ກຸ ວໍຣະວົງສ໌: Difference between revisions

Content deleted Content added
ແຖວ 147:
ສົງຄາມໃນອິນໂດຈີນລະຫວ່າງປະເທດຝຣັ່ງແລະພວກວຽດມິນ ຊື່ງນຳໂດຍໂຮຈີມິນ ດຳເນີນມາຕັ້ງແຕ່ປີ 1946 ແລະກໍຍັງບໍ່ທັນສິ້ນສຸດ. ສົງຄາມນີ້ເຮັດໃຫ້ມີການເຄື່ອນໄຫວຂອງຄນະປະເທດລາວຊຶ່ງນຳພາໂດຍເຈົ້າສຸພານຸວົງຕັ້ງແຕ່ປີ 1950 ເປັນຕົ້ນມາ ແລະຕັ້ງທີ່ໝັ້ນລວມສູນຢູ່ຊຳເໜືອ ແຂວງຫົວພັນ ທາງພາກເໜືອຂອງລາວ.
 
[[ຮູບ:Victory_in_Battle_of_Dien_Bien_Phu.jpg|thumb|upright=1.1|ທະຫານຝຣັ່ງຖືກປະລາໄຊທາງທະຫານ ທີ່ດຽນບຽນຟູທະຫານຝຣັ່ງຖືກປະລາໄຊທີ່ດຽນບຽນຟູ]]
 
ໃນປີ 1953 ເມື່ອຄນະປະເທດລາວລຸກຮືຂຶ້ນແລະທຳການຂຍາຍຕົວອອກຢ່າງກັນດານທີ່ສຸດຈົນຍຶດເອົາເຂດແຂວງຜົ້ງສາລີ ໃນເວລາດຽວກັນພັນທະມິຕວຽດມິນກໍໄດ້ສາມາດຄວບຄຸມດິນແດນພາກເໜືອຂອງລາວຊື່ງເປັນທາງເຂົ້າໄປຫາຕົງແກງ ຈົນສາມາດຂົ່ມຂູ່ນະຄອນຫຼວງພະບາງ ເມືອງເອກຊຶ່ງເປັນທີ່ປະທັບຂອງພຣະເຈົ້າມະຫາຊີວິດ ຣັຖບານລາວຈຶ່ງຖືກແກ່ເຂົ້າໄປໃນສົງຄາມອິນໂດຈີນຣະຫວ່າງຝຣັ່ງແລະວຽດມິນ. ວັນທີ 23 ຕຸລາ 1953 ມີການເຊັນສັນຍາມິຕະພາບແລະການຮ່ວມມືກັນ ຊຶ່ງປະເທດຝຣັ່ງເສດຕົກລົງປ້ອງກັນລາວ ເພື່ອຕໍ່ຕ້ານການຮຸກຮານຂອງຂະບວນຄອມມິວນິສທີ່ຄືບໜ້າເຂົ້າມາໃກ້ກັບຊາຍແດນລາວທາງພາກຕາເວັນຕົກຂອງຕົງແກງ. ກຳລັງທັບຝຣັ່ງເສດບັນຊາໂດຍນາຍພົນນາວາຣ໌ ([https://fr.wikipedia.org/wiki/Henri_Navarre Général Navarre]) ທີ່ມີໜ້າທີ່ສະກັດກັ້ນການແຊກຊືມຂອງສັຕຣູວຽດມິນເຂົ້າໄປຍັງລາວ ຈຶ່ງຕົກລົງປັກຫຼັກຢູ່ໃນເຂດຍຸດທະສາດສຳຄັນ ທີ່ມີເດີ່ນເຮືອບິນເສື່ອມໂຍງຕໍ່ຫຼວງພະບາງໄປຍັງທົ່ງຫົ້ງຂອງດຽນບຽນຟູ.