ປະເທດຟີລິບປິນ: Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
'''ຟີລິບປິນ''' ({{lang-en|Philippines}}) ຫຼື '''ປິລິບປິນັດ''' ([[ພາສາຟິລິປີໂນ້|ຟິລິປີໂນ້]]: Pilipinas) ມີຊື່ທາງການວ່າ '''ສາທາລະນະລັດຟີລິບປິນ''' ({{lang-en|Republic of the Philippines}}; [[ພາສາຟິລິປີໂນ້|ຟິລິປີໂນ້]]: Republika ng Pilipinas) ແມ່ນປະເທດທີ່ປະກອບດ້ວຍ[[ດອນ]]ຈຳນວນ 7,107 ດອນ ຕັ້ງຢູ່ໃນ[[ມະຫາສະໝຸດປາຊີຟິກ]] ຫ່າງຈາກ[[ທະວີບອາຊີ|ອາຊີແຜ່ນດິນໃຫຍ່]]ທາງຕາເວັນອອກສຽງໃຕ້ ປະມານ 100 ກມ. ແລະມີລັກສະນະພິເສດແມ່ນເປັນປະເທດພຽງໜຶ່ງດຽວທີ່ມີພົມແດນທາງທະເລທີ່ຕິດຕໍ່ລະຫວ່າງກັນຍາວຫຼາຍທີ່ສຸດໃນໂລກ. [[ນູເອວາເອສະປາຍາ]] ([[ຄ.ສ. 1521]]-[[ຄ.ສ. 1898|1898]]) ແລະ[[ສະຫະລັດອາເມລິກາ]] ([[ຄ.ສ. 1898]]-[[ຄ.ສ. 1946|1946]]) ໄດ້ຄອງຟີລິບປິນເປັນອານານິຄົມເປັນເວລາ 4 ສະຕະວັດ ແລະເປັນສອງອິດທິພົນໃຫຍ່ທີ່ສຸດຕໍ່ວັດທະນະທຳຂອງຟີລິບປິນ.
[[ຮູບ:Flag of the Philippines.svg|300px]]
 
ຟີລິບປິນແມ່ນໜຶ່ງໃນສອງຊາດໃນອາຊີ ທີ່ປະຊາກອນສ່ວນໃຫຍ່ນັບຖື[[ສາສະໜາຄິດ]] (ອີກຊາດໜຶ່ງແມ່ນ[[ຕີມໍຕາເວັນອອກ]]) ແລະແມ່ນໜຶ່ງໃນຊາດທີ່ໄດ້ຮັບອິດທິພົນຈາກຕາເວັນຕົກຫຼາຍທີ່ສຸດ. ແມ່ນການປະສົມປະສານກັນລະຫວ່າງຕາເວັນຕົກກັບຕາເວັນອອກ ທີ່ເປັນເອກະລັກສະເພາະ. [[ອາໂນນ ໂຈເຊບ ທອຍບີ້]] (Arnold Joseph Toynbee) [[ນັກປະຫວັດສາດ]][[ຊາວອັງກິດ]] ໄດ້ກ່າວໄວ້ໃນຜົນງານຂອງເພິ່ນວ່າ ປິລິປິນັດແມ່ນປະເທດ[[ລາຕິນອາເມລິກາ]]ເຊິ່ງຖືກພັດພາໄປຍັງຕາເວັນອອກ ໂດຍຄື່ນທະເລຍັກ.
{{ອາຊຽນ}}