ກຸ ວໍຣະວົງສ໌: Difference between revisions

Content deleted Content added
Tags: ດັດແກ້ຈາກອຸປະກອນມືຖື ດັດແກ້ຈາກເວັບສໍາລັບອຸ​ປະ​ກອນ​ມື​ຖື
ແຖວ 46:
 
==== ສະພາບປະວັດສາດ ====
ເພື່ອຕ້ານການຂຍາຍອິດທິພົນຂອງຣາຊອານາຈັກອັງກິດໃນພາກພື້ນນີ້ ປະເທດຝຣັ່ງໄດ້ເລີ່ມລ່າຫົວເມືອງຂຶ້ນໃນອິນໂດຈີນ ແລະໄດ້ເລີ່ມມີຄວາມສົນໃຈໃນໂຂງເຂດລຸ່ມແມ່ນໍ້າຂອງ ມາຕັ້ງແຕ່ສະຕະວັດທີ 19. ຕັ້ງແຕ່ສມັຍນັ້ນມາ, ຄນະສຳຫຼວດຂອງຝຣັ່ງຫຼາຍຄນະ<ref group="n">[//fr.wikipedia.org/wiki/Henri_Mouhot Henri Mouhot] ໃນປີ 1860, [//fr.wikipedia.org/wiki/Francis_Garnier Francis Garnier] ໄຕ້ການບັງຄັບບັນຊາຂອງ capitaine [//fr.wikipedia.org/wiki/Doudart_de_Lagr%C3%A9e Doudart de Lagrée] ໃນປີ 1864. [//fr.wikipedia.org/wiki/Auguste_Pavie Auguste Pavie] ເປັນຮອງກົງສຸນຝຣັ່ງຢູ່ຫລວງພະບາງ [//fr.wikipedia.org/wiki/Luang_Prabang Luang Prabang] ໃນເດືອນພຶສຈິກາ ປີ 1885.</ref> ກໍໄດ້ມາທຳການສຳຫຼວດຊັພຍາກອນໃນແດນດິນຂອງລາວ, ພ້ອມດ້ວຍມີຜູ້ນຳສຳຄັນຜູ້ໜຶ່ງ ນາມວ່າ ທ່ານໂອກຸສຕ໌ ປາວີ ([//fr.wikipedia.org/wiki/Auguste_Pavie Auguste Pavie]). ພະເຈົ້າມະຫາຊີວິດອຸ່ນຄຳ ແຫ່ງຫຼວງພະບາງ ຊຶ່ງອານາຈັກຂອງພະອົງກຳລັງຖືກກົດດັນນານາປະການຈາກປະເທດເພື່ອນບ້ານ (ສຍາມ ພະມ້າ ຈີນ) ແລະພ້ອມກັນນີ້ ຈຳຕ້ອງຜະເຊີນກັບການແບ່ງແຍກຣາຊວົງສ໌ ຍ້ອນການສືບທອດບັນລັງ ຈຶ່ງຂໍຄວາມອາຣັກຂາຈາກປະເທດຝຣັ່ງເສດໃນປີ 1887 ອີງຕາມຄຳປຶກສາຂອງທ່ານປາວີ. ການເຊັນສັນຍາ ຝຣັ່ງ-ສຍາມ ວັນທີ 3 ຕຸລາ 1893 ໄດ້ສະກັດໝາຍເຂດຊາຍແດນໃໝ່ ລະຫວ່າງສຍາມແລະລາວໄດ້ສະກັດໝາຍເຂດຊາຍແດນໃໝ່ລະຫວ່າງສຍາມແລະລາວ ພ້ອມທັງວາງຮ່າງການປົກຄອງອາຣັກຂາຂອງຝຣັ່ງ. ດັ່ງນັ້ນ ຣາຊອານາຈັກລ້ານຊ້າງຈືງໄດ້ຖືກປົກຄອງໂດຍຣັຖບານຫົວເມືອງຂຶ້ນຂອງຝຣັ່ງ. ໃນສມັຍນັ້ນ ຝຣັ່ງໄດ້ມີການປົກຄອງຂເມນ ຕົງແກງ ອັນນາມ ແລະ ໂກແຊງຊີນ ມາກ່ອນເປັນເວລາດົນນານແລ້ວ. 
 
[[ຮູບ:Carte_Laos_1927.jpg|left|thumb|ແຂວງຕ່າງໆຂອງຣາຊອານາຈັກລາວໃນປີ 1927.]]
ແຖວ 53:
ແລະບ້ານ. ນັກປົກຄອງທ້ອງຖິ່ນ ຕ່າງກໍທຳການປົກຄອງທ້ອງຖິ່ນຂອງຕົນ ພ້ອມທັງເປັນຜູ້ສື່ສານລະຫວ່າງປະຊາລາສດອນ ແລະເຈົ້າໜ້າທີ່ “ຜູ້ມີອຳນາດ” ({{lang|fr|fonctionnaires d'autorité}}) ຂອງຝຣັ່ງ ດັ່ງເຊັ່ນ ກອມມີແຊຣຂອງຣັຖບານ ({{lang|fr|commissaire du gouvernement}}) ແລະ ເຣຊີດັງ ({{lang|fr|résident}}). ຜູ້ສຳເລັດຣາຊການ ({{lang|fr|résident supérieur}}) ປະຈຳຢູ່ນະຄອນວຽງຈັນ ທີ່ຖືເປັນເມືອງເອກຂອງການບໍລິຫານ. ຂ້າຣາຊການທຸກຄົນຂອງລະບົບປົກຄອງທົ່ວໄປ ຕ່າງກໍ່ມີຜູ້ຊົດຊ່ວຍ ດັ່ງເຊັ່ນ : ອຸປະຮາດ ຜູ້ຊ່ວຍ ແລະສະໝຽນ.
 
ອີງໃສ່ສະພາບດັ່ງກ່າວ ໃນປີ 1902 ພຍາປຸ້ຍ ພໍ່ເຖົ້າຂອງທ່ານກຸ ວໍຣະວົງສ໌ ໄດ້ຖືກແຕ່ງຕັ້ງເປັນເຈົ້າເມືອງຜູ້ທຳອິດຂອງເມືອງຂັນທະບຸຣີ<ref group="n">ຊື່ຂອງເມືອງສະຫວັນນະເຂດໃນສມັຍນັ້ນຊື່ຂອງເມືອງສະຫວັນນະເຂໃນສມັຍນັ້ນ ແລະຂອງເມືອງໄກສອນ ພົມວິຫານ ໃນສມັຍປັດຈຸບັນ</ref> (ແຂວງສະຫວັນນະເຂດ, ພາກໃຕ້ຂອງລາວ). ແລະນັບແຕ່ປີ 1922 ຕໍ່ໄປຈົນເຖິງ 1928 ເຈົ້າເມືອງຕານ ວໍຣະວົງສ໌ ນ້ອງຊາຍຂອງພຍາປຸ້ຍ ກໍໄດ້ດຳຣົງໜ້າທີ່ແທນອ້າຍກໍໄດ້ຮັບໜ້າທີ່ແທນອ້າຍ
 
==== ກຳເນີດແລະການສຶກສາ ====