ວິກິພີເດຍ:ຄູ່ມືການຂຽນ: Difference between revisions

Content deleted Content added
ໜ້າໃໝ່: ຄູ່ມືໃນການຂຽນ (ສ້າງຂຶ້ນໂດຍທຽບກັບ Manual of Style) ໃນວິກິພີເດຍແມ່ນແນວທາງ...
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 18:18, 29 ເມສາ 2017

ຄູ່ມືໃນການຂຽນ (ສ້າງຂຶ້ນໂດຍທຽບກັບ Manual of Style) ໃນວິກິພີເດຍແມ່ນແນວທາງໃນການຂຽນ ໃຫ້ຜູ້ອ່ານສາມາດອ່ານໃນຮູບແບບທີ່ເຂົ້າໃຈໄດ້ງ່າຍ. ກະລຸນານຶກໄວ້ສະເໝີວ່າ ຫຼັກການຕັ້ງຊື່ນີ້ແມ່ນແນວທາງໃນການຕັ້ງຊື່ເພື່ອໃຫ້ຊື່ບົດຄວາມງ່າຍຕໍ່ການເຂົ້າໃຈກົງກັນ, ບໍ່ແມ່ນກົດເຫຼັກ. ໂດຍເມື່ອວິກິພີເດຍເຕີບໂຕໄດ້ລະດັບໜຶ່ງແລ້ວ, ຂໍ້ແນະນຳຕ່າງໆທີ່ບໍ່ແມ່ນທີ່ນິຍົມ ອາດຫຼຸດຫາຍໄປ.

ກ່ອນອື່ນ ເນື່ອງຈາກວິກິພີເດຍແມ່ນສາລານຸກົມ, ລອງອ່ານທີ່ ນະໂຍບາຍ ແລະ ຫຍັງທີ່ບໍ່ແມ່ນວິກິພີເດຍ, ເມື່ອມີຂໍ້ສົງໄສໃດໆ ໃຫ້ຕັ້ງຕາມບົດຄວາມຕໍ່ໄປນີ້.

ຊື່ບົດຄວາມ

  • ຊື່ບົດຄວາມ ຄວນແມ່ນພາສາລາວ ແລະແມ່ນຄຳນາມ.
  • ສຳລັບຊື່ສະເພາະ ເຊັ່ນ, ຊື່ຄົນ, ຊື່ສະຖານທີ່, ຫຼືຊື່ສິ່ງຂອງ ແມ່ນໃຫ້ໃຊ້ຊື່ທີ່ແມ່ນຊື່ນິຍົມ ແລະແມ່ນຊື່ທີ່ຜູ້ອື່ນຈະຄົ້ນຫາເປັນອັນດັບທຳອິດ ເພື່ອໃຫ້ສະດວກຕໍ່ການຄົ້ນຫາ.
  • ຊື່ບົດຄວາມທີ່ປາກົດຢູ່ໃນສ່ວນເນື້ອຫາເທື່ອທຳອິດໃຫ້ເຮັດໂຕເນັ້ນ ແລະໃສ່ຍະຫວ່າງລະຫວ່າງຊື່ກັບເນື້ອໃນໜຶ່ງເທື່ອ. (ໂຕຢ່າງ: '''ຊື່ບົດຄວາມ''') ເຖິງແມ້ວ່າຊື່ບົດຄວາມຈະແມ່ນຊື່ຫຍໍ້ຂອງເນື້ອຫານັ້ນ, ໃຫ້ເນັ້ນຊື່ເຕັມທັງໝົດ.
  • ສຳລັບບົດຄວາມທີ່ມີສອງຊື່ ເຊິ່ງອາດແມ່ນບົດຄວາມທີ່ແປມາຈາກພາສາອື່ນ ໃຫ້ເຮັດໂຕເນັ້ນຊື່ທັງສອງຂອງບົດຄວາມ.

ເວລາ ວັນ ເດືອນ ປີ

  • ຮູບແບບເວລາຢ່າງຫຍໍ້ ໃຫ້ໃຊ້ຮູບແບບ hh:mm:ss (h = ຊົ່ວໂມງ, m = ນາທີ, s = ວິນາທີ) ໂດຍໃຊ້ : (ເຄື່ອງໝາຍສອງເມັດ) ແທນການໃຊ້ . ((ເຄື່ອງໝາຍເມັດ).
  • ຖ້າເລກໂຕໜ້າສຸດມີພຽງໜຶ່ງໂຕ, ບໍ່ຕ້ອງໃສ່ 0 ນຳໜ້າ. ສ່ວນເລກກຸ່ມອື່ນ, ໃຫ້ໃສ່ 0 ຈົນເຕັມສອງໂຕ.
  • ຂຽນປີໃນຮູບແບບຂອງ ຄ.ສ. ເປັນຫຼັກ ໂດຍໃສ່ຍະຫວ່າງໜຶ່ງເທື່ອລະຫວ່າງຂໍ້ຄວາມກັບໂຕເລກ.
    • ໂຕຢ່າງ:
      • ຄ.ສ. 2017
  • ສຳລັບປີ ພ.ສ. ທີ່ມີຄວາມສຳຄັນໃນທາງຄວາມໝາຍ, ໃຫ້ຂຽນກຳກັບໃນວົງເລັບຂ້າງຫຼັງ.
    • ໂຕຢ່າງ:
      • ຄ.ສ. 2017 (ພ.ສ. 2560)
  • ສຳລັບທົດສະວັດ, ໃຫ້ຂຽນ ຄິດຕະທົດສະວັດ ໂດຍບໍ່ມີຄຳວ່າ "ທີ່" ຕາມຫຼັງ.
  • ສຳລັບສະຕະວັດ, ໃຫ້ຂຽນ ຄິດຕະສະຕະວັດ ໂດຍຕາມຫຼັງດ້ວຍຄຳວ່າ "ທີ່".

ເພີ່ມເຕີມ: ຄຳວ່າ "ທີ່" ໃນພາສາລາວທີ່ຖືກຕ້ອງ, ໃຫ້ຂຽນວ່າ "ທີ່", ບໍ່ແມ່ນ "ທີ" (ຄັ້ງ, ເທື່ອ).