ກຸ ວໍຣະວົງສ໌: Difference between revisions

Content deleted Content added
ແຖວ 254:
ທ່ານກຸ ວໍຣະວົງສ໌ ໄດ້ລູກຄົນທຳອິດກັບນາງເມັງຊື່ວ່າ ທ້າວບົວເພັດ. ຫລັງຈາກນັ້ນ ຂນະທີ່ເປັນຂ້າຣາຊການໜຸ່ມຢູ່ວຽງຈັນ ໃນປີ 1938 ທ່ານໄດ້ແຕ່ງງານກັບນາງສູນທອນ ສຸວັນນະວົງ ທີ່ເຮັດວຽກເປັນນາງພຍາບານພດຸງຄັນ ຢູ່ໂຮງໝໍມະໂຫສົດ. ໃນການສ້າງຄອບຄົວຄັ້ງທີ່ສອງນີ້ ທ່ານກຸ ວໍຣະວົງສ໌ ໄດ້ລູກອີກ 4 ຄົນ: ທ້າວອາໂນຣາດ ນາງໂພຄຳ ນາງໂພເງິນ ແລະທ້າວອະນຸຣົດ.
 
ໃນປີ 1965 ທ້າວບົວເພັດແລະນາງໂພຄຳ ພ້ອມດ້ວຍຄອບຄົວ ຍ້າຍໄປຢູ່ໄທຍ໌ ໃນຄວາມອຸປະຖັມຂອງນາຍພົນພູມີ ໜໍ່ສວັນ ຜູ້ເປັນອາວ.<ref group="n">Thao Bouaphet worked as a police officer and Nang Phokham was the wife of Captain Valineta Phraxayavong, a Lao Royal Army fighter pilot.</ref> ສ່ວນທ້າວອາໂນຣາດນັ້ນ ກໍເຖິງແກ່ກັມ ຫຼັງຈາກຖືກປົດປ່ອຍຈາກການໄປສັບພະທຸກຢູ່ຊຳເໜືອ. ໃນທີ່ສຸດ ແຕ່ປີ 1976 ເປັນຕົ້ນໄປ ທຸກຄົນກໍໄດ້ຍົກຍ້າຍໄປໃຊ້ຊີວິດຢູ່ປະເທດຝຣັ່ງເສດ ພາຍຫຼັງທີ່ພັກຄອມມິວນິສແນວລາວຮັກຊາດ ໄດ້ປະກາດເປັນປະເທດສາທາຣະນະຣັດປະຊາທິປະໄຕປະຊາຊົນລາວ ໃນເດືອນທັນວາ 1975.
 
ປີ 1985 ເມື່ອທ່ານນາຍພົນພູມີມໍຣະນະກັມຢູ່ບາງກອກ ກໍໄດ້ມີການທວງທາວຫາຮູບຫລໍ່ຂອງທ່ານກຸ ວໍຣະວົງສ໌ ຊຶ່ງກຳນົດເວລາຝາກທີ່ໄດ້ພຽງ 30 ປີ ຢູ່ກົມສິລປະກອນຂອງໄທຍ໌ ກໍພໍດີສິ້ສຸດລົງ. ໃນປີ 1989 ເມື່ອສະຫະພາບໂຊວຽດແຕກສະຫຼ່າຍ ປະກອບການທັບມ້າງຝາແບກແລງ (ປະເທດເຢັຽຣະມັນ) ຣັຖບານລາວກໍເປີດຊາຍແດນ ເປັນເສດຖະກິດຕະຫຼາດ ແລະອນຸຍາດໃຫ້ມີການລົງທຶນຈາກຕ່າງປະເທດ ຊື່ງເປັນໂອກາດທີ່ອຳນວຍໃຫ້ບັນດາລູກໆຂອງທ່ານກຸ ວໍຣະວົງສ໌ ດຳເນີນການຕິດຕໍ່ກັບອຳນາດການປົກຄອງລາວ ເພື່ອໄດ້ຮັບອະນຸຍາດໃຫ້ນຳຮູບຫລໍ່ຂອງພໍ່ພວກເຂົາເຈົ້າ ກັບຄືນສູ່ເມືອງສະຫວັນນະເຂດ.<ref name="GE161-162">{{cite book |language=en |author=Collective work - [[Grant Evans (scholar)]]|title=Cultural Crisis and Social Memory |pages=161–162}}</ref> ປີ 1992 ຫຼັງຈາກໄດ້ຊົດໃຊ້ຄ່າຝາກໃຫ້ກົມສິລປະກອນແລ້ວ ຮູບຫລໍ່ກໍຍົກຄືນໃຫ້ເປັນສົມບັດຂອງຄອບຄົວວໍຣະວົງສ໌. ໃນລະຍະເວລາທີ່ລໍຖ້າຄຳຕອບຈາກຣັຖບານລາວ ນາງໃຫຽ່ ລູກສາວກົກຂອງທ້າວບົວເພັດ ທີ່ຢູ່ບາງກອກ ກໍໄດ້ເອົາຮູບຫລໍ່ທ່ານກຸ ວໍຣະວົງສ໌ ໄປຝາກໄວ້ທີ່ວັດອຳພະວັນໃນກຸງເທບ.
 
ການອະນຸຍາດໃຫ້ນຳເອົາຮູບຫລໍ່ມາເມືອງສວັນນະເຂດຈາກຣັຖບານສປປລາວ ໄດ້ຮັບໃນຕົ້ນປີ 1994 ແຕ່ວ່າກຽວກັບສຖານທີ່ປະດິສະຖານນັ້ນ ຍັງບໍ່ທັນມີຫຍັງລຽບລ້ອຍເຖື່ອ. ສະນັ້ນ ຈື່ງຝາກຮູບຫລໍ່ໄວ້ອີກຄັ້ງໜຶ່ງທີ່ວັດໃຫຍ່ໄຊຍະພູມຂອງເມືອງຄັນທະບູຣີ (ປັດຈຸບັນເປັນເມືອງໄກສອນພົມວິຫານ) ເປັນເວລາຕໍ່ໄປອີກປີໜຶ່ງ. ໃນວັນເສົາທີ 7 ມົກຣາ 1995 ຮູບຫລໍ່ທ່ານກຸ ວໍຣະວົງສ໌ ກໍໄດ້ຂື້ນປະດິສະຖານ ໃນຂອບເຂດດິນສ່ວນຕົວຂອງຄອບຄົວ ໂດຍມີພີ່ນ້ອງແລະເຈົ້າໜ້າທີ່ການປົກຄອງມາຮ່ວມພິທີສູ່ຂວັນ.<ref name="KhaoLao" /> ໃນໂອກາດນີ້ ນາງສົມນຶກ ສີມຸກດາ (ພັນລະຍາຂອງທ່ານຝັ້ນ ສີມຸກດາ) ຊຶ່ງເປັນໜຶ່ງໃນສາມຂອງນ້ອງສາວຕ່າງພໍ່ຂອງທ່ານກຸ ວໍຣະວົງສ໌ ຮ່ວມກັບທ້າວອະນຸຣົດ ລູກຊາຍຫຼ້າຂອງທ່ານກຸ ວໍຣະວົງສ໌ ໄດ້ສ້າງກຸຕິໃຫ້ພຣະສົງຄ໌ແລະສາລາໃຫ້ແຂກໄດ້ພັກເຊົາ ມອບໃຫ້ວັດໃຫຍ່ໄຊຍະພູມ.
 
ຮູບຫລໍ່ຂອງທ່ານກຸ ວໍຣະວົງສ໌ນັ້ນ ເຖິງແມ້ວ່າ ຈະຢູ່ໃນບໍລິເວນດິນສ່ວນຕົວຂອງຄອບຄົວ ແລະຕາມຫລັກການຖືວ່າເປັນອະນຸສາວະຣີເອກຊົນກໍ່ຕາມ ຍັງເປັນອະນຸສາວະຣີທີ່ປະຊາຊົນຊົມໄດ້ ຊື່ງຢ່າງນ້ອຍກໍພໍເປັນການໄດ້ຮັບຄວາມຮູ້ທົ່ວໄປ.<ref name="GE167">{{Cite book |language=en |author=Collective work - [[Grant Evans (scholar)]]|title=Cultural Crisis and Social Memory |page=167}}</ref> ທີ່ວາງຮູບຫລໍ່ຂອງທ່ານກຸ ວໍຣະວົງສ໌ ຢູ່ສີ່ແຍກຖນົນສຸດທະນູ ແລະ ຖນົນກຸ ວໍຣະວົງສ໌ ກໍບັງເອີນຢູ່ຕໍ່ໜ້າເຮືອນທ່ານໄກສອນ ພົມວິຫານ ປະທານປະເທດຄົນທຳອິດຂອງສປປລາວ ຈຶ່ງເປັນສຖານທີ່ໆໄດ້ຮັບຄວາມສົນໃຈຈາກຊາວເມືອງສວັນນະເຂດ ແລະບັນດາພວກນຳພາທ່ອງທ່ຽວຕ່າງປະເທດ.<ref>{{Cite book|language=de |url=https://books.google.fr/books?id=HePnV0IB1e0C&pg=PT373&lpg=PT373&dq=Savannakhet+Kou+Voravong&source=bl&ots=O18admzu0n&sig=Vg2k5p9YNjSSSVEB7zsa6YikLOY&hl=fr&sa=X&ved=0CEgQ6AEwB2oVChMIvcyjuOucxwIVxe0UCh3LpADT#v=onepage&q=Savannakhet%20Kou%20Voravong&f=false|title=Savannakhet-Museen und Monumente|author=Jan Düker |year=2013 |access-date=19 December 2015}}</ref>
 
ສ່ວນຢູ່ເມືອງທ່າແຂກ ຊື່ງເປັນເມືອງເອກຂອງແຂວງຄຳມ່ວນນັ້ນ ກໍໄດ້ມີການລະລຶກເຖິງບຸນຄຸນອະດີດເຈົ້າແຂວງ ໂດຍໃສ່ຊື່ຖນົນກຸ ວໍຣະວົງສ໌ ທີ່ໄດ້ສ້າງສຳເລັດລົງໃນປີ 2003./.<ref>{{Cite magazine|language=lao |author= |title=ເສັ້ນທາງ ກຸ ວໍລະວົງ ແລະ ເຈົ້າອນຸ ຈະກໍ່ສ້າງໃຫ້ສຳເລັດປີ ໒໐໐໓ [The project completion of the avenues "Kou Voravong" and "Chao Ano" planned for 2003]|magazine=ປະຊາຊົນ [Newspaper Passasson]|number=9050 |date=31 December 2002 }}</ref>