Content deleted Content added
 
ພວມລຶບ ທຸກໆເນື້ອໃນ ຈາກ ໜ້ານີ້
ແຖວ 1:
== ພນະທ່ານກຸ ວໍຣະວົງສ໌ ==
 
{{Infobox officeholder
| name = ພນະທ່ານກຸ ວໍຣະວົງສ໌
 
| image = Portrait officiel de Kou Voravong, ministre de la Défense, 1954.jpg
<!-- offices -->
| office1 = Minister of Defense
| term_start1 = November 21, 1951
| term_end1 = September 18, 1954
| monarch1 = S.M. [[Sisavang Vong]]
| primeminister1 = Prince [[Souvanna Phouma]]
| predecessor1 = {{lien|Phoui Sananikone}}
| successor1 = Prince [[Souvanna Phouma]]
 
| office2 = Minister of the Interior and Cult
| term_start2 = February 24, 1950
| term_end2 = October 15, 1951
| primeminister2 = {{lien|Phoui Sananikone}}
 
| office3 = Minister of Economic Affairs
| term_start3 = Mars 1948
| term_end3 = February 1950
| primeminister3 = Prince [[Boun Oum]]
| office4 = Minister of Public Works and Justice
| term_start4 = Mars 15, 1947
| term_end4 = Mars 24, 1948
| primeminister4 = Prince {{lien|Souvannarath}}
| birth_name = Kou Voravong
| birth_date = December 6, 1914
| birth_place = [[Savannakhet]] ([[Laos]])
| death_date = September 18, 1954
| death_place = [[Vientiane]] ([[Laos]])
| nationality = [[Laos|Laotian]]
| party = Phak Paxaathipatay (Democracy)}}
 
'''ພນະທ່ານກຸ ວໍຣະວົງສ໌''' ເປັນນັກການເມືອງຜູ້ໜຶ່ງ, ເກີດເມື່ອວັນທີ 6 ເດືອນທັນວາ (12) 1914 ທີ່ເມືອງສະຫວັນນະເຂດ ແລະໄດ້ເຖິງແກ່ມໍຣະນະກັມ ຍ້ອນການຄາດທະກັມ ໃນການດຳຣົງຕຳແໜ່ງເປັນ ຣັຖມົນຕຣີຂອງກະຊວງປ້ອງກັນປະເທດ ໃນວັນທີ 18 ເດືອນກັນຍາ (09) 1954 ຢູ່ນະຄອນວຽງຈັນ. ໃນລະຍະເວລາສົງຄາມໂລກຄັ້ງທີສອງ, ທ່ານກຸ ວໍຣະວົງສ໌ ສັງກັດຢູ່ໃນຂະບວນການຕໍ່ຕ້ານການຄອບຄອງຊົ່ວຄາວຂອງຈັກກະພັດຍີ່ປຸ່ນ ແລະຕໍ່ມາກໍຮ່ວມໃນຄນະຕ້ານຂະບວນການລາວອິດສຣະ. ຕັ້ງແຕ່ປີ 1941 ເຖິງປີ 1954, ທ່ານກຸ ວໍຣະວົງສ໌ ໄດ້ດຳຣົງຕຳແໜ່ງເປັນ ເຈົ້າເມືອງ, ເຈົ້າແຂວງ, ຜູ້ແທນລາສດອນ ແລະຣັຖມົນຕຣີຂອງຣັຖບານພຣະຣາຊອານາຈັກລາວ.
 
ພຽງປະມານສອງເດືອນຫຼັງຈາກການເຊັນສັນຍາເຊີແນ໋ວວ໌ (Genève) ເພື່ອຕຽມສ້າງສັນຕິພາບໃນອິນໂດຈີນ ປີ 1954, ວິກິຈການທາງການເມືອງ ຕໍ່ເນື່ອງຈາກການຄາດທະກັມຂອງທ່ານກຸ ວໍຣະວົງສ໌, ກໍເປັນເຫດໃຫ້ຣັຖບານທ່າອ່ຽງກາງ (ຝຣັ່ງສນັບສນູນ) ຕ້ອງລົ້ມທະລາຍລົງ. ແລະຕໍ່ມາ ກໍແມ່ນຣັຖບານກ້າວໜ້າ (ສນັບສນູນຈາກສະຫະຣັດອາເມຣິກາ) ເປັນຜູ້ຂຶ້ນກຳອຳນາດ. ເຫດການດັງກ່າວ ພໍດີເກິດຂຶ້ນໃນລະຍະທີ່ມີຄວາມເຄັ່ງຕຶງຂອງສົງຄາມເຢັນ ລະຫວ່າງສະຫະພາບໂຊວຽດ ແລະສະຫະຣັດອາເມຣິກາ. ຊຶ່ງພໍຈະວິເຄາະໄດ້ວ່າ ນັບແຕ່ປີ 1955 ເປັນຕົ້ນໄປ, ປະວັດສາດການເມືອງຂອງປະເທດລາວ ທີ່ເປັນປະເທດນ້ອຍໆ ແລະບໍ່ມີທາງອອກສູ່ທະເລ ກໍໄດ້ຕົກຢູ່ໃນແຮ້ວຢ່າງບໍ່ປະນອມ ຂອງການປະທະທາງດ້ານອຸດົມການ ລະຫວ່າງສະຫະຣັດອາເມຣິກາ (ທຶນນິຍົມ) ແລະສະຫະພາບໂຊວຽດ (ຄອມມູນິດ). ເປັນເຫດຜົນປະການໜື່ງ ທີ່ເຮັດໃຫ້ການສ້າງຕັ້ງຄວາມປອງດອງຊາດລາວ ບໍ່ໄດ້ຮັບຜົນສຳເຫລັດດັ່ງຫວັງ.
 
ຢູ່ເມືອງທ່າແຂກ ມີຖນົນໃສ່ຊື່ ທ່ານກຸ ວໍຣະວົງສ໌ ແລະຢູ່ເມືອງສະຫວັນນະເຂດ ກໍມີສນາມກິລາໃສ່ຊື່ເພິ່ນ ເຊັ່ນດຽວກັນ. ນອກຈາກນີ້ ຕັ້ງແຕ່ປີ 1995 ເປັນຕົ້ນມາ, ໃນເມືອງຂັນທະບຸຣີ (ປັດຈຸບັນເມືອງໄກສອນ ພົມວິຫານ) ກໍຍັງມີຮູບຫລໍ່ທີ່ສະຖິດຢູ່ເດີ່ນເຮືອນກຳເນີດ, ສຖານທີ່ໆທ່ານກຸ ວໍຣະວົງສ໌ ເຄີຍດຳເນີນຊີວິດແຕ່ຍັງໜຸ່ມນ້ອຍ.
 
== ຄອບຄົວແລະຊີວິດໜຸ່ມນ້ອຍ ==
 
=== ສະພາບປະວັດສາດ ===
ເພື່ອຕ້ານການຂຍາຍອິດທິພົນຂອງຣາຊອານາຈັກອັງກິດໃນພາກພື້ນນີ້, ປະເທດຝຣັ່ງໄດ້ເລີ່ມລ່າຫົວເມືອງຂຶ້ນໃນອິນໂດຈີນ ແລະໄດ້ເລີ່ມມີຄວາມສົນໃຈໃນໂຂງເຂດລຸ່ມແມ່ນໍ້າຂອງ ມາຕັ້ງແຕ່ສະຕະວັດທີ 19. ຕັ້ງແຕ່ສມັຍນັ້ນມາ, ຄນະສຳຫຼວດຂອງຝຣັ່ງຫຼາຍຄນະ ກໍໄດ້ມາທຳການສຳຫຼວດຊັພຍາກອນໃນແດນດິນຂອງລາວ<ref group="n">[[Henri Mouhot]] in 1860, then [[Francis Garnier]] under the command of Commander [[Ernest Doudart de Lagrée|Doudart de Lagrée]] in 1864.</ref>ff, ພ້ອມດ້ວຍມີຜູ້ນຳສຳຄັນຜູ້ໜຶ່ງ ນາມວ່າ ທ່ານໂອກຸສຕ໌ ປາວີ ([[Auguste Pavie]]). ພະເຈົ້າມະຫາຊີວິດອຸ່ນຄຳ ທີ່ຫຼວງພະບາງ ຊຶ່ງອານາຈັກຂອງພະອົງກຳລັງຖືກກົດດັນນານາປະການຈາກປະເທດເພື່ອນບ້ານ (ສຍາມ, ພະມ້າ, ຈີນ) ແລະພ້ອມກັນນີ້ ຈຳຕ້ອງຜະເຊີນກັບການແບ່ງແຍກຣາຊວົງສ໌ ຍ້ອນການສືບທອດບັນລັງ, ຈຶ່ງຂໍຄວາມອາຣັກຂາຈາກປະເທດຝຣັ່ງເສດໃນປີ 1887, ຍ້ອນຄວາມຜັກດັນດັງກ່າວ ແລະອີງຕາມຄຳປຶກສາຂອງທ່ານປາວີ. ການເຊັນສັນຍາ ຝຣັ່ງ-ສຍາມ ວັນທີ 3 ຕຸລາ (10) 1893 ໄດ້ສະກັດໝາຍເຂດສາຍແດນໃໝ່ ລະຫວ່າງສຍາມແລະລາວ,<ref group="n">The Siamese authorities restored the acquired territories and recognized therefore implicitly the authority of France on the left bank of the [[Mekong]] River.</ref><ref name="FG">{{cite journal|language=fr|author1=François Gallieni|title=Le Royaume du Lane Xang|publisher=La Revue française de l'élite européenne|number=203| date=October 1967 |url=http://phiengch.online.fr/lanexang.htm}}</ref> ພ້ອມທັງວາງຮ່າງການປົກຄອງອາຣັກຂາຂອງຝຣັ່ງ. ດັ່ງນັ້ນ ຣາຊອານາຈັກລ້ານຊ້າງຈືງໄດ້ຖືກປົກຄອງໂດຍຣັຖບານຫົວເມືອງຂຶ້ນຂອງຝຣັ່ງ. ໃນສມັຍນັ້ນ ຝຣັ່ງໄດ້ມີການປົກຄອງຂເມນ, ຕົງແກງ, ອັນນາມ ແລະ ໂກແຊງຊີນ ມາກ່ອນເປັນເວລາດົນນານແລ້ວ.
 
[[File:Carte_Laos_1927.jpg|left|thumb|Laos provinces in 1927.]]
 
ເຂດນໍ້າແດນດິນຂອງລາວກໍໄດ້ແບ່ງເປັນແຂວງ,<ref group="n">The number of provinces varied from 10 at the beginning of the century, to 12 by 1947, and up to 17 in the current time.</ref> ທີ່ປະກອບດ້ວຍເມືອງ ແລະບ້ານ. ນັກປົກຄອງທ້ອງຖິ່ນທຳການປົກຄອງທ້ອງຖິ່ນຂອງຕົນ ພ້ອມທັງເປັນຜູ້ສື່ສານລະຫວ່າງປະຊາລາສດອນແລະເຈົ້າໜ້າທີ່ “ຜູ້ມີອຳນາດ” (fonctionnaires d'autorité) ຂອງຝຣັ່ງ. ເຊັ່ນ ກອມມີແຊຣ໌ຂອງຣັຖບານ (commissaire du gouvernement) ແລະ ເຣຊີດັງ(résident). ຜູ້ສຳເລັດຣາຊການ (résident supérieur) ປະຈຳຢູ່ນະຄອນວຽງຈັນ ທີ່ຖືເປັນເມືອງເອກຂອງການບໍລິຫານ. ຂ້າຣາຊການທຸກຄົນຂອງລະບົບປົກຄອງທົ່ວໄປ ຕ່າງກໍມີຜູ້ຊ່ວຍເຊັ່ນ: ອຸປະຮາດ, ຜູ້ຊ່ວຍ ແລະສະໝຽນ.<ref name="JD-RdL5,18">{{cite book|author1=[[Jean Deuve]]|title=Le royaume du Laos 1949-1965|pages=5, 18 (note n°4)}}</ref>
 
ອີງໃສ່ສະພາບດັ່ງກ່າວ, ພຍາປຸ້ຍ<ref group="n">The ancestor of Kou Voravong, appointed "Chao Muong" at the beginning of the century by the colonial administration, would be a bandit! [http://lgpg.free.fr/provinces/savannakhet/savannakhet1.htm Histoire de Savannakhet]</ref> ພໍ່ເຖົ້າຂອງທ່ານກຸ ວໍຣະວົງສ໌ ໄດ້ຖືກແຕ່ງຕັ້ງເປັນເຈົ້າເມືອງຜູ້ທຳອິດຂອງເມືອງຄັນທະບຸຣີ (ແຂວງສະຫວັນນະເຂດ, ພາກໃຕ້ຂອງລາວ) ໃນປີ 1902.<ref>{{cite book|language=fr|author1=Urbain Malpuech|title=Historique de la province de Savannakhet|year=1920|pages=25, 26|url=http://gallica.bnf.fr/ark:/12148/bpt6k58483773}}</ref> ແຕ່ປີ 1922 ເຖິງ 1928, ເຈົ້າເມືອງຕານ ວໍຣະວົງສ໌ ນ້ອງຊາຍຂອງພຍາປຸ້ຍ ກໍໄດ້ດຳຣົງໜ້າທີ່ແທນອ້າຍ.
 
=== ກຳເນີດແລະການສຶກສາ ===
 
[[File:Gna_Pou_Taan_Voravong_et_une_de_ses_arrière-petites-filles,_au_milieu_des_années_60.jpg|thumb|upright=0.8|Gna Pou ''Taan Voravong'' and a granddaughter of Kou Voravong, in the 1960s.]]