມຣິກາໄດ້ຕັ້ງອົງການທະຫານທາງລັບ ທຽມອົງການເສຖກິດຊື່ວ່າ ອົງການ PEO<ref name="LoG-ID" /> “ຫ້ອງການປະເມີນໂຄງການ” ຂຶ້ນ ຊຶ່ງເລີ້ມດຳເນີນງານມາແຕ່ເດືອນທັນວາ 1955 ແລະປະກອບດ້ວຍນາຍທະຫານໃສ່ຊຸດພົນລະເຮືອນ ທີ່ມີໜ້າທີ່ນຳຄວາມຊ່ອຍເຫຼືອມາສູ່ປະຊາຊົນ.<ref group="n">Through the "United States Operations Mission" (USOM / USaid) - an American aid agency overseas in all areas - whose official carrier is "[[Air America (airline)|Air America]]".</ref><ref>{{cite book|author= Viliam Phraxayavong | title = History of Aid to Laos | chapter= 4. History of aid to Laos: 1955 - 1975}}</ref> ແຕ່ວ່າຈຸດປະສົງທີ່ແທ້ຈິງນັ້ນ ຄືການນຳຄວາມຊ່ອຍເຫຼືອທາງທະຫານມາໃຫ້ກອງທັບຝ່າຍຂວາທີ່ຕ້ານຄອມມິວນິສຕ໌. ແຕ່ປີ 1955 ເຖິງປີ 1963 ໃນງົບປະມານໂຄງການຊ່ອຍເຫຼືອລາວທັງໝົດ 481 ໂດລາ ສະຫະຣັດອາເມຣິກາໄດ້ສລະເງິນ 153 ລ້ານໂດລາ ເພື່ອອົບຮົມ ຝຶກຫັດ ແລະປະກອບອາວຸດໃຫ້ກອງທັບແຫ່ງຊາດລາວແລະ “ກອງທັບປິດລັບ” ໂມ້ງ ທີ່ຕໍ່ສູ້ກັບຄນະປະເທດລາວ ກອງທັບບັງຄັບບັນຊາໂດຍນາຍພົນວັງປາວ. ຫຼັງຈາກນັ້ນເລີ້ມແຕ່ເດືອນພຶສພາ 1964 ເປັນຕົ້ນໄປ ສະຫະຣັດໄດ້ຖີ້ມລະເບີດຈາກເຄື່ອງບິນຢ່າງຫຼວງຫຼາຍ<ref group="n">From 1964 to 1973, the US Air Force carried out over 500,000 bombing missions, 30% of the dropped bombs were unexploded [[UXO]]. There are still 80 million UXOs scattered throughout the country.</ref> ໂດຍສະເພາະຖີ້ມລົງໃສ່ທາງສາຍໂຮຈີມິນແລະແຂວງຊຽງແຂວງ ໃນຂນະທີ່ພວກພັນທະມິຕທ້ອງຖິ່ນຊ່ອຍສາຍສືບຊີໄອເອດຳເນີນການທາງພື້ນດິນ.<ref name="XR47">{{cite book |language=fr |author=Xavier Roze |title=Géopolitique de l'Indochine|page=47}}</ref> ສະຫະຣັດອາເມຣິກາເປັນຜູ້ຮັບນຳພາເຮັດສົງຄາມອິນໂດຈີນຄັ້ງທີສອງ ຈົນຮອດການຢຸດຍິງໃນປີ 1973 ໂດຍທີ່ຝ່າຍລາວບໍ່ມີສິດອອກຄວາມເຫັນຫຼືຈົ່ມວ່າແຕ່ປະການໃດ.
 
ໃນເດືອນມິຖຸນາ 1958 ໄດ້ມີການຕິດຕັ້ງ "ກຳມະການປ້ອງກັນປະໂຫຍດຂອງຊາດ" (Committee for the Defense of National) ຂຶ້ນຢູ່ວຽງຈັນ. ແຜນການຂອງກຳມະການດັງກ່າວ ຄືເຂັ່ຽຣັຖມົນຕຣີຝ່າຍແນວລາວຮັກຊາດແລະຝ່າຍເປັນກາງອອກຈາກຣັຖບານ ເພື່ອໃຫ້ລາວດຳຣົງຢູ່ໃນເຄືອຂ່າຍຂອງສະຫະຣັດອາເມຣິກາ. ຫົວໜ້າຂະບວນພົນລະເຮືອນຂອງພວກໜຸ່ມນ້ອຍທີ່ມີແນວຄິດປະຕິຮູບແລະຕ້ານຄອມມິວນິສຊຸດນີ້ ແມ່ນທ່ານນາຍພົນພູມີ ໜໍ່ສວັນ ຊື່ງມີຕົ້ນກຳເນີດມາຈາກເຂດຊາຍແດນໄທຍ໌-ລາວ (ມຸກດາຫານ-ສວັນນະເຂດ). ທາງຝັ່ງໄທຍ໌ ນາຍພົນພູມີ ໜໍ່ສວັນ ເປັນຫຼານຂອງຈອມພົນສະຣິດ ທະນະຣັດ ຊື່ງເປັນຜູ້ກຳອຳນາດເດັດຂາດຂອງຣັຖບານໄທຍ໌. ສ່ວນທາງຝັ່ງລາວນັ້ນ ນາຍພົນພູມີກໍເປັນທັງຍາຕ ແລະນ້ອງເຂີຽຂອງທ່ານກຸ ວໍຣະວົງສ໌.