ອານາຈັກຈາມປາ: Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
[[File:Champa.jpg|thumb|ສາສະນະສະຖານສິລະປະຈາມປາ]]
 
'''ອານາຈັກຈາມປາ''' ([[ພາສາຫວຽດນາມ|ຫວຽດນາມ]]: Chăm Pa) ແມ່ນ[[ອານາຈັກບູຮານ]]ຕັ້ງເມື່ອພຸດທະສະຕະວັດທີ 7 ຢູ່ທາງໃຕ້ຂອງ[[ຈີນ]] ຢູ່ທາງຕາເວັນອອກຂອງ[[ຟູນັນ]] ປັດຈຸບັນແມ່ນບລິເວນເມືອງ[[ເວ້]], [[ຕາມກີ່]], [[ຟານຊາງ-ທ້າບຈ່າມ]] ແລະ[[ຢາຈາງ]] [[ປະເທດຫວຽດນາມ]].
 
ກ່ອນທີ່ອານາຈັກຈາມປາໄດ້ສິ້ນຊາດໄປ ອານາຈັກຈາມປາຖືກອານາຈັກຮອບຂ້າງຕ່າງໆ ຍົກທັບມາໂຈມຕີຫຼາຍຄັ້ງ ຍ້ອນສະໄໝກ່ອນພື້ນທີ່ນີ້ແມ່ນເຂດທຸລະກັນດານ ຈີນຈຶ່ງບໍ່ສາມາດຄອບຄອງໄດ້ ແຕ່ຕໍ່ມາປະມານ ພ.ສ. 989 ກອງທັບຈີນໄດ້ຍົກທັບມາຕີລາຊະທານີຂອງຊາວຈາມລົງໄດ້. ຈາກນັ້ນເມື່ອພຸດທະສະຕະວັດທີ 17 ອານາຈາມປາໄດ້ຖືກໂຈມຕີໂດຍກອງທັບຂອງ[[ພະເຈົ້າໄຊຍະວະລະມັນທີ 2]] ກະສັດແຫ່ງ[[ອານາຈັກຂະເໝນ]] ແລະ ຕໍ່ມາໃນ[[ພ.ສ. 1856]] [[ພໍ່ຂຸນຣາມຄຳແຫງ]]ແຫ່ງ[[ກຸງສຸໂຂໄທ]]ສົ່ງກອງທັບມາຕີ ຈົນໃນທີ່ສຸດເມື່ອປີ[[ພ.ສ. 2014]] [[ລາຊະວົງເລ]]ຂອງຫວຽດນາມໄດ້ຍົກທັບມາຕີລາຊະທານີກງວິໄຊ (ບິ່ນດິ່ນ) ຈົນແຕກ ຈົນຊາວຈາມເສຍຊີວິດ 60,000 ຄົນ ເປັນຊະເລີຍອີກ 30,000 ຄົນ ເຊິ່ງການໂຈມຕີຄັ້ງນີ້ ເຮັດໃຫ້ອານາຈັກຈາມປາເສຍຄວາມເປັນຊາດໄປ ແລະໄດ້ກາຍເປັນຫົວເມືອງ[[ຫວຽດນາມ]].