ເຢ​ຣູ​ຊາ​ເລັມ: Difference between revisions

Content deleted Content added
No edit summary
No edit summary
ແຖວ 4:
'''ເຢ​ຣູ​ຊາ​ເລັມ'''​ ຫຼື '''ເຈຣູຊາ​ແລັມ''' (Jerusalem) ແມ່ນນະ​ຄອນ​ຫຼວງ​ຂອງ[[ປະເທດອິສະຣາ​ແອ​ນ|ອິສະຣາ​ແອ​ນ]] ຢູ່ໃນ[[ຕາເວັນອອກກາງ]] ເທິງໜ້າດິນຮາບພຽງຂອງພູຢູດາ ລະຫວ່າງ[[ທະເລເມດີແຕກລາເນ]]ກັບ[[ທະເລແມກມອກ]] (Mer Morte) ຕາມຄວາມເຊື່ອຂອງຊາວຢິວ ເຈຣູຊາ​ແລັມແມ່ນເມືອງທີ່[[ພະຢາເວ]] (Yahweh) ຊົງເລືອກໄວ້ໃຫ້ເປັນປ້ອມແຫ່ງຄວາມເຊື່ອວ່າມີພະເປັນເຈົ້າພຽງອົງດຽວ. [[ອິສະຣາ​ແອ​ນ]]ແລະ[[ລັດປາແລສະຕິນ]]ຕ່າງອ້າງສິດເໜືອເຈຣູຊາ​ແລັມວ່າເປັນນະຄອນຫຼວງຂອງຕົນ ແຕ່ການກ່າວອ້າງຂອງທັງສອງຝ່າຍບໍ່ໄດ້ຮັບການຍອມຮັບຈາກນານາຊາດ.
 
ເຈຣູຊາ​ແລັມຖືເປັນໜຶ່ງໃນເມືອງທີ່ເກົ່າທີ່ສຸດໃນໂລກ ໂດຍໄດ້ຮັບການກ່າວເຖິງໃນຊື່ ''"ອູຣູຊາລິມາ"'' ໃນແຜ່ນສິລາຈາລຶກຂອງ[[ເມໂຊໂປຕາມີ]] (Mésopotamie) ເຊິ່ງມີຄວາມໝາຍວ່າ ''"ເມືອງຂອງຊາລິມ"'' ອັນເປັນນາມຂອງພະເຈົ້າໃນແຜ່ນດິນອັນເປັນນາມຂອງພະເຈົ້າແຫ່ງແຜ່ນດິນ[[ການາອັງ]]​ (Canaan) ເມື່ອປະມານ 2,400 ປີກ່ອນຄະລິສະຕະການ ແລະເມື່ອມາຮອດຍຸກຂອງ[[ວົງວານອິສະຣາ​ແອ​ນ]] ການສ້າງເມືອງເຈຣູຊາ​ແລັມຢ່າງຈິງຈັງກໍໄດ້ເລີ່ມຂຶ້ນໃນສະຕະວັດທີ 9 ກ່ອນຄະລິສະຕະການ ([[ຍຸກເຫຼັກ]]ຊ່ວງປາຍ) ແລະໃນສະຕະວັດທີ 8 ກ່ອນຄະລິສະຕະການ ເຈຣູຊາ​ແລັມກໍໄດ້ເປັນສູນກາງການປົກຄອງແລະທາງສາສະໜາຂອງ[[ອານາຈັກຊູດາ]] (Royaume de Juda)<ref>{{cite web|url=https://books.google.com/books?id=Qjkz_8EMoaUC&pg=PA302#v=onepage&q&f=false|title=Biblical History and Israel S Past: The Changing Study of the Bible and History|first1=Megan Bishop|last1=Moore|first2=Brad E.|last2=Kelle|date=17 May 2011|publisher=Wm. B. Eerdmans Publishing|via=Google Books}}</ref>. ຕະຫຼອດປະຫວັດສາດ ເຈຣູຊາ​ແລັມໄດ້ຖືກມ້າງເພໄປຢ່າງນ້ອຍ 2 ຄັ້ງ, ຖືກປິດລ້ອມ 23 ຄັ້ງ, ຖືກໂຈມຕີ 52 ຄັ້ງ, ຖືກຍຶດແລະເອົາຄືນ 44 ຄັ້ງ<ref>{{cite web |url=http://www.momentmag.com/Exclusive/2008/2008-03/200803-Jerusalem.html |publisher=Moment Magazine |title=Do We Divide the Holiest Holy City? |accessdate=5 March 2008 |archiveurl=https://web.archive.org/web/20080603214950/http://www.momentmag.com/Exclusive/2008/2008-03/200803-Jerusalem.html |archivedate=3 June 2008}} According to Eric H. Cline's tally in Jerusalem Besieged.</ref>. ມີສ່ວນໜຶ່ງຂອງເຈຣູຊາ​ແລັມທີ່ເອີ້ນວ່າ "ເມືອງດາວິດ" (Cité de David) ປາກົດການກໍ່ຕັ້ງຕັ້ງແຕ່ສີ່ພັນປີກ່ອນຄະລິສະຕະການ. ກຳແພງເມືອງເຈຣູຊາ​ແລັມເຊິ່ງຍັງຕັ້ງສູງເດັນສະຫງ່າຈົນຮອດປັດຈຸບັນ ສ້າງຂຶ້ນໃນປີ 1538 ໃນລັດຊະການ[[ສຸລະຕ່ານສຸໄລມານແຫ່ງຈັກກະວັດໂອສະມານ|ສຸໄລມານຜູ້ກຽງໄກ]] (Soliman le Magnifique) ພື້ນທີ່ພາຍໃນກຳແພງເອີ້ນວ່າບໍລິເວນເມືອງເກົ່າ (Vieille ville de Jérusalem) ເຊິ່ງແບ່ງອອກເປັນສີ່ຂົງເຂດ ຄື ເຂດອາກເມນີ, ເຂດຢິວ, ເຂດຄະລິສະຕຽນ ແລະເຂດມຸສະລິມ<ref>{{Cite book|title=Jerusalem in the 19th Century, The Old City|last=Ben-Arieh|first=Yehoshua|publisher=Yad Izhak Ben Zvi & St. Martin's Press|year=1984|page=14|isbn=0-312-44187-8}}</ref>. ບໍລິເວນເມືອງເກົ່າດັ່ງກ່າວ ຖືກຂຶ້ນທະບຽນເປັນ[[ມໍລະດົກໂລກ]]ໂດຍ[[ຢູເນສະໂກ]]ໃນປີຄ.ສ. 1981 ແລະຍັງແມ່ນໜຶ່ງໃນ[[ລາຍຊື່ແຫຼ່ງມໍລະດົກໂລກທີ່ກຳລັງຕົກຢູ່ໃນພາວະອັນຕະລາຍ|ມໍລະດົກໂລກທີ່ກຳລັງຕົກຢູ່ໃນພາວະອັນຕະລາຍ]]<ref>{{cite web|url=http://whc.unesco.org/en/list/148|title=Old City of Jerusalem and its Walls|publisher=UNESCO World Heritage Convention|accessdate=11 September 2010}}</ref>.
 
== ອ້າງອີງ ==