ກຸ ວໍຣະວົງສ໌: Difference between revisions

Content deleted Content added
ແຖວ 190:
ເຖິງແມ້ວ່າຈະບໍ່ມີຄວາມສົງໄສປະການໃດໃນຕົວຕົນຂອງຜູ້ລັ່ນປືນກໍ່ຕາມ ຈະມີການສັນນິຖານຕ່າງໆນາໆເພື່ອຊອກຫາຜູ້ທີ່ສະຫນັບສະຫນູນການຄາດຕະກໍາ ຈາກຫຼາຍທ່ານໃນຫຼາຍລັກສນະ ແລ້ວແຕ່ຈະຂຶ້ນກັບຕໍາແຫນ່ງ ອຸດົມການທາງການເມືອງ ຫຼືວ່າການພົວພັນທາງຄອບຄົວຂອງແຕ່ະຄົນ. ການສັນນິຖານຕ່າງໆກ່ຽວກັບການຄາດຕະກໍາທ່ານກຸ ວໍຣະວົງສ໌ ມີຢູ່ 3 ປະເດັນໃຫຍ່ ດັ່ງນີ້:
 
# ບັນດາພວກປໍຣະປັກທີ່ກໍ່ຄວາມວຸ້ນວາຍ ຊື່ງມີຫົວໜ້າຊື່ນາຍບຸນກອງ ໄດ້ຮັບການສນັບສນູນຈາກເຈົ້າໜ້າທີ່ໄທຍ໌ ທີ່ຍິນດີຮ່ວມມືກັບວຽດມິນ ແລະພ້ອມທັງສນັບສນູນເຈົ້າເພັຊຣາດນີ້ ມີພຶດທິການຕໍ່ຕ້ານຝຣັ່ງຢ່າງເດັດຂາດ. ການເລີ່ມຕົ້ນແຫກຄ້າຍຂອງທະຫານຫຼາຍບ່ອນ<ref group="n">ທັງໝົດປະມານ 135 ຄົນ</ref> ຊຶ່ງມີທະຫານຄ້າຍຈິນາຍໂມ້ໂຮມສ່ວນຢູ່ນັ້ນ ພໍດີຕົງກັນກັບລະຍະເວລາຫຼັງຈາກທີ່ເຈົ້າເພັຊຣາດແລະພະຊາຍາຄົນໄທຍ໌ຂອງພະອົງ ໄດ້ຊົງໄປຢ້ຽມຢາມຊາຍແດນໃນເຂດພາກອິສານ.<ref name="JD-Chinaïmo48">{{cite book |language=fr |author=Jean Deuve |title=Le complot de Chinaïmo|pages=48 }}</ref> ເຈົ້າໜ້າທີ່ຕຳຫຼວດລາວຈຶ່ງຕັ້ງຄຳຖາມວ່າການຄາດທະກັມນັ້ນ ອາດແມ່ນການປະຕິບັດຕາມຄຳສັ່ງຂອງເຈົ້າເພັຊຣາດບໍ່? ຫຼືວ່າແມ່ນການປະຕິບັດຂອງພວກປໍຣະປັກໃນນາມຂອງພະອົງເທົ່ານັ້ນ?<ref name="AJD306">{{cite book |language=en |author=Arthur J. Dommen |title=The Indochinese Experience of the French and the Americans |page=306 }}</ref> ການສືບຂ່າວຂອງເຈົ້າໜ້າທີ່ຕຳຫຼວດເປີດເຜີຽວ່າ ທ່ານບົງ ສຸວັນນະວົງ ຊຶ່ງເປັນຜູ້ຈົງຮັກພັກດີຢາກໃຫ້ເຈົ້າເພັຊຣາດກັບຄືນມາລາວ ໄດ້ມີການຕິດຕໍ່ກັບສະມາຊິກພວກກໍ່ກວນຢ່າງສມໍ່າສເມີ. ແມ່ນທ່ານບຸດສະບົງ ສຸວັນນະວົງ ລູກຊາຍຂອງທ່ານບົງ ສຸວັນນະວົງເອງ ທີ່ແຈ້ງໃຫ້ພວກທຳອາຊຍາກັມຊາບວ່າ ຈະມີງານກິນລ້ຽງຢູ່ບ້ານທ່ານຜຸຍ ຊນະນິກອນ ງານທີ່ໄດ້ຕົກລົງຈັດຂື້ນໃນຕອນບ່າຍຂອງວັນນັ້ນໂລດ. ດ້ວຍເຫດນີ້ ທ່ານບົງ ສຸວັນນະວົງ ຈຶງຖືກເຈົ້າໜ້າທີ່ຕຳຫຼວດຈັບກຸມແລະກັກຂັງໃນວັນທີ 6 ຕຸລາ 1954. ຈາກການໃຫ້ການຂອງພວກທຳອາຊຍາກັມນັ້ນ ການຄາດທະກັມຄັ້ງນີ້ ແນໃສ່ທ່ານຜຸຍ ຊນະນິກອນ ທີ່ພວກເຂົາເຈົ້າຕໍານິວ່າມີພຶດທິການອະຄະຕິຕໍ່ຄນະປະເທດລາວ ແລະບໍ່ມີຄວາມສາມາດຕໍ່ຕ້ານຄວາມກົດດັນຂອງປະເທດຕາເວັນຕົກໃນກອງປະຊຸມເຊີແນ໋ວວ໌. ບາງຄົນກໍວ່າ ການມໍຣະນະກັມຂອງທ່ານກຸ ວໍຣະວົງສ໌ນັ້ນ ຈະຫຼົງຫຼືບໍ່ຫຼົງຄົນກໍ່ຕາມ ເປັນການຂົ່ມຂູ່ສະມາຊິກຣັຖບານທີ່ສນັບສນູນຫຼືອ່ຽງທ່າເປັນກາງໄປນຳຣັຖບານຝຣັ່ງ.<ref name="JD-Chinaïmo78,81,107">{{cite book |language=fr |author=Jean Deuve |title=Le complot de Chinaïmo|pages=78, 81, 107}}</ref> ພວກໜຶ່ງອີກກໍອ້າງວ່າ ອາດຈະເປັນຜົນສະທ້ອນຮ້າຍແຮງຈາກການຕໍ່ຕ້ານຢ່າງເອົາຈິງເອົາຈັງ ຕໍ່ການແຊກຊືມຂອງກອງໂຈນຕາມຊາຍແດນ ຂອງທ່ານກຸ ວໍຣະວົງສ໌ ເວລາທ່ານຮັບໜ້າທີ່ເປັນຣັຖມົນຕຣີກະຊວງພາຍໃນ. ແລະກໍຍັງມີພວກໜຶ່ງອີກວ່າ ມາຈາກມູນຖານຂອງຣັຖບານຝຣັ່ງ ທີ່ທ່ານກຸ ວໍຣະວົງສ໌ ພຍາຍາມຂະຈັດລະບອບສັກດີນາ ແລະຈຳກັດອຳນາດສູງສຸດຂອງສະຫະພັນອິນໂດຈີນໃນປະເທດລາວຢ່າງຮຸນແຮງ ເພື່ອໃຫ້ມີການປົກຄອງນຳພາໂດຍຄົນລາວເອງ.<ref name="LoG-ID">{{cite web|language=en |url=http://countrystudies.us/laos/20.htm|title=Initial Difficulties|website=U.S.Library of Congress|accessdate=27 November 2015 }}</ref>
# ຫຼັງຈາກການເຊັນສັນຍາ [//th.wikipedia.org/wiki/องค์การสนธิสัญญาป้องกันภูมิภาคเอเชียตะวันออกเฉียงใต้ ໂອຕາສ໌](OTASE) ໃນວັນທີ 8 ກັນຍາ 1955 ທີ່ເມືອງມານີລາ (ປະເທດຟີລິບປີນ) ບໍ່ເທົ່າໃດ ກອງທັບໄທຍ໌ກໍໄດ້ສົ່ງທະຫານມາຕັ້ງຄ້າຍຢູ່ຕາມຊາຍແດນລາວ ໃນພາກເໜືອແລະຕາເວັນອອກຂອງແມ່ນໍ້າຂອງ. ຫຼັງຈາກທີ່ມັດຊາໃຫຍ່ຂອງອົງການສະຫະປະຊາຊາດໄດ້ປະຕິເສດການຊ່ອຍເຫລືອກອງທັບໄທຍ໌<ref ໃນການລາດຕາເວັນສາຍແດນຕໍ່ຕ້ານການແຊກຊືມຄອມມິວນິສແລ້ວgroup="n">ວາງຂໍທ້າຍເດືອນພຶດສະພາ ແລະໄດ້ຮັບຄຳປະຕິເສດວັນທີ 18 ກໍຣກົດ 1954</ref> ໃນການລາດຕາເວັນຊາຍແດນຕໍ່ຕ້ານການແຊກຊືມຄອມມິວນິສແລ້ວ ຄວາມຢ້ານກົວຂອງຣັຖບານບາງກອກ ທີ່ຈະສູນສຽຍເອກະລາດໃຫ້ແກ່ສັດຕູວຽດມິນນັ້ນ ປາກົດວ່າຈະຮຸນແຮງຂື້ນກ່ອນເກົ່າອີກ ແລະການທີ່ທ່ານກຸ ວໍຣະວົງສ໌ ປະຕິເສດເຂົ້າໃນອົງການທະທານນັ້ນປະຕິເສດເຂົ້າໃນອົງການໂອຕາສ໌ນັ້ນ ກໍສະກັດກັ້ນການເຂົ້າຮ່ວມການທະຫານໃດໆຂອງອາເມຣິກັນກໍສະກັດກັ້ນການເຂົ້າຮ່ວມການທະຫານໃດໆກັບອາເມຣິກັນ ແລະເປັນການຂັດຂວາງນະໂຍບາຍ “ປິດລ້ອມ” ທີ່ໄທຍ໌ມີສ່ວນຢູ່ນຳ. ໃນເວລາດຽວກັນ ແລະໃນເວລາດຽວກັນນັ້ນກໍມີການປະຈັກວ່າ ກໍມີການປະຈັກວ່າໃນສະຖານະການນີ້ໃນສະຖານະການນີ້ ເຈົ້າໜ້າທີ່ໄທຍ໌ໄດ້ມີບົດບາດສຳຄັນໃນຄະດີ ກຸ ວໍຣະວົງສ໌ ທີ່ຍັງຊອກຫາຄວາມຈິງກັນຢູ່. ຢູ່ໃນກອງປະຊຸມສະພາຜູ້ແທນລາສດອນສໄມໜຶ່ງ ທ່ານກຸ ວໍຣະວົງສ໌ ໄດ້ເປີດເຜີຽວ່າ ສະຫະຣັດອາເມຣິກາໄດ້ກົດດັນຢ່າງຮຸນແຮງສະຫະຣັດອາເມຣິກາໄດ້ໃຊ້ຄວາມກົດດັນຢ່າງຮຸນແຮງ ໃສ່ຫົວໜ້າຄນະຂອງລາວທັງສອງທ່ານ ເພື່ອບໍ່ໃຫ້ລົງລາຍເຊັນສັນຍາກ່ຽວກັບລາວ ຢູ່ໃນທີ່ປະຊຸມຂອງສັນຍາເຊີແນ໋ວວ໌. ມີການສົງສັຍວ່າ ທ່ານຜຸຍ ຊນະນິກອນ ອາດໄດ້ຮັບເງິນຊື້ຈ້າງໜຶ່ງລ້ານໂດລາ ຊຶ່ງຈ່າຍສົ່ງໃນທະນາຄານສະວິດ ເນື່ອງຈາກບໍ່ໄດ້ລົງລາຍເຊັນດັງກ່າວເນື່ອງຈາກທ່ານບໍ່ໄດ້ລົງລາຍເຊັນດັງກ່າວ. ທ່ານກຸ ວໍຣະວົງສ໌ ກໍຍັງໄດ້ເປີດເຜີຽໃນການກ່າວຄຳປາໄສອີກວ່າ ກຳລັງທະຫານຝ່າຍຂວາມີການວາງແຜນລົບລ້າງກອງກຳລັງທະຫານຝ່າຍຄນະປະເທດລາວ ໃນເວລາທີ່ຈະຖອນອອກຈາກແຂວງຊຳເໜືອແລະຜົ້ງສາລີຕາມຣະບຸໄວ້ໃນສັນຍາເຊີແນ໋ວວ໌. ນອກຈາກນີ້ແລ້ວ ກ່ອນມີການຄາດທະກັມ 9 ມື້ ທ່ານກຸ ວໍຣະວົງສ໌ ໄດ້ມີການຈັດພົບປະລະຫວ່າງເຈົ້າສຸວັນນະພູມມາກຳລັງທຳການຈັດພົບລະຫວ່າງເຈົ້າສຸວັນນະພູມມາ ນາຍົກຣັຖມົນຕຣີ ແລະເຈົ້າສຸພານຸວົງ ນ້ອງຊາຍຂອງເພິ່ນທີ່ເປັນຫົວໜ້າຄນະປະເທດລາວ ເພື່ອໃຫ້ມີການສົນທະນາຈັດຕັ້ງການເລືອກຕັ້ງຜູ້ແທນລາສດອນ ຢ່າງມີອິດສຣະພາບ ດັງຣະບຸໄວ້ໃນສັນຍານັ້ນ. ຕາມຄວາມເຫັນຂອງຜູ້ສັນນິຖານບາງກຸ່ມ ໂດຍສະເພາະຝ່າຍຊ້າຍຄອມິວນິສໂດຍສະເພາະຝ່າຍຊ້າຍຄອມມິວນິສ ປາກົດວ່າ ທ່ານກຸ ວໍຣະວົງສ໌ ອາດເປັນເປົ້າໝາຍຂອງຝ່ານຂວາລາວ-ໄທຍ໌ແລະອົງການ[//th.wikipedia.org/wiki/สำนักข่าวกรองกลาง ເຊອີອາ]. ປາກົດວ່າຣັຖບານໄທຍ໌ແລະອາເມຣິກັນເປັນຜູ້ໄດ້ຮັບຄວາມພໍໃຈຈາກການສູນສິ້ນຊີວິດໄປຂອງທ່ານກຸຍ້ອນປາກົດວ່າຣັຖບານໄທຍ໌ແລະອາເມຣິກັນເປັນຜູ້ໄດ້ຮັບຄວາມພຶງພໍໃຈທີສຸດ ຈາກການສູນສິ້ນຊີວິດໄປຂອງທ່ານກຸ ວໍຣະວົງສ໌ ທັ້ງນີ້ກໍ່ຍ້ອນວ່າ ສຳຫລັບພວກເຂົາເຈົ້ານັ້ນ ການເຊັນສັນຍາເຊີແນ໋ວວ໌ເປັນການຜິດພາດຮ້າຍແຮງ ໃນເມື່ອຣັຖບານຝຣັ່ງໄດ້ມີການຍອມເສັຽປຽບໃຫ້ຄອມມິວນິສຢ່າງໃຫຍ່ຫລວງ.<ref>{{cite book |language=fr |author1=Savèng Phinith|title=Histoire du Pays Lao|pages=149}}</ref><ref>{{cite news|language=fr |author1=Wilfred Burchett |title=Laos - Encore un "domino" de tombé |newspaper=L'unité |number=159 |date= 23 May 1975 |pp=20–21 |url=http://62.210.214.184/unite/u-result_frame.php?catalogueID=5098&Rubrique=Laos }}</ref><ref>{{cite book |language=en |author=Wilfred Burchett|title=The Furtive War |pages=A Fateful Assassination |url=https://www.marxists.org/archive/burchett/1963/the-furtive-war/ch09.htm |accessdate=20 September 2015 }}</ref>
# ເລື້ອງນີ້ເປັນຕົ້ນເຫດໃຫ້ 3 ຄອບຄົວທີ່ມີຊື່ສຽງໃນລາວ ໄດ້ກາຍເປັນສັຕຣູຢ່າງປະເຊີນໜ້າກັນ ຊຶ່ງແມ່ນ ຄອບຄົວຊນະນິກອນ ຄອບຄົວສຸວັນນະວົງ ແລະຄອບຄົວວໍຣະວົງສ໌. ລັກສນະພິເສດໃນເວທີການເມືອງລາວຄື ມີການສົນລະວົນລະຫວ່າງຄອບຄົວຫຼືບຸກຄົນສຳຄັນໄນເຄືອຍາຕ ແລະການບໍຣິຫານຂອງຊາດ. ທ່ານກຸ ວໍຣະວົງສ໌ ເປັນຜູ້ໜຶ່ງທີ່ສນັບສນຸນການເມືອງ "ເປັນກາງ" ແລະຄັດຄ້ານການເມືອງ "ອຽງຂວາ" ຕ້ານຄອມມິວນິສຂອງອາເມຣິກັນ ຊຶ່ງນັບເອົາທ່ານຜຸຍ ຊນະນິກອນ ເຂົ້າໃນຈຳນວນນັ້ນ ສ່ວນທ່ານບົງ ສຸວັນນະວົງ ຜັດມີຫົວຄິດສນັບສນູນ "ຝ່າຍຊ້າຍ". ບັງເອີນ ທ່ານກຸ ວໍຣະວົງສ໌ ເສັຽຊີວິດໃນເຮືອນຂອງທ່ານຜຸຍ ຊນະນິກອນ ຊຶ່ງເປັນຣັຖມົນຕຣີກະຊວງພາຍໃນ ຊຶ່ງກໍສັ່ງຈັບທ່ານບົງ ສຸວັນນະວົງ ໃນທັນທີທັນໃດ ໃນກໍຣະນີເປັນຜູ້ໜູນຫຼັງການລູກຮື້ຢູ່ຄ້າຍທະຫານຈີ້ນາຍໂມ້ ແລະເປັນຜູ້ບັນຊາການຄາດທະກັມ. ໃນວັນທີ 5 ມົກຣາ 1955 ເຈົ້າໜ້າທີ່ຕຳຫຼວດໄທຍ໌ຈັບກຸມນາຍອຸດົມ ລູກສຸຣິນ ຢູ່ບາງກອກ ແລະໄດ້ຖະແຫຼງວ່າ ນາຍອຸດົມໄດ້ສາລະພາບວ່າໄດ້ຮັບຄ່າຈ້າງຈາກທ່ານຜຸຍ ຊນະນິກອນ ເພື່ອສັງຫານທ່ານກຸ ວໍຣະວົງສ໌ ແຕ່ວ່າຣັຖບານໄທຍ໌ກໍຍັງປະຕິເສດບໍ່ຍອມສົ່ງຕົວນາຍອຸດົມໄປຂຶ້ນສານລາວ. ຫລັງຈາກນັ້ນ ໜັງສືພິມພັກການເມືອງຂອງຄອບຄົວສຸວັນນະວົງ ແລະຄອບຄົວວໍຣະວົງ ກໍ່ພາກັນໂຄສະນາຊັດທອດໂຈມຕີທ່ານຜຸຍ ຊນະນິກອນ ຢ່າງຮຸນແຮງ. ຈົນໃນທີ່ສຸດ ວັນທີ 9 ເດືອນມີນາ 1955 ຄອບຄົວວໍຣະວົງສ໌ກໍໄດ້ຍື່ນການກ່າວຫາໃນກໍຣະນີຄາດຕະກໍາໃສ່ທ່ານຜຸຍ ຊນະນິກອນຢູ່ສານສູງສຸດວຽງຈັນ. ເຖິງແມ້ວ່າສານຈະໄດ້ຕັດສິນລົບລ້າງຄະດີ ຍ້ອນບໍ່ມີສິ່ງອ້າງອີງຄົບຖ້ວນກໍ່ຕາມ ຄວາມຮູ້ສຶກໃນເລື້ອງນີ້ກໍຍັງຄ້າງຄາ ແລະການຕູ່ຫາກໍຍັງຮັກສາໄວ້ຢູ່ໃນຄວາມສຳນຶກຂອງແຕ່ລະຝ່າຍ ມັນເຮັດໃຫ້ມີຂຸມເລີກຂຸດເຂົ້າໄປໃນຄວາມສຳພັນລະຫວ່າງຄອບຄົວຊນະນິກອນ ແລະຄອບຄົວວໍຣະວົງສ໌.<ref>{{cite book |language=fr |author1=Savèng Phinith |title=Cav Bejráj burus hlek hen râjaânâckrlâv |page=328 |url=http://www.persee.fr/doc/befeo_0336-1519_1971_num_58_1_5103 |accessdate=20 September 2015 }}</ref><ref>{{cite book |language=en |author1=Phetsarath Rattanavongsa |author2=John B. Murdoch |title= Iron man of Laos |page=86 }}</ref> ໃນການຕໍ່ສູ້ຄັ້ງນີ້ ແມ່ນຫົວໜ້າເສນາທິການຂອງກອງທັບແຫ່ງຊາດລາວຄົນໃໝ່ ຄືທ່ານນາຍພົນພູມີ ໜໍ່ສວັນ ຊຶ່ງເປັນພີ່ນ້ອງ ເປັນຜູ້ນຳພາຄອບຄົວວໍຣະວົງສ໌ ແລະການຂັດແຍ້ງກັນໃນເລື້ອງນີ້ ຈະມີບົດບາດຢ່າງໃຫຍ່ຫຼວງໃນເຫດການໆເມືອງໃນຊຸມປີ 1960-1962 ເມື່ອທ່ານນາຍພົນພູມີ ໜໍ່ສວັນ ກາຍເປັນຜູ້ນຳຄົນສຳຄັນຜູ້ໜຶ່ງຂອງຊາດ.
 
ກ່ຽວກັບຄະດີທີ່ກ່ຽວກັບຄະດີທີ່ກ່ຽວຂ້ອງເຖິງ “ກ່ຽວຂ້ອງເຖິງຄວາມປອດໄພຂອງປະເທດ”“ຄວາມປອດໄພຂອງປະເທດ”<ref group="n">ຂຽນຢູ່ເທິງຫົວຂໍ້ເອກສານທຸກໜ້າ ທີ່ກ່ຽວກັບຄະດີຄາດຕະກໍາທ່ານກຸ ວໍຣະວົງສ໌</ref> ຄະດີນີ້ ມີບຸກຄົນການເມືອງສຳຄັນຫຼາຍຄົນມີສ່ວນຮ່ວມພົວພັນຢູ່ນຳ ມີຄຳຖາມຫຼາຍຫົວຂໍ້ທີ່ບໍ່ໄດ້ຮັບຄຳຕອບ ແລະບັນດາພວກທີ່ມີສ່ວນກ່ຽວຂ້ອງກໍ່ບໍ່ໄດ້ຂຶ້ນສານຕັດສິນແຕ່ປະການໃດ.<ref group="n">ເຈົ້າເພັຊຣາດກັບຄືນເມືອງລາວໃນປີ 1957 ໂດຍບໍ່ມີບົດບາດທາງການເມືອງແຕ່ປະການໃດ. ນາຍບຸນກອງ ມະນີວົງ ຮັບຣາຊການເປັນຕຳຫລວດຢູ່ໄທຍ໌. . ຣັຖບານໄທຍ໌ ນອກຈາກຈະປະຕິເສດບໍ່ຍອມສົ່ງຕົວໄປຂຶ້ນສານລາວແລ້ວ ກ່ຍັງຮັບເອົານາຍອຸດົມ ລູກສຸຮິນ ທີ່ຖືກຕັດສິນປະຫານຊີວິດໂດຍມີການຝາກໂທດ ໃນປີ 1959 ເຂົ້າເຣັດວຽກຢູ່ກົມຕຳຫລວດອີກດ້ວຍ. ສ່ວນບັນດາທະຫານທີ່ແຫກຄ້າຍນັ້ນ ໄດ້ຮັບອນຸຍາດກັບຄືນເມືອງລາວຕົ້ນປີ 1955</ref> ເດຶອນມີນາ 1955 ຜູ້ຖືກກ່າວຟ້ອງທັງໜົດ (ທະຫານທີ່ໂຕນຄ້າຍຈິນາຍໂມ້) ກໍໄດ້ຮັບອິດສຣະພາບຕາມເງື່ອນໄຂການປົດປ່ອຍຕາມຄຳສັ່ງຂອງນາຍົກໃໝ່: ທ່ານກະຕ່າຍ ໂດນສະໂສຣິດ ທີ່ເປັນທັງຣັຖມົນຕຣິກະຊວງພາຍໃນແລະກະຊວງຍຸຕິທັມ. ທ່ານບໍ່ມີຈຸດປະສົງເປີດຄະດີນີ້ ທີ່ຈະມີການກ່າວຊື່ຂອງທ່ານອອກມາ ແລະຈະມີການສືບສວນຊັກທອດໃສ່ເພື່ອນຮ່ວມພັກການເມືອງຂອງທ່ານ.<ref name="JD-Chinaïmo104">{{cite book |language=fr |author1=Jean Deuve |title=Le complot de Chinaïmo|page=104}}</ref>
 
ເພື່ອເປັນການປິດຄະດີນີ້ຢ່າງສີ້ນເຊີງ ໃນເດືອນກໍຣະກະດາ 1959 ຣັຖບານພຣະຣາຊອານາຈັກລາວຊຸດທີ 9 ທີ່ມີທ່ານຜຸຍ ຊນະນິກອນ ເປັນນາຍົກຣັຖມົນຕຣີ ຈື່ງໃຫ້ມີການຕັດສິນແຕ່ຄະດີເລື້ອງການຄາດຕະກັມທ່ານກຸ ວໍຣະວົງສ໌ ທໍ່ນັ້ນ ເປັນການຕັດສິນແບບໄວໆ ບໍ່ເປີດເຜີຽ ແລະບໍ່ໃຫ້ຮື້ຟື້ນ “ເລື້ອງເກົ່າແກ່” ຂຶ້ນມາ. ນອກຈາກຊື່ຂອງນາຍອຸດົມທີ່ສານຕັດສິນປະຫານຊີວິດດ້ວຍການຝາກໂທດ ກໍບໍ່ມີຊື່ໃຜໝົດ ແລະການຕັດສິນນັ້ນ ກໍບໍ່ມີການກ່າວຫາທ່ານຜຸຍ ຊນະນິກອນ ແຕ່ປະການໃດ.<ref name="JD-Chinaïmo108">{{cite book |language=fr |author1=Jean Deuve |title=Le complot de Chinaïmo|page=108}}</ref>